ເປີດກອງປະຊຸມ ສະພາແຫ່ງຊາຕ ປະຊາຊົນຢາກໃຫ້ ແກ້ໄຂບັນຫາ ຄ່າຄອງຊີພ

ກອງປະຊຸມ ສະພາແຫ່ງຊາຕ ໄດ້ເປີດຂຶ້ນ ຢ່າງເປັນທາງການ ຊຶ່ງທ່ານ ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີ ໄດ້ອ້າງເຖິງ ສະພາບເສຖກິຈ ທີ່ຫຍຸ້ງຍາກ ໃນປັດບັນນີ້ ວ່າ ເປັນຍ້ອນ ການຣະບາດ ຂອງເຊື້ອໂຄວິດ-19 ແລະ ສົງຄາມຣັສເຊັຽໃນ ຢູເຄຣນ ຂະນະທີ່ ປະຊາຊົນ ຢາກເຫັນຣັຖບານ ເອົາໃຈໃສ່ ແກ້ໄຂບັນຫາຄ່າຄອງຊີພ.

ເປີດກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9, ນະຄອນຫຼວງວຽງຈັນ, ວັນທີ 5 ທັນວາ ປີ 2022. ຮູບພາບ: ປກສ

ໃນຕອນເຊົ້າຂອງວັນທີ 05 ທັນວາ 2022 ກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໄດ້ເປີດຂຶ້ນຢ່າງເປັນທາງການ ທີ່ຫໍປະຊຸມແຫ່ງຊາຕລາວ ໃນນະຄອນຫລວງວຽງຈັນ ແລະ ຈະດຳເນີນໄປ ຈົນເຖິງວັນທີ 30 ທັນວາ 2022. ໃນກອງປະຊຸມ ສະພາແຫ່ງຊາຕລາວ ເທື່ອນີ້ ທ່ານ ດຣ. ໄຊສົມພອນ ພົມວິຫານ ເປັນປະທານ ໃນຖານະ ປະທານສະພາແຫ່ງຊາຕລາວ ພ້ອມດ້ວຍຄະນະ ປະທານ ແລະ ມີສະມາຊິກ ສະພາແຫ່ງຊາຕລາວ ແລະ ຄະນະຣັຖບານເຂົ້າຮ່ວມ. ດັ່ງ ດຣ. ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາຕລາວ ໄດ້ກ່າວເປີດກອງປະຊຸມ ໃນຕອນນຶ່ງວ່າ:

ມື້ນີ້ກອງປະຊຸມ ສມັຍ ສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໄດ້ເປີດຂຶ້ນ ຢ່າງເປັນທາງການໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ທົ່ວ ຣັຖພວມສຸມໃສ່ ຈັດຕັ້ງປະຕິບັດ ຜັນຂຍາຍ ມະຕິກອງປະຊຸມໃຫຍ່ ຂອງຄະນະບໍຣິຫານງານ ສູນກາງພັກ.

ດຣ. ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ ໃນວາຣະກອງປະຊຸມ ເທື່ອນີ້ ສະມາຊິກສະພາ ແລະ ຣັຖບານລາວຈະສຸມໃສ່ ປຶກສາຫາລື ໃນ 14 ວຽກງານ ທີ່ສຳຄັນ ປະຈຳປີ 2022 ແລະ ທິດທາງແຜນການຈັດຕັ້ງ ປະຕິບັດໃນປີ 2023 ຂອງຣັຖບານ. ໂດຍສະເພາະ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສຖກິຈ, ການເງິນ ທີ່ປະເທດລາວ ກຳລັງໄດ້ຮັບຜົນກະທົບ ຢ່າງໜັກ ໃນປັດຈຸບັນ ຊຶ່ງສົ່ງຜົນຕໍ່ຊີວິຕ ຂອງປະຊາຊົນລາວ ທຸກຄົນ.

