ທາງການລາວອອກແຈ້ງການ ໂຈະ ການຮຽນ ທົ່ວປະເທດ
ໃນວັນທີ 18 ມີນາ 2020 ນີ້ ກະຊວງສຶກສາທິການ ແລະ ກິລາ ຂອງລາວ ອອກແຈ້ງການ ເລຂທີ 369/ສສກ ສັ່ງໂຈະ ການຮຽນ-ການສອນ ຊົ່ວຄາວ ໃນ ທົ່ວປະເທດ.
-
ສຸພັດຕາ
2020-03-19 -
-
-
Your browser doesn’t support HTML5 audio
ໃນວັນທີ 18 ມີນາ 2020 ນີ້ ກະຊວງສຶກສາທິການ ແລະກິລາຂອງລາວ ອອກແຈ້ງການ ເລຂທີ 369/ສສກ ສັ່ງໂຈະການຮຽນ-ການສອນ ຊົ່ວຄາວ ໂຮງຮຽນຊັ້ນມັທຍົມສຶກສາ, ອາຊີວະສຶກສາ, ໂຮງຮຽນສົງ, ວິທຍາລັຍ, ມະຫາວິທຍາລັຍ ທັງພາກຣັຖ ແລະ ເອກກະຊົນໃນທົ່ວ ປະເທດ ນັບແຕ່ວັນທີ 19 ມີນາ ໄປເຖິງ ວັນທີ 21 ເມສາ 2020.
ເນື່ອງຈາກສະພາບການ ທີ່ເກີດຂຶ້ນໃນຫຼາຍປະເທດ ທີ່ມີການແຜ່ຣະບາດຂອງເຊື້ອພຍາດໂຄວິດ-19, ເຖິງແມ່ນວ່າຢູ່ໃນ ສປປລາວ ຈະຍັງ ບໍ່ມີຜູ້ຕິດເຊື້ອພຍາດ ດັ່ງກ່າວນີ້ກໍຕາມ, ແຕ່ທາງການລາວ ກໍຕັດສິນໃຈໃຊ້ມາຕການເດັດຂາດ ເພື່ອປ້ອງກັນ ການແຜ່ຣະບາດ ຂອງພຍາດ ໂຄວິດ-19 ຈຶ່ງໄດ້ອອກແຈ້ງການ ໃຫ້ໂຈະການຮຽນ-ການສອນ ໃນທຸກຊັ້ນຮຽນ ທົ່ວປະເທດ.
ກ່ຽວກັບແຈ້ງການດັ່ງກ່າວນີ້ ໄດ້ເຮັດໃຫ້ພໍ່ແມ່ຜູ້ປົກຄອງນັກຮຽນຫຼາຍຄົນ ມີທັສນະທີ່ແຕກຕ່າງກັນໄປ ດັ່ງຜູ້ປົກຄອງນັກຮຽນ ໃນນະຄອນຫຼວງ ວຽງຈັນ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ມີນາ ນີ້ວ່າ; ເພິ່ນໃຫ້ພັກໂຮງຮຽນກໍດີ ແລ້ວ ເພື່ອປ້ອງກັນພຍາດໂຄວິດ-19 ຣະບາດ:
”ມີລູກມີຫຼານ ໄປຮຽນຢູ່ໂຮງຮຽນອະນຸບານ ໂຮງຮຽນມໍຕົ້ນ ມໍປາຍ ກະມີ ລູກຫຼານຫຼາຍຄົນ ເພິ່ນພັກໃຫ້ຊັ້ນກະດີແຫຼະ ເພື່ອປ້ອງກັນພຍາດ ນີ້ເນາະ ຄັນເປັນມາລະກະຍາກ ລະກະຊິຍາກໃຫ້ພໍ່ໃຫ້ແມ່ອີກ.”
