ນາງໝວຍ ປັ່ນປ່ວນ ສັງຄົມ: ທາງການ

ເຈົ້າໜ້າທີ່ລາວ ເວົ້າວ່າ ນາງໝວຍ ເວົ້າເກີນເຫດ ເກີນຜົນ ຊຶ່ງ ສ້າງຄວາມແຕກຕື່ນ ໃຫ້ ສັງຄົມ.

ນາງ ຮວ່າຍເຮືອງ ໄຊຍະບູລີ ຫລື ນາງ ໝວຍ ທີ່ຖືກຈັບ ໃນວັນທີ 12 ກັນຍາ ໃນຂໍ້ຫາ ໂຄສະນາ ໃສ່ຮ້າຍ ສປປ ລາວ ນັກຂ່າວພົລເມືອງ

ເຈົ້າໜ້າທີ່ຣະດັບສູງຂອງຣັຖບານລາວ ທ່ານນຶ່ງ ກ່າວກ່ຽວກັບຄະດີ ນາງຮວາຍເຮືອງ ໄຊຍະບູລີ ຫຼື ນາງໝວຍ ຢູ່ເມືອງໂພນທອງ ແຂວງ ຈໍາປາສັກ ທີ່ຖືກສານຊັ້ນຕົ້ນ ແຂວງຈໍາປາສັກ ຕັດສິນຂັງຄຸກເປັນເວລາ 5 ປີ ທັງປັບໃໝ 20 ລ້ານກີບ ໃນຄວາມຜິດ ຖານຕໍ່ຕ້ານ ສປປ ລາວ ນັ້ນກ່າວວ່າ: ສິ່ງທີ່ນາງໝວຍ ເວົ້າຜ່ານສື່ເຟສບຸກຄ໌ ມີຂໍ້ຄວາມຂັດແຍ້ງກັບສະພາບຄວາມເປັນຈິງ ແລະເປັນການເວົ້າແບບເກີນເຫດ ເກີນຜົນ ຊຶ່ງສ້າງຄວາມແຕກຕື່ນ ໃຫ້ຄົນໃນສັງຄົມ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ພຶສຈິກາ ນີ້ວ່າ:

“ຖືວ່າ ມັນເປັນລັກສນະ ທີ່ວ່າມີຂໍ້ຄວາມຂັດແຍ້ງຫຼາຍອັນນະ ສ້າງຄວາມແຕກຕື່ນພາຍໃນສັງຄົມນິ່ນາ ສັງຄົມເຮົານີ່ບໍ່ສງົບ ບາງອັນມັນກໍບໍ່ ເປັນຄວາມຈິງດອກ ເກີນເຫດເກີນຜົນແດ່ນະ ທາງການພວກເຮົາກະຕອບໂຕ້ຄືນ.”

ທ່ານກ່າວຕື່ມວ່າ ຢາກໃຫ້ປະຊາຊົນທີ່ສະແດງຄວາມຄິດເຫັນ ຜ່ານສື່ສັງຄົມອອນລາຍ ມີສະຕິຫຼາຍຂຶ້ນ ດີທີ່ສຸດ ຕ້ອງໄດ້ຣະວັງຄໍາເວົ້າ ຂອງ ຕົນເອງ ໂດຍສະເພາະ ການວິຈານ ເຈົ້າໜ້າທີ່ ພັກ-ຣັຖ ດ້ວຍຄໍາເວົ້າທີ່ເສັຽຫາຍ, ແຕ່ຖ້າສະແດງຄວາມຄິດເຫັນ ໃນລັກສນະສ້າງສັນ ຫຼື ສເນີແນະ ໃຫ້ຣັຖບານແກ້ໄຂບັນຫາ ກໍຖືວ່າບໍ່ມີຄວາມຜິດ.

ກ່ອນໜ້ານີ້ ເຈົ້າໜ້າທີ່ທ້ອງຖິ່ນໃນລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ກ່ຽວກັບ ກໍຣະນີ ຜູ້ທີ່ຖືກຈັບໃນຂໍ້ຫາໂຈມຕີ ພັກ-ຣັດ ວ່າ ຜູ້ທີ່ສະແດງຄວາມຄິດເຫັນບໍ່ດີຕໍ່ ພັກ-ຣັຖ ຜ່ານສື່ສັງຄົມອອນລາຍ ແບບບໍ່ມີຂໍ້ມູນຄວາມຈິງ ສ່ວນໃຫຍ່ຮູ້ດີຢູ່ແລ້ວວ່າ ທາງການລາວ ໄດ້ຫ້າມບໍ່ໃຫ້ເວົ້າ ແຕ່ຫຼາຍຄົນ ຍັງຝ່າຝືນຂໍ້ຫ້າມນັ້ນຢູ່ ຈຶ່ງເຮັດໃຫ້ມີຄົນຖືກຈັບເລື້ອຍໆ:

“ກໍແນ່ນອນ ເຂົາກະຫ້າມ ເວົ້າແນວທີ່ມີຄວາມຈິງນິ່ເຂົາຫ້າມ ມີຄວາມຈິງກະບໍ່ເປັນຫຍັງ ຢູ່ໃນເຟສບຸກຄ໌ ເປັນຂ່າວ ທີ່ບໍ່ໄດ້ກັ່ນກອງ ເວົ້າດ້ວຍອັທຍາໃສ ຂອງຕົນເອງ ກະບໍ່ມີຄວາມຈິງ ຫາເຣື້ອງ.”   

ປະຊາຊົນຫຼາຍຄົນ ໄດ້ສະແດງຄວາມຄິດເຫັນ ໃນສື່ເຟສບຸຸກຄ໌ ກ່ຽວກັບຄະດີ ນາງໝວຍ ວ່າ ນາງໝວຍ ບໍ່ໄດ້ມີຄວາມຜິດຮ້າຍແຮງ ແລະບໍ່ໄດ້ໂຈມຕີ ພັກ-ຣັຖ ຢ່າງໜັກໜ່ວງ ຍ້ອນລາວເວົ້າເຣື້ອງທີ່ເກີດຂຶ້ນ ເປັນຄວາມຈິງ ໃນຂນະທີ່ ຫຼາຍອົງກອນຈັດຕັ້ງ ສາກົນ ກໍບໍ່ເຫັນດ້ວຍ ທີ່ນາງໝວຍ ຕິດຄຸກ 5 ປີ.

ກ່ອນໜ້າຄະດີນາງໝວຍ ເຄີຍມີຄົນຖືກຈັບຢູ່ລາວ ໃນຂໍ້ຫາຕໍ່ຕ້ານ ພັກ-ຣັຖ ຫຼາຍກໍຣະນີ ເປັນຕົ້ນ ທ່ານ ບຸນທັນ ທັມມະວົງ ຊາວລາວ ສັນຊາດໂປແລນ ທີ່ຖືກຈັບໃນຂໍ້ຫາ ບິດເບືອນ ພັກ-ຣັຖ ແລະ ກຸ່ມຄົນງານລາວເຮັດວຽກໃນໄທ 3 ຄົນ ຖືກຈັບໃນຂໍ້ຫາ ດຽວກັນ ປະກອບດ້ວຍ ທ້າວ ສຸກັນ ໃຈທັດ, ນາງ ຫຼອດຄໍາ ທັມມະວົງ ແລະ ທ້າວ ສົມພອນ ພິມມະສອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org