ທູດທະຫານລາວໄປພະມ້າ ສລອງ ວັນກອງທັບ
ທາງການລາວ ສົ່ງທູດທະຫານ ເຂົ້າຮ່ວມ ສລອງວັນກອງທັບ ໃນພະມ້າ ທ່າມກາງ ສະຖານະການ ຮຸນແຮງ ທີ່ປະຊາຊົນ ຖືກທະຫານ ຍິງຕາຍ ຫຼາຍຮ້ອຍຄົນ.
-
ຈໍາປາທອງ
2021-03-29 -
-
-
Your browser doesn’t support HTML5 audio
ໃນໂອກາດວັນກອງທັບແຫ່ງຊາດ ພະມ້າ ຄົບຮອບ 76 ປີ ໃນມື້ວັນທີ 27 ມິນາ 2021 ນີ້ ຣັຖບາລລາວ ສົ່ງທູດທະຫານຂອງຕົນ ໄປເຂົ້າຮ່ວມການສລອງ ທີ່ມີພິທີສວນສນາມ ແລະສະແດງຄວາມເຂັ້ມແຂງ ຂອງກອງທັບພະມ້າ ໂດຍບໍ່ສົນໃຈນໍາເຫດການຮຸນແຮງ ໃນປະເທດພະມ້າ ທີ່ປະຊາຊົນຖືກທະຫານຍິງຕາຍ ຫລາຍຮ້ອຍຄົນ.
ລາວ ແລະ ພະມ້າ ເປັນພັນທະມິດອັນດີຕໍ່ກັນ ແລະມີແນວທາງເຊີດຊູທະຫານ ໄປໃນທາງດຽວກັນ ມັນກໍເປັນເຣື່ອງທັມມະດາທີ່ ທາງການລາວ ໄປຮ່ວມຍິນດີ. ແຕ່ໃນເມື່ອ ສະຖານະການ ຮຸນແຮງເກີດຂຶ້ນໃນປະເທດພະມ້າ ທີ່ທະຫານຍິງປະຊາຊົນຕາຍຫຼາຍ ຮ້ອຍຄົນກໍເປັນເຮື່ອງທີ່ບໍ່ເໝາະສົມ ທີ່ຈະສລອງ ໂດຍບໍ່ເຫັນຄຸນຄ່າຂອງຊີວິດປະຊາຊົນ ຊຶ່ງຖືວ່າເປັນການກະທໍາທີ່ບໍ່ຖືກຕ້ອງ ໃນເຣື່ອງສິດທິມະນຸດ ດັ່ງປະຊາຊົນລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 29 ມິນາ ນີ້ວ່າ:
“ປະເທດທີ່ສົ່ງເຂົ້າຮ່ວມ ຄືມັນຈະເປັນປະເທດດຽວກັນ ປົກຄອງຄ້າຍໆກັນ ໃຫ້ຄວາມສໍາຄັນອໍານາດ ຂອງ ທະຫານ ມັນສໍາຄັນ ກວ່າເຣື່ອງສິດເສຣີພາບ ເຣື່ອງສິດທິມະນຸດ. ຖ້າເກີດເຮົາເບິ່ງ ຕາມຄວາມຖືກຕ້ອງ ມັນກະບໍ່ເໝາະສົມ ບໍ່ຫັນຄ່າຊີວິດຄວາມເປັນຢູ່ ຂອງປະຊາຊົນ ຄົນມຽນມາ ເຂົາໄດ້ຮັບຄວາມເດືອດຮ້ອນ ຖືກຢຽບຍໍ່າ ທຸກຢ່າງຫັ້ນນ່າ ຢ່າງໜ້ອຍຄວນ ສະແດງຄວາມຖືກຕ້ອງ.”