ໃນຂນະດຽວກັນຜູ້ປົກຄອງນັກຮຽນ ຢູ່ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຄັນຖ້າຍັງຮຽນຢູ່ ກະຢ້ານ ຫັ່ນແຫຼ້ວ ເຮັດຫຍັງກະຢ້ານ:
”ຢ້ານເຮັດພິສັງກະຣະແວງໄປເບິດ ຄຶດແຕ່ເຣື້ອງພຍາດ ເວົ້າຫຍັງກະຄຶດແຕ່ເຣື້ອງພຍາດ ນຶ່ງນິ່ ແບບບໍ່ມີເງິນປົວ ຄືຢູ່ແຖວນີ້ຢາກຍາກໜ້ອຍ ນຶ່ງນ່າ ຄົນຢູ່ບ້ານນອກນະ ຄຶດແຕ່ວ່າຕາຍຢ່າງດຽວ ໃຜກະວ່າຕາຍ ຕາຍ.”
ແລະຜູ້ປົກຄອງນັກຮຽນ ຢູ່ນະຄອນຫຼວງວຽງຈັນ ອີກທ່ານນຶ່ງກໍເວົ້າວ່າ ຢ້ານຫຼາຍພຍາດໂຄວິດ-19 ຄັນເປັນມາກະຍາກບໍ່ມີເງິນປົວ:
”ທາງທີ່ດີກະຢາກໃຫ້ປິດຫັ່ນລະ ໂຮງຮຽນຫັ່ນນະ ເພາະວ່າອັນຄັນເປັນມາລະມັນກະຍາກ ນຶ່ງກະຍາກໃດ໋ ຄືໄທເຮົາຄົນທຸກຍາກ ງົບປະມານ ປິ່ນປົວ ຄ່າກວດກະບໍ່ມີ ຄັນວ່າຕິດມາແລ້ວ ເປັນກະຊິຕາຍຖິ້ມຊື່ໆ.”
ກ່ອນໜ້ານັ້ນ ວິທຍຸເອເຊັຽເສຣີ ໄດ້ຕິດຕ່ໍສອບຖາມໄປຍັງ ອໍານວຍການໂຮງຮຽນ ມັທຍົມບ້ານແກ້ງແຄນ ແຂວງຫຼວງພຣະບາງ ກ່ຽວກັບວ່າ ເພິ່ນມີຄວາມເຫັນແນວໃດ ວ່າໂຮງຮຽນຄວນໂຈະ ການສອນ ຫຼືວ່າດໍາເນີນໄປຕາມປົກກະຕິ:
”ບໍ່ເຫັນແຈ້ງການ ຈາກກະຊວງສຶກສາເພິ່ນແຈ້ງມາ ມີແຕ່ວ່າດຽວນີ້ ທາງໂຮງຮຽນກໍໍຖືວ່າໄດ້ໂຄສະນາແບບນີ້ ເພື່ອປ້ອງກັນ ໂຄວິດ-19 ກໍບໍ່ໃຫ້ນັກຮຽນ ກະບໍ່ໃຫ້ນັກຮຽນເຄື່ອນໄຫວໄປ ບ່ອນຫັ້ນບ່ອນນີ້ ລະກະໃຫ້ເບິ່ງບ່ອນໃດແຂກຄົນ ທີ່ວ່າເຂົ້າມາກໍບໍ່ໃຫ້ໄປ ມົ້ວສຸມຂະເຈົ້າ ລະກະໄດ້ມີການ ສວມຜ້າອານາມັຍ ອັດປາກອັດດັງຫັ້່ນ.”
ເຖິງແນວໃດກໍດີ ການອອກແຈ້ງການ ຂອງກະຊວງສຶກສາ ແລະກິລາ ໃນຄັ້ງນີ້ ໄດ້ເຮັດໃຫ້ພໍ່ແມ່ຜູ້ປົກຄອງນັກຮຽນສຶກສາ ຮູ້ສຶກໝົດຄວາມ ກັງວົນ ກັບພວກນັກຮຽນ ທີ່ບໍ່ຕ້ອງໄດ້ໄປ ໂຮມກັນຢູ່ເປັນກຸ່ມເປັນກ້ອນ ໃນລະຍະພຍາດ ໂຄວິດ-19 ກໍາລັງຣະບາດ ຮ້າຍແຮງຢູ່ນີ້.