ໂດຍສະເພາະຢ່າງຍິ່ງ ມີຜົນກະທົບຕໍ່ການແກ້ໄຂ ຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ພາຍໃນປະເທດ ຂອງພວກເຮົາ ທີ່ສະສົມມາເປັນເວລາຫລາຍປີ. ການຄຸ້ມຄອງຣັຖ ຕໍ່ເສຖກິຈ-ສັງຄົມ ພົບຫລາຍສິ່ງທ້າທາຍໃໝ່ ເປັນຕົ້ນອັຕຣາແລກປ່ຽນ ເໜັງຕີງແຮງ ລາຄານໍ້າມັນ ເຊື້ອເພີງ ແລະສິນຄ້າ ເພີ່ມສູງຂຶ້ນຊີວິຕ ການເປັນຢູ່ ຂອງປະຊາຊົນ ມີຄວາມຝືດເຄືອງ.

ໂດຍວາຣະ ໃນກອງປະຊຸມເທື່ອນີ້ ໃນພາກເຊົ້າ ທ່ານ ດຣ. ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວຊີ້ແຈງ ວິກິຕທາງດ້ານເສຖກິຈ-ການເງິນ ໃນລາວ ທີ່ເກີດບັນຫາເງິນເຟີ້ສູ ງໃນປັດຈຸບັນ ຕລອດຫລາຍເດືອນທີ່ຜ່ານມາ ຣັຖບານກໍໄດ້ມີການແກ້ໄຂ ໃນລະດັບນຶ່ງ ເພື່ອໃຫ້ເສຖກິຈ ສາມາດເດີນໜ້າ ໄປໄດ້ ເຖິງແມ່ນວ່າ ຈະປະສົບບັນຫາເງິນເຟີ້ສູງກໍຕາມ.

ດຣ. ພັນຄຳ ກ່າວຕື່ມວ່າ ບັນຫາດັ່ງກ່າວເປັນຍ້ອນວ່າ ໄດ້ຮັບຜົນກະທົບ ຈາກການຣະບາດ ຂອງພະຍາດໂຄວິດ-19 ແລະ ພາຍຫລັງ ການຣະບາດຂອງ ໂຄວິດ-19 ໄດ້ຜ່ອນລົງ ປະເທດລາວກໍກຳລັງ ຢູ່ໃນໄລຍະ ການຟື້ນເສຖກິຈ ເກີດຂໍ້ຂັດແຍ່ງສົງຄາມ ລະຫວ່າງ ຣັສເຊັຽ ກັບ ຢູເຄຣນ ທີ່ສົ່ງຜົນເຮັດໃຫ້ ລາຄານໍ້າມັນເຊື້ອເພີງ ໃນທົ່ວໂລກສູງຂຶ້ນ ບວກກັບທະນາຄານ ກາງຂອງສະຫະຣັຖ ອາເມຣິກາ ໄດ້ປັບດອກເບັ້ຽຂຶ້ນ ເຮັດໃຫ້ເງິນໂດລ້າຣ໌ ສະຫະຣັຖ ແຂງຄ່າຂຶ້ນ ສົ່ງຜົນໃຫ້ເງິນສະກຸນຕ່າງໆ ອ່ອນຄ່າລົງ ລວມທັງເງິນກີບ ກໍໄດ້ອ່ອນຄ່າລົງ ຢ່າງຕໍ່ເນື່ອງ.

