ເດັກນ້ອຍກືກໜັງສື ຢູ່ລາວ
ອັດຕຣາ ການກືກໜັງສື ເດັກນ້ອຍ ບໍ່ໄດ້ເຂົ້າ ໂຮງຮຽນ ຢູ່ ສປປ ລາວ ຍັງສູງຢູ່ ໂດຍສະເພາະ ໃນເຂດ ຊົນນະບົດ.
-
ສຸພັດຕາ
2020-09-11 -
-
-
Your browser doesn’t support HTML5 audio
ປັດຈຸບັນເດັກນ້ອຍ ຢູ່ປະເທດລາວ ຈໍານວນຫຼາຍ ຍັງບໍ່ຮູ້ໜັງສື ແລະ ຍັງກືກໜັງສື ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ສາເຫດຫຼັກ ກໍຍ້ອນບໍ່ມີຄຣູພຽງພໍ ທີ່ຈະເຂົ້າໄປສອນ ຫຼື ໃຫ້ຄວາມຮູ້ໃຫ້ທົ່ວເຖິງໄດ້ ແລະ ປັດຈຸບັນນີ້ ຄຣູອາສາສມັກ ກໍພາກັນລາອອກຫຼາຍ ເພາະ ພວກເຂົາເຈົ້າ ສອນມາໄດ້ຫຼາຍປີ ບໍ່ໄດ້ເງິນເດືອນ ແລະບໍ່ໄດ້ບັນຈຸເຂົ້າ ເປັນຣັຖກອນ ຈຶ່ງເຮັດໃຫ້ ບໍ່ຢາກສອນຕໍ່ ຊຶ່ງເຮັດໃຫ້ມີຜົລກະທົບ ຕໍ່ການຮຽນຂອງເດັກນ້ອຍ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ສຶກສາ ທ່ານນຶ່ງ ຢູ່ແຂວງສວັນນະເຂດ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ກັນຍາ ນີ້:
“ໂຕນີ້ກະຄືວ່າ ບັນຫາຫຼັກ ຢູ່ເຂດຊົນນະບົດນີ້ ມີບັນຫາເຣື່ອງຂາດຄຣູ ເງິນກະບໍ່ມີໃຫ້ ເຂົາສອນຟລີມາຕລອດ ມັນກະທໍ້ເນາະ ມັນບໍ່ໄດ້ ເປັນພະນັກງານ ເຂົາຈະໄປຕໍ່ແນວໃດ ເສັຍເວລາ ລ້າໆ ຄຣູອາສາດຽວນີ້ ເຂົາອອກຫຼາຍ ມັນກະມີຜົລກະທົບ ຕໍ່ເດັກນ້ອຍໂລດ ສະພາບສັງຄົມ ສື່ສານກະບໍ່ເຖິງ ເຂົາກະຢູ່ນໍາດົງນໍາປ່າ ຫາກິນລ້ຽງມື້ລ້ຽງວັນໄປຊື່.”
ທ່ານເວົ້າວ່າ ອີກສາເຫດນຶ່ງ ທີ່ເດັກນ້ອຍ ບໍ່ໄດ້ຮຽນໜັງສື ກໍຍ້ອນຄອບຄົວທຸກຍາກ ບໍ່ມີເງິນ ສົ່ງລູກຮຽນຕໍ່ ເຖິງແມ່ນວ່າ ຣັຖບານຈະໃຫ້ ຮຽນຟລີ ໃນຊັ້ນປະຖົມ ແຕ່ກໍຕ້ອງມີຄ່າໃຊ້ຈ່າຍ ຕ່າງໆຕື່ມອີກ ກໍເຮັດໃຫ້ເດັກນ້ອຍຫຼາຍຄົນ ບໍ່ມີທຶນໃນການຮຽນຕໍ່ ເຂົ້າຮຽນກໍໄດ້ພຽງແຕ່ ຊັ້ນ ປໍ 1 ຫາ ປໍ 2 ກໍປະລະການຮຽນແລ້ວ ເພາະຕ້ອງໄປຊ່ອຍພໍ່ແມ່ເຮັດວຽກ ຫຼືຊ່ອຍລ້ຽງນ້ອງ,
ອີກທັງບາງໂຮງຮຽນ ປື້ມຕໍາລາຮຽນກໍບໍ່ພຽງພໍ ເຮັດໃຫ້ເດັກນ້ອຍບໍ່ໄດ້ຝຶກອ່ານ, ຝຶກຂຽນ ຮວມເຖິງໂຮງຮຽນບາງບ່ອນ ກໍຢູ່ເຂດຫ່າງໄກ ຫຍຸ້ງຍາກຕໍ່ການເດີນທາງໄປຮຽນ ແລະ ສະພາບ ແວດລ້ອມການ ສື່ສານອື່ນໆ ກໍຍັງເຂົ້າໄປບໍ່ທົ່ວເຖິງ.
