ລົມເຣື້ອງຂ່າວ 03-08-2014

ອຸ່ນແກ້ວ ສຸກສວັນ ເປີດໃຈ ເຖິງສາເຫດ ຂອງ ຣາຍການ ສົນທະນາ ທາງ ວິທຍຸ ຖືກປິດ ຢູ່ ເມືອງລາວ ແລະ ຕັດສິນໃຈ ມາຈັດ ຣາຍການ ຢູ່ ວິທຍຸ ເອເຊັຍ ເສຣີ ທີ່ ວໍຊິງຕັນ ດີ ຊີ.

ອຸ່ນແກ້ວ ສຸກສວັນ ເປີດໃຈ ເຖິງສາເຫດ ທີ່ ຣາຍການ ສົນທະນາ ຜ່ານທາງ ວິທຍຸ ແຫ່ງຊາດ ຖືກປິດ ຢູ່ ສປປລາວ RFA

 

ອຸ່ນ​ແກ້ວ ຜູ້​ດຳ​ເນີນ ​ຣາຍ​ການ ລົມ​ເລື້ອງ​ຂ່າວ ເປີດເຜີຍ ​ຄວາມ​ຈິງ ກ່ຽວ​ກັບ ວ່າ ເປັນຫຍັງ ​ຣາຍ​ການ ​ວິ​ທ​ຍຸ ​ຂອງ​ຕົນ​ ຈຶ່ງ​ຖືກ​ປິດ ​ຢູ່​ ເມືອງ​ລາວ ຫລືວ່າ ​ຍ້ອນ ການເຊີນ ເອົາ​ຊາວ​ບ້ານ ທີ່​ໄດ້​ຮັບ ​ຜົນ​ກະ​ທົບ ຈາກ​ ການ​ສຳ​ປະ​ທານ ​ທີ່​ດິນ ​ຢູ່​ເມືອງ ​ປາກ​ຊ່ອງ ​ມາ​ຮ່ວມ ໃນ​ຣາຍ​ການ ຊຶ່ງ ກໍ່​ໃຫ້​ເກີດ ມີ​ສຽງ ​ວິ​ພາກ ວິ​ຈານ​ກັນ ​ຢ່າງ ​ກ້​ວາງ​ຂວາງ ວ່າ​ມີ​ ເຈົ້າ​ໜ້າ​ທີ່ ຂັ້ນ​ສູງ ມີ​ສ່ວນ ​ພົວ​ພັນ ກັບ​ການ​ ໃຫ້ ​ສຳ​ປະ​ທານ​ ທີ່​ດິນ ແກ່ ​ບໍ​ຣິ​ສັດ ​ຕ່າງ​ ປະເທດ.

ແລະ ນອກຈາກນັ້ນ ອຸ່ນແກ້ວ ກໍໄດ້ ​ອຸ​ທິ​ບາຍ ​ກ່ຽວ​ກັບ ສາເຫດ ແລະ ເຫດ​ຜົນ ​ໃນການ ​ຕັດ​ສິນ​ໃຈ ​ມາ​ເຮັດ​ວຽກ ​ຢູ່ວິ​ທ​ຍຸ ​ເອ​ເຊັຍ ​ເສ​ຣີ ກໍ​ເພື່ອ ​ຕ້ອງ​ການ ນຳ​ສະ​ເໜີ ​ຂໍ້​ມູນ ​ຄວາມ​​ຈິງ ໃຫ້​ຄົນ​ລາວ ​ທັງ​ໝົດ ​ໄດ້​ຮັບ​ຮູ້ ເຖິງຄວາມ ວຸ້ນວາຍ ທີ່ ເກີດຈາກ ການໃຊ້ ອໍານາດ ຕໍາແໜ່ງ ໜ້າທີ່ ເຈົ້າໜ້າທີ່ ພະນັກງານ ຂັ້ນສູງ ຂອງ ຣັຖບານ ຈົນບໍ່ ຄໍານຶງເຖິງ ປະເທດຊາດ ແລະ ປະຊາຊົນ ຜູ້ທຸກຍາກ ທີ່ກໍາລັງ ຮ້ອງຂໍ ຄວາມເປັນທັມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org