ທາງການສັ່ງໂຈະການຮຽນ ຊັ້ນປະຖົມ

ທາງການລາວ ສັ່ງໂຈະ ການຮຽນ ຊັ້ນປະຖົມ ທົ່ວປະເທດ ນັບແຕ່ວັນທີ 19 ມິນາ ໄປເຖິງ ວັນທີ 21 ເມສາ ນີ້ 2020.

ກະຊວງສຶກສາທິການ ແລະ ກິລາ ໃນນະຄອນຫຼວງວຽງຈັນ RFA

ກະຊວງສຶກສາທິການ ແລະກິລາຂອງລາວ ສັ່ງໂຈະການຮຽນຊັ້ນປະຖົມ ທັງພາກຣັຖ ແລະເອກກະຊົນ ໃນຂອບເຂດທົ່ວປະເທດ ນັບແຕ່ ມື້ວັນທີ 19 ມິນາ ໄປເຖິງວັນທີ 21 ເມສາ 2020 ເນື່ອງຈາກປັດຈຸບັນ ສະພາບການຣະບາດ ຂອງ ພຍາດໂຄວິດ-19 ໃນຫລາຍປະເທດ ຂຍາຍໂຕຢ່າງກວ້າງຂວາງ, ມີຜູ້ເສັຍຊີວິດ ແລະຕິດເຊື້ອເພິ່ມຫຼາຍຂຶ້ນ ແລະໂຮງຮຽນຢູ່ລາວ ໂດຍສະເພາະ ໂຮງຮຽນຂອງຣັຖ ບໍ່ມີເຄື່ອງ ແທກອຸນນະພູມ ທົ່ວເຖິງ. ດັ່ງນັ້ນ ເພື່ອເປັນການ ປ້ອງກັນ ຈຶ່ງສັ່ງໂຈະຮຽນຊົ່ວຄາວ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສຶກສາ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 18 ມິນາ ນີ້:

”ກະຊວງເພິ່ນສັ່ງໃຫ້ໂຈະໝົດຫັ້ນແຫລະ ນັບແຕ່ວັນທີ 19 ນີ້ໄປຫັ້ນນະ ເພິ່ນໃຫ້ຮອດວັນທີ 21 ເດືອນສີ່ ການປ້ອງກັນນໍ ແຕ່ລະໂຮງຮຽນ ກວດເລຶ່ອງສຸຂພາບກະບໍ່ຄືກັນ ສະພາເພິ່ນກໍຍັງບໍ່ທັນ ໄດ້ມີແຈ້ງການການສນອງ ເຄື່ອງແທກ ອຸນນະພູມໃຫ້ໂຮງຮຽນ ກະບໍ່ທັນເຫັນເທື່ອ ບໍ່ມີທຸກໂຮງຮຽນນໍ ມີບາງໂຮງຮຽນ.”

ໃນຂນະທີ່ຜູ້ປົກຄອງນັກຮຽນທ່ານນຶ່ງເວົ້າວ່າ ປົກກະຕິເດັກນ້ອຍນັກຮຽນ ກໍບໍ່ໄດ້ໃສ່ຜ້າອັດປາກ ແລະຕາມໂຮງຮຽນບາງແຫ່ງ ກໍບໍ່ມີເຄຶ່ອງ ກວດວັດແທກອຸນນະພູມ. ທາງການເພິ່ນສັ່ງປິດໂຮງຮຽນກໍຖືວ່າເປັນການປ້ອງກັນພຍາດ ໂຄວິດ-19 ທີ່ກໍາລັງຣະບາດໜັກຢູ່ຫຼາຍປະເທດ ໃນໂລກ, ແລະວ່າ ໄດ້ຮັບຄໍາແນະນໍາ ຈາກຄຣູຢູ່ວ່າ ໃຫ້ລ້າງມືສະອາດ, ຫາກມີອາການເຈັບ ບໍ່ສະບາຍ ກໍໃຫ້ໄປກວດຕາມສະຖານທີ່ ບໍຣິການສາທາຣະນະສຸຂ ເທົ່ານັ້ນ, ບ້ານເຮົາ ບໍ່ມີປິດປາກ ດັ່ງທີ່ທ່ານກ່າວວ່າ:

”ບ້ານເຮົາມັນມີແບບເປີດປາກເລີຍ ບໍ່ມີປິດນະ ກໍຈັ່ງວ່າໜະ ບໍ່ໄດ້ມີຫຍັງນະ ມີແຕ່ພວກຄູອາຈານເຂົາສັ່ງແຕ່ອະນາມັຍ ອາບນໍ້າ ລ້າງມື ແນວນັ້ນແຫລະ ຢູ່ໃນໂຮງຮຽນກະມີແຕ່ໂຕນີ້ກ່ອນ ເປັນບັນຫາກໍໄປກວດ ຢູ່ຕາມສາທາລະນະສຸຂ ເອົາ.”

ແລະຜູ້ປົກຄອງນັກຮຽນອີກທ່ານນຶ່ງ ກໍເວົ້າວ່າ ເມື່ອທາງການເພິ່ນສັ່ງໃຫ້ປິດໂຮງຮຽນ ຕົນກໍຮູ້ສຶກດີໃຈ ເພາະບໍ່ຢາກໃຫ້ລູກຫລານ ໄປໂຮງຮຽນໃນລະຍະນີ້ ຍ້ອນໂຮງຮຽນເປັນສະຖານທີ່ ມີຄົນຫລາຍ ຢ້ານລູກຫຼານຕິດເຊື້ອພຍາດ ໂຄວິດ-19 ດັ່ງທີ່ທ່ານກ່າວວ່າ:

”ກະດີໃຈແລ້ວ ກໍເພາະວ່າບໍ່ຢາກໃຫ້ລູກໄປໂຮງຮຽນ ບ່ອນທີ່ຊຸມຊົນໃຫຍ່ຫຍັງຫລາຍຫັ້ນນະ ຢ້ານມັນຕິດຈັ່ງຊີ້ນໍເຮົາກະກັນໄວ້ນໍໃນເມື່ອ ມັນເປັນໂລກລະບາດ ຈັ່ງຊີ້ໜາ ບໍ່ວ່າເດັກນ້ອຍນໍ ມັນກະສິມີອັນນີ້ໄວຫັ້ນນະ.”

ກ່ຽວກັບເຣຶ່ອງການໂຈະໂຮງຮຽນນີ້ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກໍໄດ້ກ່າວໃນມື້ວັນທີ 16 ມິນາ ນີ້ວ່າໄດ້ມີການສັ່ງໂຈະ ໂຮງຮຽນກ່ອນວັນກໍານົດແຕ່ວັນທີ 17 ມິນາ ໄປແລະໂຮງຮຽນປະຖົມແມ່ນເລິ່ມປິດແຕ່ມື້ວັນທີ 19 ມິນາ ໄປຫາວັນທີ 21 ເມສາ 2020 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org