ໂຄວິດ-19 ໄດ້ສ້າງຜົນກະທົບ ໜັກໜ່ວງ ພວມຢູ່ໃນໄລຍະ ເຣີ່ມຕົ້ນການຟື້ນຕົວ ແຕ່ຊໍ້າພັດມາປະສົບກັບ ຂໍ້ຂັດແຍ່ງລະຫວ່າງຣັສເຊັຽ ກັບຢູ່ເຄຣນ ໄດ້ສົ່ງຜົນກະທົບທາງລົບ ເຮັດໃຫ້ເສຖກິຈ ໂລກຖົດຖອຍຢ່າງໜັກໜ່ວງ ເປັນຕົ້ນແມ່ນເຮັດໃຫ້ ລາຄານໍ້າມັນເຊື້ອເພີງ ແລະລາຄາສະບຽງອາຫານ ຖີບຕົວສູງຂຶ້ນແບບບໍ່ເຄີຍມີມາກ່ອນ ສົ່ງຜົນເຮັດໃຫ້ອັຕຣາເງິນເຟີ້ ເພີ່ມສູງຂຶ້ນ ຍິ່ງສົ່ງຜົນກະທົບ ຕໍ່ພວກເຮົາຢ່າງຫລີກລ້ຽງບໍ່ໄດ້.

ສຳລັບອັຕຣາເງິນເຟີ້ ໃນລາວຫລ້າສຸດນີ້ ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ວັນທີ 01 ທັນວາ 2022 ຣາຍງານວ່າ ອັດຕຣາເງິນເຟີ້ ລວມປະຈຳເດືອນພຶສຈິກາ 2022 ທຽບໃສ່ ເດືອນດຽວກັນ ຂອງປີກາຍ ແມ່ນເພີ່ມສູງຂຶ້ນ 38.46%.

ຂະນະດຽວກັນ ຊາວລາວຫລາຍຄົນ ກໍຢາກໃຫ້ແກ້ໄຂ ບັນຫາເງິນເຟີ້ ໃຫ້ໄດ້ໂດຍໄວ ຍ້ອນໄດ້ຮັບຜົນກະທົບ ໜັກເພາະວ່າໃນປັດຈຸບັນ ຄ່າຄອງຊີພແພງ ທຸກຢ່າງລວມເຖິງສິນຄ້າຕ່າງໆ ທີ່ຊື້ໃຊ້ ແລະຮັບມາຂາຍ ມີລາຄາແພງຫລາຍເທົ່າ ຊຶ່ງປັດຈຸບັນນີ້ ຫລາຍຄົນ ບໍ່ຢາກຈະຈັບຈ່າຍ ໃຊ້ສອຍ ຕ້ອງປະຢັດ ເພາະຫຍຸ້ງຍາກ ຫລາຍຂຶ້ນ.

ດັ່ງຊາວລາວ ໃນແຊວງຫລວງພຣະບາງ ທ່ານນຶ່ງກ່າວວ່າ:

ກໍຢາກໃຫ້ແກ້ໄຂລະເນາະ ເສຖກິຈຕົກຕໍ່າແດ່ ບໍ່ຮູ່ຈະເຮັດຫຍັງແລ້ວ ຍາມນີ້ບໍ່ຮູ້ຈະເຮັດ ທຸຣະກິຈຫຍັງ ແພງເນາະ ລຳບາກຢູ່ຈັກຈະລ້ຽງລູກໄຫວບໍ່ ຈ່າຍຮຽນລູກແດ່ ຊື້ຢູ່ ຊື້ກິນໃຫ້ລູກແດ່.”

ພ້ອມດຽວກັນນີ້ ຊາວລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກໍກ່າວວ່າ ປັດຈຸບັນນີ້ ສິນຄ້າທຸກຢ່າງແພງຂຶ້ນໝົດ ຊຶ່ງທ່ານເອງ ກໍຂັບຣົຖຈຳໂບ້ ຮັບສົ່ງຜູ້ໂດຍສານ ຍັງໄດ້ປັບລາຄາຂຶ້ນ 1 ເທົ່າ ເພາະລາຄານໍ້າມັນແພງຫລາຍ ກ່ວາເກົ່າ ຖ້າບໍ່ປັບລາຄາຂຶ້ນ ກໍຢູ່ບໍ່ລອດ.