ປະຊາຊົນລາວອີກທ່ານນຶ່ງ ກໍເວົ້າວ່າເປັນເຣື່ອງປົກກະຕິ ທີ່ທາງການລາວ ສົ່ງທູດທະຫານຂອງຕົນ ໄປຮ່ວມສລອງວັນກອງທັບ ພະມ້າ ເພາະວ່າສອງປະເທດນີ້ເປັນ ພັນທະມິດ ທີ່ດີຕໍ່ກັນໃນເຣື່ອງທະຫານ ເຣື່ອງຄວາມໝັ້ນຄົງ ໃນຣະບອບການປົກຄອງ ທີ່ຄ້າຍໆຄືກັນ. ແຕ່ຖ້າຫາກເບິ່ງໃນຄວາມເປັນຈິງ ກ່ຽວກັບສະຖານະການ ໃນພະມ້າປັດຈຸບັນ ກໍເປັນເຣື່ອງທີ່ບໍ່ສົມຄວນຫຼາຍ ທີ່ທາງການລາວໄປຮ່ວມງານສລອງ, ຄວນສະແດງຄວາມໂສກເສົ້າແທນ, ແຕ່ກໍເປັນ ເຣື່ອງຂອງຂັ້ນເທິງ ດັ່ງທີ່ທ່ານກ່າວວ່າ:
“ມັນກະເປັນເບື້ອຂັ້ນເທິງ ມີສ່ວນເຂົ້າໃຈກັນ ລະແມ່ນເຊີນກັນ ບໍ່ວ່າເຫດຜົລໃດ ເຄີຍໄປມາຫາສູ່ກັນ ເຄີຍໄດ້ອາສັຍກັນຫັ້ນແຫຼະ ກໍບໍ່ໜ້າຈະເໝາະຫັ້ນແຫຼະວ່າຊັ້ນສະ. ຄັນວ່າໄປ ສລອງຄົນຕາຍ ພໍ່ແມ່ປະຊາຊົນຂອງເຂົາ ຄັນວ່າໄປໃນນາມ ສະແດງຄວາມ ໂສກເສົ້າ ເສັຽໃຈມັນກະຈະຢ່າງນຶ່ງຫັ້ນນະ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງກ່າວວ່າ ເຣື່ອງທີ່ທະຫານພະມ້າ ຂ້າປະຊາຊົນຂອງຕົນເອງຕາຍຫຼາຍຮ້ອຍຄົນ ເປັນເຣື່ອງທີ່ບໍ່ເໝາະ ແຕ່ໃນເມື່ອເປັນພັນທະມິດ ກັນກໍຕ້ອງໄດ້ໄປຮ່ວມ, ສ່ວນເຣື່ອງພາຍໃນ ບໍ່ກ້າວກາຍກັນ:
“ໃນຄວາມຄິດເນາະ ເວົ້າເຣື່ອງເໝາະມັນກະບໍ່ເໝາະ ແຕ່ວ່າເວົ້າເຣື່ອງດ້ານສາຍພົວພັນ ພັນທະມິດເນາະ ສເລີມສລອງວັນຊາດ ເຂົາກະຕ້ອງໄດ້ໄປຮ່ວມ ຄັນເວົ້າເຣື່ອງເຂົາຂ້າ ກັນຕາຍ ເຣື່ອງການເມືອງຂອງເຂົາ ເຈົ້າຕ່າງຫາກ ບໍ່ກ້າວກາຍກັນ ບໍ່ໄປແຊກແຊງ ຢ້ານວ່າເອີ໋ ເວົ້າເຣື່ອງສົງຄາມ ປະເທດເຮົາກະເປັນປະເທດ ທີ່ນ້ອຍເນາະ ກະບໍ່ກ້າວກ່າຍຂະເຈົ້າ ແຫລະ.”
ນັກວິຊາການທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຮີ ໃນມື້ວັນທີ 29 ມິນາ ນີ້ວ່າ ທະຫານຄວນຈະປົກປ້ອງ ປະຊາຊົນ ແຕ່ຊໍ້າພັດໄປຂ້າປະຊາຊົນ ຢ່າງໂຫດຮ້າຍ ປ່າເຖື່ອນ:
“ຂ້າຄົນ ຂ້າປະຊາຊົນມັນໂຫດຮ້າຍ ແຫຼະເນາະ. ເຈົ້າເປັນຜູ້ນຶ່ງທີ່ຕ້ອງ ປົກປ້ອງປະຊາຊົນຈັ່ງຊີ້ ຂ້າປະຊາຊົນຜູ້ທີ່ວ່າປະທ້ວງຫັ້ນ ໃຫ້ປະຊາຊົນຢູ່ໃນປະເທດຫັ້ນຢ້ານ. ຫລາຍໆຄົນ ຊາວໂລກທີ່ເຂົາເຫັນ ມາວິເຄາະແຕ່ລະພາກສ່ວນ ວິຈັຍອິຫຍັງ ບໍ່ພັທນາ ພວກການຄ້າອິຫຍັງ.”
ມາເຖິງປັດຈຸບັນ ທະຫານພະມ້າ ຍັງປາບປາມຜູ້ຕໍ່ຕ້ານຣັຖປະຫານແບບໂຫດຫ້ຽມ ໃນທົ່ວປະເທດຢ່າງຕໍ່ເນື່ອງ ເປັນຕົ້ນກໍແມ່ນໃຊ້ ປືນຍິງ ເຮັດໃຫ້ປະຊາຊົນພະມ້າ ເສັຍຊີວິດຫຼາຍ ກວ່າ 300 ຄົນ ຊຶ່ງໃນນັ້ນມີທັງເດັກນ້ອຍ ທັງຊາຍ ແລະຍິງ ອັນເປັນການກະທໍາ ທີ່ໂຫດຮ້າຍທາລຸນ ແລະເປັນການລະເມີດສິດທິມະນຸດ.
ໃນການສລອງວັນທີ 27 ມິນາ ເປັນວັນກອງທັບພະມ້າ ທີ່ຂັບໄລ່ຍີ່ປຸ່ນ ອອກຈາກປະເທດ ພະມ້າມີ 8 ປະເທດມາຮ່ວມ ຄື: ຈີນ, ຣັດເຊັຍ, ວຽດນາມ, ລາວ, ໄທ, ປາກິສຖານ, ບັງກະລະເທດ ແລະ ອິນເດັຍ. ນາຍພົນ ອອງຊານ ຜູ້ເປັນບິດາ ຂອງມາດາມ ອອງຊານ ຊູຈິ ເປັນຜູ້ສ້າງຕັ້ງກອງທັບພະມ້າ.