ທ່ານກ່າວຕື່ມວ່າ ທາງກະຊວງສຶກສາທິການ ຕ້ອງເປີດຮັບຄຣູເພີ່ມຂຶ້ນ ຮ່ວມດ້ວຍການຈ້າງຄຣູອາສາ ໃຫ້ໄປສອນຢູ່ໂຮງຮຽນ ຢູ່ເຂດຫ່າງໄກ ສອກຫຼີກ ເພື່ອເຮັດໃຫ້ເດັກນ້ອຍ ແລະ ປະຊາຊົນ ເຂົ້າເຖິງການສຶກສາຫຼາຍຂຶ້ນ:
“ຄັນຢາກໃຫ້ມັນດີຂຶ້ນ ຣັຖບານເອົາຄຣູມາເພີ້ມເຂົ້ານິ່ ມັນຈະໄປເຖິງທົ່ວທຸກບ່ອນ ກະຄືວ່າ ມີຄຣູອາສາສມັກ ທັງຄຣູນອກໂຮງຮຽນ ແລະ ຄຣູໃນໂຮງຮຽນ ຜະສົມຜະສານ ແຕ່ລະເຂດ ຈະໄດ້ຮັບຜົລດີກວ່າ ຂໍຢາກໃຫ້ເວົ້າເຖິງເຣື່ອງຄຣູນີ້ ເງິນເດືອນຄຣູຫັ້ນ ງົບປະມານ ໃຊ້ຈ່າຍ ໃນການບໍາລຸງຄຣູບໍ່ເຫຼືອ ແມ່ນຫຍັງນີ້ນະ.”
ນາຍຄຣູ ຢູ່ແຂວງຈໍາປາສັກ ທ່ານນຶ່ງ ເວົ້າວ່າ ຢູ່ແຂວງຈໍາປາສັກ ກໍຍັງມີເດັກນ້ອຍກືກໜັງສືຫຼາຍຢູ່ ໃນປັດຈຸບັນ ສ່ວນນຶ່ງ ກໍຍ້ອນຄອບຄົວ ທຸກຍາກ ພໍ່ແມ່ຕ້ອງພາລູກໄປ ອອກແຮງງານ ນໍາ ກໍເຮັດໃຫ້ລູກບໍ່ໄດ້ຮຽນໜັງສື ບາງຄອບຄົວພໍ່ແມ່ຕິດຢາເສພຕິດ ກໍຖືກຈັບແລ້ວເດັກນ້ອຍ ບໍ່ໄດ້ຮຽນໜັງສືກໍມີ ກໍຕ້ອງໄປລະການຮຽນໄປເລີຍ:
“ສ່ວນຫຼາຍ ຈໍານວນນຶ່ງ ກະຂາດເຂີນແຮງງານເນາະ ກະເອົາເປີເຊັນ ຂອງເດັກນ້ອຍຍິງ ຫັ້ນນ່າ ພໍ່ແມ່ກະເອົາໄປໃຊ້ ຊ່ວຍວຽກຄອບຄົວ ຫັ້ນນ່າ ກໍຕ້ອງໄດ້ອອກ ບາດນີ້ຄອບຄົວ ຕິດຢາເສພຕິດ ແດ່ ບໍ່ມີໃຜກໍຈໍາເປັນຕ້ອງໄດ້ອອກ ກະແສສັງຄົມເນາະ ຮຽນໄປກະບໍ່ໄດ້ຫຍັງ ຫັ້ນນາ ຄອບຄົວບໍ່ແມ່ໄປຖືກ ຄຸມຂັງໝົດ.”
ນາຍຄຣູ ຢູ່ແຂວງອັດຕະປື ທ່ານນຶ່ງ ກໍເວົ້າວ່າ ຄອບຄົວເດັກນ້ອຍ ຢູ່ເຂດຫ່າງໄກສອກຫຼີກ ສ່ວນໃຫຍ່ ຍັງບໍ່ເຂົ້າໃຈເຖິງຄວາມສໍາຄັນໃນ ການຮໍ່າຮຽນເພື່ອອານາຄົດ ບາງຄົນຄິດວ່າ ຮຽນໄປກໍບໍ່ໄດ້ຫຍັງ ຮຽນຈົບມາກໍຕ້ອງກັບມາເຮັດໄຮ່ ເຮັດນາຄືເກົ່າ ແລະບາງຄົນກໍໃຫ້ລູກ ຮຽນແຕ່ ປໍ1 ຮອດ ປໍ 3 ແລ້ວກໍບໍ່ໄດ້ຮຽນ ຕໍ່ກໍມີ:
“ຄວາມຈິງເປັນໃນຂອບເຂດ ໂດຍສະເພາະເຂດຫ່າງໄກສອກຫຼີກ ເຂົາກໍຍັງບໍ່ເຂົ້າໃຈເຣື່ອງຄວາມສໍາຄັນ ໃນອານາຄົດເຂົາເຈົ້າຫັ້ນນ່າເນາະ ປະລະການຮຽນກໍຍັງມີສູງຢູ່ ໂອ້ຮຽນກໍຢ່າ ແລ້ວ ສໍ່ານີ້ກະໄດ້ແລ້ວ ພັດວ່າຫັ້ນນ່າ ເພາະຄວາມຈໍາເປັນໂຕຈິງຂອງເຂົາ ກໍມີຄວາມຈໍາເປັນ ໃນຄອບຄົວເດ້.”
