ສື່ສັງຄົມອອນລາຍໃນລາວ ຍັງຖືກ ຈຳກັດ

ເສຣີພາບ ໃນການສະແດງ ຄວາມຄິດເຫັນ ໃນສື່ສັງຄົມ ອອນລາຍ ໃນລາວ ຍັງຖືກ ຈຳກັດ.

ນັກທ່ອງທ່ຽວ ທີ່ ໃຊ້ບໍຣິການ ອິນເຕິເນັດ ຕາມຮ້ານກາເຟ ທີ່ແຂວງ ຫລວງພຣະບາງ AFP PHOTO/Laurent FIEVET

ປະຊາຊົນລາວໃນປະເທດ ທີ່ຢາກສະແດງຄວາມຄິດເຫັນ ໃນສື່ສັງຄົມອອນລາຍ ມີຫລາຍຂຶ້ນ ຍ້ອນການເຂົ້າເຖິງ ອິນເຕີເນັດ ເພີ້ມຂຶ້ນ, ແຕ່ຈະຕ້ອງບໍ່ໄປ ຂັດກັບແນວທາງ ນະໂຍບາຍ ຂອງພັກ-ຣັຖ.

ການສະແດງຄວາມຄິດເຫັນ ຂອງຄົນລາວ ໃນສື່ສັງຄົນອອນລາຍ ຫຼາຍຂຶ້ນ ດັ່ງປະຊາຊົນ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:

"ແນ່ນອນວ່າສະພາບການຂອງໂລກ ກໍຈະເອື້ອອຳນວຍໃນເສຣີພາບ ໃນການນຳສະເໜີຂ່າວ ໄດ້ຫຼາຍຂຶ້ນ ປະເທດລາວ ເຮົາມີອິນເຕີເນັດ ໄວຂຶ້ນ ສາມາດໃຊ້ໄດ້ແລ້ວ ກໍມີ ເຟສບຸກ ຂຶ້ນມາໃຫ້ໃຊ້ ກໍມີສິດ ເສຣີພາບ ໃນການນຳສະເໜີ ກໍຫລາຍຂຶ້ນ".

ການສະແດງຄວາມຄິດເຫັນ ນັ້ນຕ້ອງເປັນໄປໃນທາງສ້າງສັນ ຕາມຂໍ້ກຳນົດ ຂອງ ທາງການ, ດັ່ງປະຊາຊົນ ທ່ານນັ້ນ ກ່າວຕື່ມ ອີກວ່າ:

"ອັນນີ້ ທຸກຄົນກໍເປັນກະບອກສຽງ ຂອງປະຊາຊົນຄືກັນ ສາມາດນຳສະເໜີໄດ້ ຖ້າວ່າປະຊາຊົນ ບ້ານນີ້ ມີຂໍ້ຄວາມຄິດເຫັນ ແນນນັ້ນ ແນວນີ້ ເຮົາກໍນຳສເໜີ ອອກໄປໄດ້ ແຕ່ວ່າຢູ່ ໃນລັກສນະ ສ້າງສັນ".

ໃນປີທີ່ 2016 ທີ່ຜ່ານມາ ເຈົ້າໜ້າທີ່ທາງການລາວ ໄດ້ຈັບກຸມຜູ້ໃຊ້ ສື່ສັງຄົມລາວ 3 ຄົນຖືກຈັບໃນຂໍ້ຫາ ວິຈານແນວທາງຂອງ ພັກ-ຣັຖ. ອີງຕາມສະຖິຕິ ຈາກເວັບໄຊ Internet User Statistics, ໄດ້ຮູ້ວ່າ ຢູ່ປະເທດລາວ ມີຜູ້ໃຊ້ ອິນເຕີເນັດ 1,400,000 ຄົນ ໃນຂນະທີ່ ພົລເມືອງ ລາວມີ 6.8 ລ້ານ ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org