ແມ່ຍິງຊົນເຜົ່າບໍ່ໄດ້ຮຽນ ໜັງສື

ແມ່ຍິງຊົນເຜົ່າ ໃນເຂດ ຊົນນະບົດ ຫ່າງໄກ ສອກຫລີກ ໃນລາວ ຍັງຂາດ ການສຶກສາ.

ແມ່ຍິງຊົນເຜົ່າ ໃນເຂດ ຊົນນະບົດ ສ່ວນໃຫຍ່ ມັກລ້ຽງລູກ ເຮັດວຽກບ້ານ

ແມ່ຍິງຊົນເຜົ່າ ຢູ່ໃນເຂດ ຫ່າງໄກສອກຫລີກ ໃນລາວ ສ່ວນຫຼາຍຍັງຂາດ ການສຶກສາ ຍ້ອນບ້ານ ຢູ່ໄກຈາກ ໂຮງຮຽນ ແລະ ຍັງເຊື່ອ ແບບດັ່ງເດີມ ຂອງຊົນເຜົ່າ ທີ່ວ່າ ແມ່ຍິງ ບໍ່ຕ້ອງຮຽນ ຫນັງສື ເມື່ອເຖິງ ອາຍຸແລ້ວ ກໍຕ້ອງແຕ່ງງານ ອອກເຮືອນ ມີລູກມີເຕົ້າ ເຮັດວຽກ ຊ່ອຍສາມີ ໃນໄຮ່ໃນນາ. ດັ່ງ ເຈົ້າຫນ້າທີ່ ຫ້ອງການ ສົ່ງເສີມ ຄວາມກ້າວຫນ້າ ແມ່ຍິງ ທີ່ ແຂວງຫົວພັນ ນາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 19 ຕຸລາ ນີ້ວ່າ:

"ອັນຕົວນີ້ ໃຫ້ຄົບຖ້ວນ ມັນບໍ່ຄົບຖ້ວນ ເນາະ ເພາະວ່າ ຜູ້ຍິງຊົນເຜົ່າ ມັນຍາກ ທີ່ຈະໄດ້ຮັບ ການສຶກສານະ ບາງທີ ໂຮງຮຽນ ມັນກໍບໍ່ ຮອດເດ ໃນແຕ່ລະບ້ານ ເອີ ຜ່ານມາ ກໍຖືວ່າ ມີຄວາມເຊື່ອ ເດເນາະ ຜູ້ຍິງຫັ້ນນະ ສ່ວນຫຼາຍ ເຂົາຈະບໍ່ ສົ່ງຮ່ຳຮຽນ ສ່ວນຄວາມເຊື່ອ ເຂົາຫັ້ນເນີ".

ຍານາງກ່າວຕື່ມວ່າ ຄວາມເຊື່ອ ຂອງແມ່ຍິງຊົນເຜົ່າ ນັ້ນແມ່ນວ່າ ຜູ້ຍິງຕ້ອງແຕ່ງງານ ອອກເຮືອນ ຈຶ່ງບໍ່ຈຳເປັນ ຕ້ອງຮຽນຫນັງສື ແລະ ສ່ວນໃຫຍ່ ພວກຂະເຈົ້າ ຈະແຕ່ງງານ ອາຍຸຕ່ຳກວ່າ 18 ປີ, ຢູ່ ແຂວງຫົວພັນ ນັ້ນນາງວ່າ ກໍເຊັ່ນດຽວກັນ ແມ່ຍິງ ຊົນເຜົ່າ ສ່ວນໃຫຍ່ ຈະບໍ່ມັກຮຽນ ຫນັງສື ທາງການ ໄດ້ພຍາຍາມ ຊຸກຍູ້ ໃຫ້ພວກຂະເຈົ້າ ຮຽນຫນັງສື ຈົບຊັ້ນ ບັງຄັບຄື ຊັ້ນ ປໍ 5 ໂດຍໄດ້ ຂຍາຍໂຮງຮຽນ ຂັ້ນປະຖົມ ໄປໃນຫຼາຍເຂດ ແຕ່ກໍຍັງ ຍາກ.

ຕາມການຣາຍງານ ຂອງກອງທຶນ ພົລເມືອງ ສະຫະປະຊາຊາດ ແມ່ຍິງ ຊົນເຜົ່າໃນລາວ ແຕ່ງງານ ຕັ້ງແຕ່ ອາຍຸນ້ອຍ ມີອັດຕຣາ ສູງສຸດ ໃນອາຊຽນ ແລະ ໃນລາວ ມີແມ່ຍິງ ປະມານ 42 ພັນຄົນ ອາຍຸ ຣະຫວ່າງ 10 ຫາ 19 ປີ ບໍ່ໄດ້ ເຂົ້າໂຮງຮຽນ ສ່ວນໃຫຍ່ ແມ່ນໃນເຂດ ຊົນນະນບົດ ແລະ ເປັນຊົນເຜົ່າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org