ລາວເພີ້ມງົປໃສ່ການສຶກສາ

ສປປລາວ ເພີ້ມ ງົບປະມານ ທາງດ້ານ ການສຶກສາ ແຕ່ຍັງ ປະເຊີນກັບ ບັນຫາ ທ້າທາຍ ຫລາຍຢ່າງ.

ເດັກນ້ອຍນັກຮຽນ ຕ້ອງການ ສິ່ງທີ່ຊຸກຍູ້ ໃຫ້ຕັ້ງໃຈຮໍ່າຮຽນ Friends/fb

 

ມາຕການໃນການເພີ້ມງົບປະມານທາງດ້ານການສຶກສາໃນ ສປປລາວ ໃນຣະຍະຜ່ານມານີ້ເພື່ອຕ້ອງການຍົກຣະດັບ ຄຸນນະພາບ ແຕ່ຍັງຕ້ອງ ປະເຊີນກັບ ບັນຫາທ້າທາຍຫລາຍຢ່າງ ທະນາຄານໂລກຖແລງ ໃນບົດລາຍງານ ປະຈຳປີ.

ຣາຍງານວ່າ ເພື່ອຍົກຣະດັບການສຶກສາ ໃຫ້ມີຄຸນນະພາບ ໃນລາວ ທາງການລາວ ໄດ້ພັທນາໂຄງຮ່າງການສຶກສາ ໃຫມ່ດ້ວຍການດັດແປງ ຣະ ບົບການ ສຶກສາ ໃຫ້ມີປະສິດທິພາບກ່ອນເກົ່າ.

ທາງການລາວເພີ້ມງົບປະມານໃສ່ການສຶກສາອີກ 11% ປີ 2010-2011 ໃຫ້ເປັນ 18% ໃນປີ 2015. ອິງຕາມຂໍ້ມູນໂຕເລກ ຈາກກະຊວງ ການເງິນຣັຖບານ ໄດ້ໃຊ້ຈ່າຍທາງດ້ານການສຶກສາ ໃນປີ 2011-2012 ປະມານ 13% ສ່ວນໃຫຍ່ແມ່ນການໃຊ້ຈ່າຍຄ່າຄຣູ ອາຈານ ຫ້ອງ ຮຽນ ອຸປກອນການຮຽນ ການສອນ ແຕ່ການໃຊ້ຈ່າຍສຳລັບ ຍົກຣະດັບການສຶືກສານັ້ນຍັງຕໍ່າຢູ່ ມີພຽງແຕ່ 3% ຫາ 7% ເທົ່ານັ້ນ ໃນຣະຍະ ສາມຫາສີ່ປີຜ່ານມາ.

ເມື່ອເປັນແນວນັ້ນ ພໍ່ແມ່ຂອງນັກຮຽນຫລືຜູ້ປົກຄອງ ຕ້ອງໄດ້ຈ່າຍຄ່າຮໍ່າຮຽນ ຂອງລູກຫລານຂອງຕົນ ເກືອບໝົດທຸກຢ່າງ ຈຶ່ງສົ່ງຜົລກະທົບ ຕໍ່ຄອບຄົວ ທີ່ທຸກຍາກ ບໍ່ສາມາດຈ່າຍຄ່າ ຮໍ່າຮຽນໃຫ້ລູກໄດ້. ໃນພາກສ່ວນຂອງການສອນຂອງໂຮງຮຽນຕ່າງໆໃນລາວ ກໍຍັງບໍ່ໄດ້ມາຕຖານ ແລະມີຄຸນນະພາບ ເທົ່າທີ່ຄວນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org