ການເລືອກຕັ້ງທີ່ "ເສຣີ" ໃນ ພະມ້າ
ປະຊາຊົນ ລາວ ສັລເສີນ ການເລືອກຕັ້ງ ທົ່ວໄປ ແບບ ເສຣີ ໃນ ພະມ້າ ຊຶ່ງ ຈະ ເປັນການ ພັທນາ ປະເທດ ຊາດ ໃຫ້ ດີ ຂຶ້ນ ໃນ ພາຍໜ້າ.
-
ຈໍາປາທອງ
2015-11-11 -
-
-
Your browser doesn’t support HTML5 audio
ປະຊາຊົນ ລາວ ທີ່ ຕິດຕາມ ຂ່າວ ການເລືອກຕັ້ງ ທົ່ວໄປ ແບບ ເສຣີ ໃນ ປະເທສ ພະມ້າ ເຫັນວ່າ ການເລືອກຕັ້ງ ເມື່ອ ວັນອາທິດ ຜ່ານມາ ນັ້ນ ຄືການ ພັທນາ ປະເທດ ໃຫ້ ດີຂຶ້ນ. ຕາມຄຳເວົ້າ ຂອງຊາວ ນະຄອນຫຼວງ ວຽງຈັນ ທ່ານ ນຶ່ງ:
“ກໍຄິດວ່າ ດີ ເພາະວ່າ ເປັນການ ປັບປຸງ ການພັທນາ ຂອງ ປະເທດ ຂະເຈົ້າ ເອງ. ຖ້າເປັນ ອອງ ຊານຊຸຈິ ຄະແນນນຳ ຄະແນນຫລາຍ ກໍ ຫນ້າຈະແມ່ນ ເພາະວ່າ ລາວ ກໍ ຕໍ່ຕ້ານ ເພື່ອ ສັນຕິພາບ ມາ”.
ການເລືອກຕັ້ງ ຢູ່ ພະມ້າ ມີຫຼາຍ ພັກ ການເມືອງ ເຂົ້າຮ່ວມ, ແຕ່ສຳລັບ ການ ເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຢູ່ ສປປລາວ ແມ່ນມີ ພັກ ການເມືອງ ດຽວ ແລະ ຈະມີ ການ ເລືອກຕັ້ງ ໃນ ປີ ໜ້ານີ້. ນາງ ຄິດວ່າ ການ ເລືອກຕັ້ງ ທີ່ ມີພັກດຽວ ແລະ ຫຼາຍພັກ ກໍມີ ຂໍ້ດີ ຂໍ້ເສັຽ:
“ຖ້າ ສົມມຸດວ່າ ມີຫຼາຍພັກ ມັນ ກໍມີການ ແຂ່ງຂັນ ກັນ ການພັທນາ ຂອງ ແຕ່ ລະເຂດ ກໍ ຈະດີຂຶ້ນ ເພາະວ່າ ການພັທນາ ຂອງ ປະເທດ ເຮົາ ມັນ ຢາກຊ້າແດ່. ແຕ່ວ່າ ປະເທດ ອ້ອມຂ້າງ ເຮົາ ຫຼາຍພັກ ມັນ ກະວຸ້ນວາຍ. ພັກດຽວ ກະດີ ບ້ານເມືອງເຮົາ ກໍສງົບດີ ບໍ່ໄດ້ ມີຄວາມ ວຸ້ນວາຍ ຫຍັງ”.
ແຕ່ ເມື່ອຖາມ ເຖິງ ອະນາຄົດ ຂອງລາວ ນາງຄິດ ວ່າ ກໍເປັນ ໄປໄດ້ ທີ່ ປະເທດ ລາວ ຈະ ປ່ຽນແປງ ໄປສູ່ ປະຊາທິປະໄຕ ແບບ ເສຣີ ທີ່ ແທ້ຈິງ ແຕ່ ອາຈບໍ່ແມ່ນ ໃນ ໄວໆນີ້:
“ຖ້າເບິ່ງ ໃນ ຣະຍະ ສັ້ນ ກໍ ຄືຈະຍັງ ດອກ ຄືຈະຍາກ ແຕ່ວ່າ ອະນາຄົດ ກໍ ບໍ່ແນ່ເນາະ ເພາະວ່າ ຄົນລາວເຮົາ ເຣີ້ມໄປ ສຶກສາ ໄປຮຽນ ຕ່າງ ປະເທດ ຫຼາຍຂຶ້ນ ຄວາມຮັບຮູ້ ຫຍັງ ມັນ ກໍຫຼາຍຂຶ້ນ ອາດຈະເປັນ ໄປໄດ້”.
ເຖິງຢ່າງໃດ ກໍຕາມ, ປະຊາຊົນ ລາວ ອີກ ຫຼາຍຄົນ ຄິດວ່າ, ສະມາຊິກ ພັກ ປະຊາຊົນ ປະຕິວັດ ລາວ ຄົງຈະບໍ່ຍອມ ປ່ຽນ ຣະບອບ ການປົກຄອງ ຈາກ ສັງຄົມ ນິຍົມ ເປັນ ປະຊາທິປະໄຕ ໄດ້ ງ່າຍໆ.