ຊາວລາວຮຽກຮ້ອງຣັຖບານ ທົບທວນ ໂຄງການ ສ້າງເຂື່ອນ
ຊາວລາວ ຮຽກຮ້ອງ ໃຫ້ທາງການ ທົບທວນ ເຣື່ອງ ການສ້າງເຂື່ອນ ຄືນໃໝ່ ຍ້ອນຢ້ານ ນໍ້າຈະບົກແຫ້ງ ຫລາຍຂຶ້ນ ຈົນສົ່ງຜົລກະທົບ ຮ້າຍແຮງ ຕໍ່ປະຊາຊົນ.
-
ຈໍາປາທອງ
2019-07-25 -
-
-
Your browser doesn’t support HTML5 audio
ຊາວລາວຮຽກຮ້ອງໃຫ້ຣັຖບານລາວ ຄວນທົບທວນຄືນກ່ຽວກັບການ ທີ່ຈະສ້າງເຂື່ອນໄຟຟ້າ ເພີ່ມອີກໃນອະນາຄົດ ບໍ່ວ່າສ້າງໃສ່ ແມ່ນໍ້າຂອງ ຫລື ໃສ່ລຳນ້ຳສາຂາ ຍ້ອນຢ້ານຈະເກີດບັນ ຫານໍ້າບົກແຫ້ງ ຫລາຍຂຶ້ນ ເນຶ່ອງຈາກວ່າ ບັນຫານໍ້າຂອງບົກແຫ້ງ ທີ່ກໍາລັງເກີດຂຶ້ນຢູ່ນີ້ ແມ່ນ ເປັນຍ້ອນການກັກເກັບນໍ້າ ຂອງເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ໃນໄລຍະທີ່ຝົນບໍ່ຕົກ, ຕາມຄໍາເວົ້າຂອງຊາວລາວ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ຕໍ່ RFA ໃນມື້ວັນທີ 25 ກໍຣະກະດາ ນີ້:
"ໂອ໊ ອັນນີ້ຄັນເວົ້າໄປໃນອະນາຄົດນີ້ ກະບໍ່ຢາກໃຫ້ເຮັດຫັ້ນແຫຼະ ໃນເມື່ອມັນເຫັນສະພາບການ ໂຕຈິງແນວນີ້ ຖ້າຍັງໄປເຮັດຢູ່ກະພົບຄວາມ ຫຍູ້ງຍາກຫັ້ນແຫຼະ ປະຊາຊົນນີ໋ ສິຕາຍ ຕໍ່ໄປກະມີຜົລສະທ້ອນຫຼາຍສິ່ງຫຼາຍຢ່າງ ເຂື່ອນຢູ່ລາວຄືກັນ ຫັ້ນແຫຼະ.
ທ່ານເວົ້າວ່າ ເມື່ອການສ້າງເຂື່ອນ ເຮັດໃຫ້ເກີດບັນຫານໍ້າຂອງບົກແຫ້ງ ທາງການລາວ ກໍຄວນເບິ່ງວ່າ ເພື່ອຄວາມສົມດູນທາງທັມຊາດ ສົມຄວນບໍທີ່ຈະໃຫ້ມີການສ້າງເຂື່ອນ ເພິ່ມຕື່ມອີກ.
ໃນຂນະດຽວກັນ ເຈົ້າໜ້າທີ່ກະຊວງໂຍທາທິການ ແລະຂົນສົ່ງທ່ານນຶ່ງ ຜູ້ຂໍສະຫງວນຊື່ທ່ານນຶ່ງ ກໍເວົ້າວ່າ ສະພາບແມ່ນໍ້າຂອງ ແລະນໍ້າ ສາຂາ ບົກແຫ້ງແມ່ນເກີດຈາກພັຍແຫ້ງ ແລ້ງ, ຈະບໍ່ສົ່ງຜົລກະທົບ ຕໍ່ການສ້າງເຂື່ອນໃນອະນາຄົດ ແຕ່ຢ່າງໃດ ແລະ ທັງວ່າເຣຶ່ອງນໍ້າຂອງ ແລະ ນໍ້າສາຂາບົກແຫ້ງ ເປັນເຣື່ອງທີ່ເກີດຂຶ້ນດົນໆ ເທື່ອນຶ່ງຊຶ່ງ ທາງການລາວ ກໍມີແຜນຮັບມືແກ້ໄຂຢູ່ແລ້ວ:
"ແຫ້ງທັມດາມັນຫັ້ນແຫລະ ຝົນບໍ່ມີກະແຫ້ງປົກຕິ ຕາມຣະບົບມັນຫັ້ນນະ ກະບໍ່ມີຜົລກະທົບ ຫຍັງເພາະວ່າ 50 ປີມັນກະແຫ້ງເທື່ອນຶ່ງ ມັນກະທັມດາມັນແລ້ວ ບໍ່ເປັນຫຍັງດອກເລີ່ມຕົກແລ້ວ ທິດນີ້."
ເຖິງຢ່າງໃດກໍຕາມ ນອກຈາກການສ້າງເຂື່ອນໄຟຟ້າ ທີ່ມີໃນປັດຈຸບັນ ຈະສົ່ງຜົລກະທົບເຮັດໃຫ້ ນໍ້າຂອງ ແລະ ນໍ້າສາຂາບົກແຫ້ງແລ້ວ ກໍຍັງມີອີກຫລາຍເຣື່ອງ ທີ່ຣັຖບານລາວ ຈະຕ້ອງໄດ້ທົບທວນຄືນ ເຣຶ່ອງເຂື່ອນທີ່ຈະສ້າງຂຶ້ນໃໝ່ ຫລາຍແຫ່ງ ເພື່ອບໍ່ໃຫ້ ເກີດບັນຫາຕາມມາ ຕື່ມອີກ. ດັ່ງຍານາງ ເປຣມຣຶດີ ດາວເຣືອງ ເຈົ້າໜ້າທີ່ອົງການສິ້ງຊອມ ການລົງທຶນສ້າງເຂື່ອນ ໃນລາວກ່າວຕໍ່ RFA ຕອນນຶ່ງ:
"ຍານາງເວົ້າວ່າ ເປັນເຣື່ອງຍາກ ທີ່ຣັຖບານລາວ ຈະຮັບມືກັບໂຄງການເຂື່ອນ ຖ້າໃນລາວມີ 100 ເຂື່ອນໃນຂນະທີ່ ຂະບວນການສ້າງ ເຂື່ອນ ຍັງເປັນເຊັ່ນນີ້. ສ່ວນຫລາຍຈະຖືກຊີ້ນໍາ ຫລືຖືກກໍານົດໂດຍ ບໍຣິສັດເອກກະຊົນ. ພວກເຮົາມີຄວາມເປັນຫ່ວງວ່າ ຣັຖບານລາວ ຈະພົບບັນຫາ ໃນການຈັດການເຣື່ອງເຂື່ອນ.
ປັດຈຸບັນ ເຂື່ອນໃນລາວ ທັງຢູ່ນໍ້າຂອງ ແລະນໍ້າສາຂາ ມີປະມານ 60 ເຂື່ອນ ແລະມີແຜນ ທີີ່ຈະສ້າງຕື່ມອີກປະມານ 100 ເຂືຶ່ອນ ເມື່ອເຖິງປີ 2030.