ຣັຖບານລາວ ອອກດຳຣັດໃໝ່ ວ່າດ້ວຍ ສມາຄົມ ຊຶ່ງຈະຄວບຄຸມ ແລະ ຈຳກັດ ການເຮັດວຽກ ແລະ ການເຄື່ອນໄຫວ ຂອງສມາຄົມ ໃນລາວ ຫລາຍຂຶ້ນກວ່າເກົ່າ ຍ້ອນມີ ການກຳນົດ ທັງຫລັກການ, ຣະບຽບການ ແລະ ມາຕການ ການເຄື່ອນໄຫວ ແລະ ການເຮັດວຽກ ຂອງສມາຄົມ ໃນລາວ ຢ່າງເຄັ່ງຄັດ, ພ້ອມທັງ ການຮັບເອົາ ຊັບສິນ ແລະ ທຶນ ຈາກພາຍໃນ ແລະ ຕ່າງປະເທດ, ດັ່ງເຈົ້າໜ້າທີ່ ເຮັດວຽກ ກັບອົງການ ພາກປະຊາສັງຄົມ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ເມື່ອບໍ່ດົນ ມານີ້ວ່າ:
“ເພິ່ນວ່າ ຖ້າຂໍນຳ ຕ່າງປະເທດ ຕ້ອງຂຽນຄຳຮ້ອງ ບົດສເນີ ຜ່ານຣັຖບານກ່ອນ, ຣັຖບານເຫັນດີ ລະຈັ່ງໄປສເນີ ຕ່າງປະເທດ ອັນນີ້ ກະມີ ຄວາມຫຍຸ້ງຍາກ ຫັ້ນແຫຼະ. ທີ່ຜ່ານມາ ກະຫຍຸ້ງຍາກ ຢູ່ແລ້ວ ຂນາດຕ່າງປະເທດ ອະນຸມັດແລ້ວ ໄປຂໍ ບົດບັນທຶກ ຄວາມເຂົ້າໃຈ ກະເກືອບປີ ຈັ່ງໄດ້ ຖືວ່າ ມີຄວາມຫຍຸ້ງຍາກ ຢູ່ແລ້ວ.”
ມາຕຣາ 59 ໄດ້ບົ່ງບອກ ເຖິງການຄຸ້ມຄອງ ສມາຄົມ ຊຶ່ງທາງການລາວ ໄດ້ກຳນົດ ໃຫ້ຣັຖບານ ເປັນຜູ້ຮັບຜິດຊອບ ໂດຍມອບໃຫ້ ຕັ້ງແຕ່ ອຳນາດ ການປົກຄອງບ້ານ ໄປຮອດ ອຳນາດບໍຣິຫານ ຂັ້ນກະຊວງ ເປັນຜູ້ປະຕິບັດ ຮວມທັງ ອົງການ ແນວລາວສ້າງຊາດ ເປັນຜູ້ຕິດຕາມ ຄວບຄຸມ, ດັ່ງ ດຣ ບຸນທອນ ຈັນທະລາວົງ-ວິເຊີ, ປະທານພັນທະມິດ ເພື່ອປະຊາທິປະຕັຍ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຽຣະມັນ, ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 21 ມົກຣາ ປີ 2018 ນີ້ວ່າ:
“ເພິ່ນອອກດໍາຣັດ ແບບນີ້ ມີການວາງແຜນ ຈໍາກັດ ເຄັ່ງຄັດ. ກະຊວງທະບວງກົມ ຕ່າງໆ ຄື ກະຊວງພາຍໃນ, ກະຊວງການເງິນ, ກະຊວງປ້ອງກັນ ຄວາມສງົບ, ກະຊວງ ການຕ່າງປະເທສ ແລະ ການກວດການີ້ ຕັ້ງແຕ່ ຂັ້ນສູກາງ, ຂັ້ນແຂວງ, ຂັ້ນເມືອງ ຈົນເຖິງ ຂັ້ນບ້ານ, ອັນນີ້ ກະແມ່ນ ສະແດງເຖິງ ການໃຊ້ອໍານາດ ຜະເດັດການ ຢ່າງຮ້າຍແຮງ ໃນການປາບປາມ ປະຊາຊົນ.”
ເວົ້າສເພາະສິດ ແລະ ໜ້າທີ່ ຂອງກະຊວງຕ່າງປະເທດ ທີ່ດຳຣັດ ກຳນົດໄວ້ ຢູ່ໃນມາຕຣາ 64 ແມ່ນກວດກາ ການພົວພັນ ແລະ ການຮັບທຶນ ຊັບສິນ ຈາກຕ່າງປະເທດ ແລະ ພາກສ່ວນອື່ນໆ ມາໃຊ້ ໃນໂຄງການຕ່າງໆ ຂອງສມາຄົມ. ນອກຈາກນັ້ນ, ທາງການລາວ ກໍໄດ້ວາງວົງລ້ອມ ການເຄື່ອນໄຫວ ຂອງສມາຄົມ ຫລາຍໆຢ່າງ ເພື່ອບັງຄັບໃຫ້ ສມາຄົນ ຢູ່ພາຍໃຕ້ ການຊີ້ນຳ ຂອງຜູ້ນຳ ພັກປະຊາຊົນ ປະຕິວັດລາວ ທຸກຢ່າງ.
ດຳຣັດ ວ່າດ້ວຍ ສມາຄົມ ສະບັບໃໝ່ ປີ 2017 ນີ້ ແມ່ນໃຊ້ແທນ ສະບັບ ປີ 2009 ຄື ພາຍຫລັງ ທີ່ໃຊ້ຄວບຄຸມ ແລະ ຈຳກັດການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສມາຄົມນັ້ນ ມາໄດ້ 8 ປີ.