ກາແມ່ນແຫລະ ເຟີ້ແຫລະ ເງິນລາວເຮົາມັນຢູ່ບໍ່ໄດ້ແລ້ວ ເພາະວ່ານໍ້າມັນ ມັນແພງເດ້ ເອີ ສົມມຸດເຮົາເຄີຍເກັບ 10,000 ກີບ ເຮົາຕ້ອງເກັບ 20,000 ກີບ ຄັນເຮົາຈະເກັບສໍ່າເກົ່າ ມັນກໍຢູ່ບໍ່ລອດແຫລະ.

ນອກຈາກນີ້ ພະນັກງານຣັຖກອນ ທ່ານນຶ່ງກໍກ່າວວ່າ ຢາກໃຫ້ທາງສະພາ ແຫ່ງຊາຕ ມີການຫາລືກັນ ໃນການຂຶ້ນເງິນເດືອນ ໃຫ້ພະນັກງານຣັຖກອນ ນໍາດ້ວຍ ເພາະເງິນເດືອນ ໃນປັດຈຸບັນນີ້ ບໍ່ພຽງພໍ ຕໍ່ຄ່າຄອງຊີພ ທີ່ເພີ່ມສູງຂຶ້ນ ຊຶ່ງພະນັກງານຣັຖກອນ ຫລາຍຄົນແມ່ນຕິດລົບ ເກືອບທຸກເດືອນ ຊຶ່ງຫາທາງແກ້ໄຂ ບັນຫາໃນເບື້ອງຕົ້ນ ໂດຍການລ້ຽງໄກ່, ລ້ຽງເປັດ ຂາຍ, ປູກຜັກກິນເອງ ພໍໃຫ້ຊີວິິຕ ຜ່ານພົ້ນໄປ ໃນແຕ່ລະມື້ເທົ່ານັ້ນ.

ລໍຖ້າແຕ່ເງິນເດືອນ ຕິດລົບຊໍ້າແລ້ວ ເຈົ້ານາຍແຫລະ ບໍ່ປານໃດ ກໍມີແຕ່ແບບຫາເຊົ້າກິນຄໍ່າ ຈັບເປັດ ຈັບໄກ່ ຂາຍໄປຊັ້ນແຫລະ.

ຢ່າງໃດກໍຕາມ 14 ວຽກງານ ທີ່ສຳຄັນ ທີ່ຣັຖບານຈະພິຈາຣະນາ ໃນນີ້ ກອງປະຊຸມ ສະພາແຫ່ງຊາຕ ສມັຍສາມັນ ເທື່ອທີ 4 ຂອງສະພາ ແຫ່ງຊາຕຊຸດທີ 9 ສ່ວນໃຫຍ່ແລ້ວ ກໍກ່ຽວກັບວຽກງານ ເສຖກິຈ-ສັງຄົມ ເປັນຕົ້ນຈະມີວຽກງານ ກ່ຽວກັບການຈັດຕັ້ງ ປະຕິບັດແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາຕປະຈຳປີ 2022 ແລະ ແຜນການປະຈໍາປີ 2023. ການສລຸບຂາດ ໂຕການຈັດຕັ້ງ ປະຕິບັດງົບປະມານແຫ່ງຣັຖປີ 2021, ປີ 2022 ແລະ ແຜນການປີ 2023. ການແກ້ໄຂ ຄວາມຫຍຸ້ງຍາກ ດ້ານເສຖກິຈ-ການເງິນ ໃນປີ 2022 ແລະ ແຜນການໃນປີ 2023. ການແກ້ໄຂບັນຫາ ຢາເສພຕິດ ປີ 2022 ແລະ ແຜນການປີ 2023, ການສ້າງວິຊາຊີພ ການພັທນາສີມືແຮງງານ ແລະ ວຽກເຮັດງານທຳ ໃຫ້ປະຊາຊົນເພື່ອແກ້ໄຂ ບັນຫາການຫວ່າງງານ. ບົດຣາຍງານ ຂອງອົງການ ກວດສອບ ແຫ່ງຣັຖ ປີ 2022 ແລະ ແຜນການປີ 2023.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org