ແຂວງ ຮິບໂຮມຜູ້ສມັກເຂົ້າ ສະພາ
ແຂວງຕ່າງໆ ທົ່ວ ສປປລາວ ກໍາລັງ ຮິບໂຮມ ຣາຍຊື່ ຜູ້ສມັກ ຮັບເລືອກຕັ້ງ ເປັນ ສະມາຊິກ ສະພາ ເພື່ອສົ່ງໃຫ້ ສູນກາງ.
-
ຈໍາປາທອງ
2016-02-02 -
-
-
Your browser doesn’t support HTML5 audio
ແຂວງຕ່າງໆ ໃນທົ່ວ ປະເທດລາວ ກຳລັງ ຮິບໂຮມ ຣາຍຊື່ ຜູ້ສະຫມັກ ຮັບເລືອກຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ແລະ ສະມາຊິກ ສະພາ ປະຊາຊົນ ຂັ້ນແຂວງ ເພື່ອ ສົ່ງໃຫ້ສູນກາງ ພາຍໃນ ອາທິດນີ້. ຫລັງຈາກນັ້ນ ກໍຈະມີ ການປະກາດ ຣາຍຊື່ ຢ່າງເປັນ ທາງການ ໃນ ເດືອນ ກຸມພາ ນີ້. ຕາມຄໍາເວົ້າ ຂອງ ເຈົ້າຫນ້າທີ່ ຫ້ອງການ ສະພາ ແຫ່ງຊາດ ເຂດ ເລືອກຕັ້ງ ແຂວງ ບໍ່ແກ້ວ ຕໍ່ ເອເຊັຽ ເສຣີ ໃນວັນທີ 1 ກຸມພາ 2016:
“ທາງແຂວງເຮົາ ຍັງເຮັດຢູ່ ແລະ ຄິດວ່າ ຈະປະກາດ ໃນ ວັນທີ 5 ນີ້, ໄປສົ່ງຢູ່ ສະພາ ແຫ່ງຊາດ ເນາະ. ກໍຄາດການ ແຕ່ຍັງ ບໍ່ແນ່ວ່າ ຈະທັນ ຫຼືບໍ່”.
ແລະ ເຈົ້າຫນ້າທີ່ ຫ້ອງການ ສະພາ ແຫ່ງຊາດ ເຂດເລືອກຕັ້ງ ແຂວງຊຽງຂວາງ ກໍ ກ່າວວ່າ ຕອນນີ້ ຮິບໂຮມ ຣາຍຊື່ ຜູ້ສະຫມັກ ທັງສອງ ສະພາ ໄດ້ເກືອບ ສົມບູນ ແລ້ວ, ແລະ ຈະສົ່ງຣາຍຊື່ ນັ້ນໄປໃຫ້ ສະພາ ແຫ່ງຊາດ ຢູ່ ນະຄອນຫຼວງ ວຽງ ຈັນ ໃນ ວັນທີ 2 ກຸມພາ ນີ້:
“ຫົວຫນ້າ ຫ້ອງຈັດຕັ້ງ ວ່າ ມື້ອື່ນ, ມື້ອື່ນຫັ້ນ ເພິ່ນ ຈະລົງໄປວຽງ ແລ້ວເພິ່ນ ຈະເອົາ ເອກກະສານ ສະຫມັກນີ້ ໄປພ້ອມເລີຍ”.
ທາງການ ສປປລາວ ຕຽມປະກາດ ຣາຍຊື່ ຜູ້ສະຫມັກ ຮັບເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ແລະ ສະພາ ປະຊາຊົນ ຂັ້ນແຂວງ ໃນເດືອນ ນີ້. ຈາກນັ້ນ ກໍຈະໃຫ້ ຜູ້ສະຫມັກ ຮັບເລືອກຕັ້ງ ນັ້ນ ເຣີ່ມ ຫາສຽງ ຊຶ່ງ ຂນະນີ້ ພວມມີການ ຣະດົມ ປະຊາຊົນ ໃຫ້ອອກໄປ ປ່ອນບັດ ເລືອກຕັ້ງ ໃນ ວັນອາທິດ ທີ 20 ມິນາ 2016.
ການເລືອກຕັ້ງ ຄັ້ງນີ້ ຈະໄດ້ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ຈຳນວນ ກວ່າ 140 ຄົນ ແລະ ສະມາຊິກ ສະພາ ປະຊາຊົນ ຂັ້ນແຂວງ ຊຸດທຳອິດ ແຂວງລະ ບໍ່ຕ່ຳກວ່າ 15 ຄົນ.