ທາງການລາວຕ້ອງສືບສວນເຣື້ອງ ທ. ສົມບັດ

ນັກຊ່ຽວຊານ ສິດທິມະນຸດ ສະຫະປະຊາຊາຕ ຮຽກຮ້ອງ ໃຫ້ລາວ ສືບສວນ ໃນການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.

ທາງການລາວຕ້ອງສືບສວນເຣື້ອງ ທ. ສົມບັດ RFA

 

ກຸ່ມນັກຊ່ຽວຊານອິສຣະດ້ານສິດທິມະນຸດສະຫະປະຊາຊາຕ ໃນວັນທີ່ 16 ທັນວາ 2013 ນີ້ ໄດ້ອອກຖແລງການຮຽກຮ້ອງຣັຖບານລາວສືບ ສວນການບັງຄັບໃຫ້ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນລາວ ເມື່ອນຶ່ງປີຜ່ານມາ ໃຫ້ຄັກແນ່. ກຸ່ມເຮັດວຽກໃນສະ ຫະປະຊາຊາຕກ່ຽວກັບການບັງຄັບໃຫ້ຫາຍສາບສູນກ່າວໃນຖແລງການວ່າ: “ພວກຕົນມີຄວາມເປັນຫ່ງຢ່າງເລິກເຊິ່ງນໍາຄວາມປອດພັຍ ຂອງ ທ່ານ ສົມບັດ ສົມພອນ.

ຂໍຮຽກຮ້ອງໃຫ້ຣັຖບານລາວເຮັດສຸດຄວາມສາມາດ ເພື່ອຊອກຫາທ່ານສົມບັດເພື່ອຢາກຮູ້ຈັກໂຊກຊະຕາກັມແລະຄວາມເປັນຢູ່ຂອງທ່ານ ແລະ ເອົາໂຕຜູ້ທີ່ບັງຄັບໃຫ້ຫາຍສາບສູນນັ້ນມາລົງໂທດ. ນັກຊ່ຽວຊານ ໃຫ້ຂໍ້ສັງເກດວ່າຕາມທີ່ໄດ້ຮັບລາຍງານເພີ້ມຕື່ມນັ້ນ ທ່ານ ສົມບັດສົມພອນ ຖືກກັກໂຕໄວ້ຢູ່ສະຖານີຕໍາຣວດຫຼັງຈາກມີລາຍງານການແຈ້ງຫາຍສາບສູນ. ສອງສາມວັນຫຼັງຈາກຫາຍສາບສູນແລ້ວຍັງເຫັນທ່ານ ສົມພອນ ຢູ່ໃນຫ້ອງຂັງ ຂອງສະຖານີຕໍາຣວດຢູ່ ພ້ອມທັງຣົດຂອງລາວ ຈອດໄວ້ຢູ່ບໍຣິເວນສະຖານີຕໍາຣວດແລະຕໍ່ມາອີກ 2-3 ວັນ ລາຍງານວ່າ ລາວ ຖືກຍ້າຍໄປຢູ່ຄ້າຍທະຫານນອກໂຕເມືອງນະຄອນຫລວງ ວຽງຈັນ ແລະນຶ່ງອາທິດຕໍ່ມາ ລາວໄດ້້ຖືກຍ້າຍໄປບ່ອນອື່ນທີ່ບໍ່ຮູ້ວ່າຢູ່ບ່ອນໃດ.

ມີລາຍງານຕື່ມວ່າ ສອງສາມວັນຕໍ່ມາເຈົ້າໜ້າທີ່ທາງການກ່ຽວຂ້ອງໄດ້ເວົ້າວ່າ ທ່ານ ສົມບັດ ຈະຖືກປ່ອຍ. ນັກຊ່ຽວຊາກ່າວຕື່ມວ່າມີລາຍງານ ວ່າຮູບພາບວີດີໂອຈາກກ້ອງວົງຈອນປິດທີ່ບັນທຶກໄວ້ໃນເວລາຖືກລັກ ພາໂຕໄປໃນວັນທີ່ 15 ທັນວາ 2012 ນັ້ນບໍ່ໄດ້ຖືກນໍາມາວິເຄາະໂດຍ ຫນ່ວຍງານອິສຣະ.

ມາດາມ Magaret Sekarggya  ນັກຊ່ຽວຊານລາຍງານສະພາບສິດທິມະນຸດກ່າວວ່າ: ‘ຜົນງານຂອງຜູ້ທີ່ທໍາຄຸນງາມຄວາມດີຕໍ່ຊຸມຊົນຄວນ ໄດ້ຮັບການເຄົາຣົບຢໍາເກງຢ່າງເຕັມສ່ວນ. ການຫາຍສາບສູນຂອງທ່ານ ສົມບັດສົມພອນ ອາດມີຜົນກະທົບເຮັດໃຫ້ຜູ້ຕໍ່ສູ້ເພື່ອສິດທິມະນຸດ ໃນ ປະເທດນັ້ນມີຄວາມຢ້ານກົວ. ທ່ານ Maina Kiai  ນັກຊ່ຽວຊານດ້ານເສຣີພາບ ແລະການໂຮມຊຸມນຸມແບບສັນຕິຮຽກຮ້ອງໃຫ້ທາງການລາວ ໃຫ້ຄວາມຮ່ວມມືຢ່າງເຕັມສ່ວນ ກັບສະພາສິດທິມະນຸດ ແລະນັກຊ່ຽວຊານ ແລະສະແດງຄວາມເສັຽໃຈ ທີ່ຣັຖບານບໍ່ຕອບສນອງ ຄໍາຮຽກຮ້ອງ ຂອງທ່ານ ທີ່ຂໍໄປຢ້ຽມຢາມລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org