ມາຟັງນໍາກັນ 07/04/21

ຟັງຣາຍການ ມາຟັງນຳກັນ ສັປດານີ້ ໄຊຍາ ແລະ ໄມຊູລີ ຈະນຳເອົາເຣື່ອງ “ທຸຣະກິຈ ຄັງແຮເຂົ້າສານ ຫຼຸບທຶນ ແລະ ບໍ່​ສາ​ມາດ​ຈ່າຍ​ເງິ​ນຄືນ ໃຫ້​ທະ​ນາ​ຄານ​ໄດ້ .”

ການສົນທະນາ ໃນບັນຫາ ແລະ ຜົລກະທົບຕ່າງໆ ທີ່ເກີດຂຶ້ນ ຢູ່ປະເທດລາວ. RFA

ໂຄງການຄັງແຮເຂົ້າສານ ມີເປົ້າໝາຍ ເພື່ອຄໍ້າປະກັນເຂົ້າ ໃຫ້ມີຢູ່ໃນສາງ ຢ່າງໜ້ອຍ ປີລະ 4 ແສນຕັນ. ໃນເວລາ ເກີດເຫດວິກິຈ ເຊັ່ນ ເຂົ້າຂຶ້ນລາຄາ ກາຍ 20% ຂອງລາ​ຄາປົກຕິ ຕ້ອງໄດ້ ແຊກແຊງລາຄາ, ເກີດເຫດ ພັຍພິບັດ ແລະ ຄໍ້າປະກັນ ໃຫ້ມີ ການຈໍຣະຈອນ ເຂົ້າຕລອດປີ. ແຕ່ທີ່ຜ່ານມາ. ມີເຖີງ 9 ບໍຣິສັດ ທີ່ຖືກ ທາງພາກຣັຖ ດຳເນີນຄະດີ ຍ້ອນສຳລະເງິນຄືນ ບໍ່ໄດ້. ແຕ່ກໍມີ ຫຼາຍບໍຣິສັດ ທີ່ດຳເນີນການໄປຕາມ ໂຄງການທັງສົ່ງເຂົ້າອອກ ແລະ ແຊກແຊງຣາຄາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org