ລົມເຣື້ອງຂ່າວ 03-01-2014

ທາງການລາວ ມີແຜນ ກູ້ເງິນ ຈາກຈີນ ມາສ້າງ ທາງຣົດໄຟ ຄວາມໄວສູງ ນັ້ນ ຈະຄຸ້ມຄ່າ ຂນາດໃດ? ທັງຕົ້ນ ທັງດອກ ຈະເອົາຫຍັງ ຈ່າຍຄືນ?

ລົມເຣື້ອງຂ່າວ 03-01-2014 RFA

 

ທາງການລາວ ມີແຜນ ກູ້ເງິນ ຈາກຈີນ ມາສ້າງ ທາງຣົດໄຟ ຄວາມໄວສູງ ນັ້ນ ຈະຄຸ້ມຄ່າ ຂນາດໃດ? ທັງຕົ້ນທັງດອກ ຈະເອົາຫຍັງ ຈ່າຍຄືນ? ໃຫ້ເຈົ້າໜີ້.

ສ່ວນວ່າໃນການໃຊ້ໜີ້ຂອງລາວຈະທົດແທນດ້ວຍການເອົາຊັພຍາກອນ ທຳມະຊາດໃຊ້ແທນ ເປັນຕົ້ນທາດໂປຕາສ 5 ລ້ານຕັນ ຕໍ່ນຶ່ງປີຈົນຮອດ ປີ 2020, ນອກຈາກນີ້ ຍັງແລກ ກັບການ ສຳປະທານ ຕັດໄມ້ ແລະ ສຳປະທານ ທີ່ດິນ ນຳອີກ.ສ່ວນວ່າຜົນ ທີ່ ຈະໄດ້ຮັບ ຍັງບໍ່ຮູ້ ຄັກແນ່ ວ່າຈະໄດ້ ເທົ່າໄດ.

ໃນຂະນະທີ່ສະຖານບັນການເງິນສາກົນ ອອກມາແຈ້ງເຕື່ອນວ່າ ສປປລາວ ຈະເປັນປະເທດທີ່ມີໜີ້ສິນ ຫລາຍທີ່ສຸດເປັນ ອັນດັບທີ 4 ຂອງໂລກ ຮອງຈາກ ປະເທດ ຍີ່ປຸ່ນ, ປະເທດ ຊິມບອບເວ ແລະ ປະເທດກຼີສ.

ດອກເບັ້ຍທີ່ຈີນຢາກໄດ້ 5 ສ່ວນຮ້ອຍນັ້ນສູງເກີນໄປສຳລັບລາວ.ຖ້າວ່າດອກເບ້ຍ 5 ສ່ວນຮ້ອຍຂອງ 7 ຕື້ໂດລາ ມັນເທົ່າກັບ 350 ລ້ານໂດລາ ທີ່ສປປລາວ ຈະຕ້ອງຈ່າຍຄືນ, ສ່ວນທາງການລາວ ຢາກໃຫ້ 2 ສ່ວນຮ້ອຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org