ໃນຂນະດຽວກັນ ຊາວບ້ານນາງນຶ່ງ ເວົ້າວ່າ ຖ້າເປັນໄປໄດ້ ກໍຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບການສຶກສາ ຊ່ອຍຣະດົມໃຫ້ພໍ່ແມ່ ແລະ ເດັກນ້ອຍ ຢູ່ເຂດຫ່າງໄກສອກຫຼີກ ໄດ້ຮູ້ເຖິງ ຄວາມສໍາຄັນ ຂອງການຮຽນໜັງສື ເພື່ອອານາຄົດທີ່ດີ ຂອງພວກເຂົາເຈົ້າ:
“ເຮົາຢາກໃຫ້ຣະດົມໄປທາງນອກພຸ້ນ ພາກສ່ວນທີ່ກ່ຽວຂ້ອງ ເວົ້າເຣື່ອງວຽກງານການສຶກສາ ເຂດດ້ອຍພັທນາພຸ້ນແຫຼະ ເອົາຫຼາຍໆເຕີບແດ່ ຄັນຢູ່ລາວນີ້ ຄອບຄົວຂາດເຂີນ ຫັ້ນແຫຼ້ວ ລູກກັບບໍ່ໄດ້ເຂົ້າໂຮງຮຽນ ເງິນຈະສົ່ງລູກໄປຮຽນ ກະຍາກ ສ່ວນຫຼາຍຄຣູກະຂາດເຂີນ ໄປສອນ ບໍ່ໄດ້ເງິນ ຄັນບໍ່ມັກແທ້ໃຜຈະຢາກໄປ.”
ຊາວບ້ານອີກທ່ານນຶ່ງ ເວົ້າວ່າ ປັດຈຸບັນ ທາງພັກ-ຣັຖ ກໍມີນະໂຍບາຍ ໃຫ້ເດັກນ້ອຍໄດ້ຮຽນຊັ້ນປະຖົມ ໝົດທຸກຄົນ ແຕ່ມັນກໍມີຫຼາຍປັດຈັຍ ທີ່ເຮັດ ໃຫ້ເຂົາເຈົ້າບໍ່ໄດ້ຮຽນໜັງສື ເປັນຕົ້ນ ຄອບຄົວທຸກຍາກ ແລະໂຮງຮຽນກໍຢູ່ຫ່າງໄກ:
“ໂຕບໍ່ໄດ້ຮັບການຮຽນ ກະຊິມີຫຼາຍປັດຈັຍເນາະ ອັນທີ່ນຶ່ງເງື່ອນໄຂ ຂອງຄອບຄົວ ຫ່າງໄກຈາກໂຮງຮຽນ ລະກະເຂົາເຈົ້າ ຈະບໍ່ມີໂອກາດ ໄດ້ເຂົ້າຮຽນ ຄັນວ່າ ຫາກມີອອກກາງຄັນແບບນີ້ ທາງໂຮງຮຽນຈະຕ້ອງ ມີໝາຍຮຽກ ຄືຜູ້ປົກຄອງຕ້ອງໄປ ສຶກສາອົບຮົມ.”
ຍານາງ ແສງເດືອນ ຫຼ້າຈັນທະບູນ ຣັຖມົນຕຣີກະຊວງສຶກສາທິການແລະກິລາ ໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນ ໃນພິທີຖແລງຂ່າວ ໃນວັນທີ 7 ກັນຍາ ຜ່ານມານີ້ວ່າ ໃນປີ 2020 – 2021 ມີປະມານ 4% ທີ່ປະຊາຊົນລາວ ບໍ່ຮູ້ໜັງສື ແລະເດັກນ້ອຍລາວ ບໍ່ໄດ້ເຂົ້າເຖິງການສຶກສາ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ເຊິ່ງເປັນຜົລກະທົບທີ່ໜັກໜ່ວງ.
ເພື່ອແກ້ໄຂບັນຫາດັ່ງກ່າວນີ້ ທາງຣັຖບານ ຈະສ້າງເປົ້າໝາຍ ໃຫ້ຜູ້ດ້ອຍໂອກາດ, ຜູ້ທຸກຍາກ, ເພດຍິງ, ຊົນເຜົ່າ ແລະຜູ້ພິການ ໃຫ້ໄດ້ຮັບ ການສຶກສາຢ່າງສເມີພາບ, ແຕ່ຣັຖບານ ບໍ່ໄດ້ເວົ້າເຖິງ ວ່າຈະພັທນາການສຶກສາ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກນັ້ນແນວໃດ.