ຄວາມຮຸນແຮງຕໍ່ຜູ້ຍິງເດັກນ້ອຍ ຢູ່ລາວ

ຕາມຄວາມເຫັນ ຂອງ ຄົນລາວ ຈໍານວນນຶ່ງ ທີ່ ຖືກຖາມ ກ່ອນຈະເຖິງ ວັນທີ 25 ເດືອນ ພຶສຈິກາ ປີນີ້ ເວົ້າວ່າ ການໃຊ້ ຄວາມຮຸນແຮງ ຕໍ່ຜູ້ຍິງ ແລະ ເດັກນ້ອຍ ຍັງມີຢູ່ ໃນສປປລາວ.

ເດັກນ້ອຍລາວໃນເຂດ ສີ່ພັນດອນ ເມືອງໂຂງ ແຂວງຈໍາປາສັກ RFA/VS

 

ຕາມຄວາມເຫັນ ຂອງຄົນລາວ ຈໍານວນນຶ່ງ ທີ່ຖືກຖາມ ກ່ອນຈະເຖິງ ວັນທີ 25 ເດືອນ ພຶສຈິກາ ປີນີ້ ເວົ້າວ່າການໃຊ້ຄວາມຮຸນແຮງ ຕໍ່ຜູ້ ຍິງແລະເດັກນ້ອຍ ຍັງມີຢູ່ ໃນສປປລາວ.

ວັນທີ່ 25 ເດືອນພຶສຈິກາ ທຸກປີ ເປັນວັນສາກົນຕ້ານ ການໃຊ້ຄວາມຮຸນແຮງ ຕໍ່ຜູ້ຍິງແລະເດັກນ້ອຍ. ຜູ້ຍິງແລະເດັກນ້ອຍລາວປະສົບ ກັບ ຄວາມຮຸນແຮງໃນຫລາຍຮູບແບບ ເຊັ່ນຖືກທຸບຕີ ຖືກກົດຂີ່ຂົ່ມເຫັງ ທາງດ້ານຮ່າງກາຍ ແລະຈິດໃຈ. ດັ່ງເຈົ້າໜ້າທີ່ເວົ້າວ່າ:

“ໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ໃນຄອບຄົວກໍມີ ແຕ່ວ່າສິຄິດຫລາຍ ວ່າເປັນເປີເຊັນ ມີຫລາຍບໍ່ ແຕ່ບໍ່ຫລາຍເທົ່າໃດ ແຕ່ ກໍຍັງ ມີຢູ່ ກໍຣະນີທີ່ວ່ານຶ່ງກໍອັ່ນຜົວຫ່ັນມີເມັຍໃໝ່;ອັນທີ່ສອງມາຫ່ັນກໍແບບ ພໍ່ແມ່ຫລືວ່າແມ່ ຫັ່ນຕີລູກພາຍໃນຄອບຄົວ ຫລືວ່າຜົວຕີເມັຍ ຫ່ັນນ່າ.”

ເຖິງຢ່າງໃດກໍດີ ປັດຈຸບັນ ການໃຊ້ກໍາລັງຮຸນແຮງຕໍ່ຜູ້ ຍິງແລະເດັກນ້ອຍ ຢູ່ລາວ ກໍຫລຸດໜ້ອຍ ຖອຍລົງແດ່ແລ້ວ; ສ່ວນຫລາຍຍັງມີຢູ່ແຕ່ໃນ ເຂດຊົນນະບົດ ສອກຫລີກຫ່າງໄກເທົ່ານັ້ນ. ດັ່ງເຈົ້າໜ້າທີ່ເວົ້າອີກວ່າ:

“ເຂດຫ່າງໄກສອກຫລີກ ບ່ອນນີ່ກໍຍັງຈະມີນໍ່ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ນີ່ກໍເປັນຕົ້ນຄືວ່າ ການປ້ອຍດ່າ ທາງດ້ານຈິດ ໃຈເນາະ ການທຸບຕີ ທາງດ້ານຮ່າງກາຍ ນີ່ກໍຈະມີ ແຕ່ວ່າຍັງມີທ່າກ້າວ ຫລາຍເນາະ ແລະກໍການກໍ່ສ້າງ ພະນັກງານເພດຍິງ ເຂົ້າໃນບັນຫາ ຕ່າງໆກໍຖືວ່າ ມີຫລາຍທຽບໃສ່ ເມື່ອກ່ອນນີ່ເນາະ.”

ປັດຈຸບັນ ລາວມີກົດໝາຍ ຕ້ານການໃຊ້ກຳລັງຮຸນແຮງ ຕໍ່ຜູ້ຍິງແລະເດັກນ້ອຍ ແລ້ວແຕ່ກໍຄືກັບກົດໝາຍອື່ນໆ ການຈັດຕັ້ງປະຕິບັດ ຍັງບໍ່ໄດ້ ຜົນ; ຜູ້ບັງຄັບໃຊ້ກົດໝາຍ ເຊັ່ນເຈົ້າໜ້າທີ່ຕຳຣວດ ແລະສານກໍຍັງ ອ່ອນແອ ແລະເຕັມໄປດ້ວຍການ ສໍ້ຣາສບັງຫລວງ ສ່ວນປະຊາຊົນທົ່ວ ໄປ ເຊັ່ນຜູ້ຍິງ ກໍຍັງບໍ່ທັນຮູ້ເຖິງສິດທິພື້ນຖານ ຂອງຕົນ ຢ່າງແຈ່ມແຈ້ງເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org