ລາວ, ວຽດນາມ ຫາລື ທີ່ຢູ່ອາສັຍ ຂອງປະຊາຊົນ

ລາວ ແລະ ວຽດນາມ ປະຊຸມແກ້ ໄຂບັນຫາ ຜູ້ຍົກຍ້າຍ ຕັ້ງພູມລຳເນົາ ບໍ່ຖືກຣະ​ບຽບ ຕາມ​ເຂດ​ຊາຍ​ແດນ.

ກອງປະຊຸມ ຫາລືເຣື່ອງການຕັ້ງພູມລຳເນົາ ແລະ ສ້າງຄອບຄົວ ຕາມຊາຍແດນ ຂອງສອງປະເທດ ລາວ-ວຽດນາມ. ຮູບ ຈາກ ໜັງສືພິມລາຍວັນ ລາວພັດທະນາ

ວັນທີ 09 ພຶສພາ ຜ່ານມາ ຄະນະກັມມາທິການຊາຍແດນ ແຂວງສາລະວັນ ຂອງ​ລາວ ແລະ ແຂວງກວາງຈີ ຂອງວຽດນາມ ໄດ້ຈັດກອງປະຊຸມ ແກ້ໄຂ ບັນຫາ ຜູ້ຍົກຍ້າຍຕັ້ງພູມລຳເນົາຊະຊາຍ ແລະ ສ້າງຄອບຄົວ ບໍ່ຖືກຣະບຽບ 500 ປາຍຄົນ ຕາມເຂດຊາຍແດນ ຂອງ 2 ປະເທສ, ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງສາລະວັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 14 ພຶສພາ ນີ້ວ່າ:

"ຄັນວ່າ ເອົາກັນ ແບບບໍ່ມີອັນນີ້ ຖ້າວ່າຜິດພາດຫຍັງມາ ອຳນາດການປົກຄອງ ຫລືວ່າ ພີ່ນ້ອງກໍບໍ່ໄດ້ຮັບຜິດຊອບເດະ ຕ້ອງມີຜູ້ຮັບຜິດຊອບ ຕ້ອງມີຜູ້ຮັບຮູ້ ຈັ່ງແຕ່ງໄດ້ເນາະ ອຳນາດການປົກຄອງ ພໍ່ແມ່ຮັບຮູ້ ກໍໄດ້ຮັບ ຈາກອະນຸຍາດ ຈາກດ້ານກົດໝາຍ ດ້ານຫລັກການ ຮັບຮູ້ກັນ ທັງສອງຝ່າຍ ທັງຝ່າຍ ເບື້ອງວຽດ(ນາມ) ເບື້ອງລາວ ກໍແຕ່ງກັນແບບຖືກຕ້ອງ."

ອີງຕາມການສຳຣວດຂໍ້ມູນ ຂອງສອງປະເທດ ປີ 2017 ຜ່ານມາ, ມີຜູ້ຍົກຍ້າຍໄປຕັ້ງພູມລຳເນົາ ແລະ ສ້າງຄອບຄົວ ບໍ່ຖືກຕ້ອງທັງໝົດ 574 ຄອບຄົວ ໃນນີ້ ຄົນລາວ ຍົກຍ້າຍ ໄປແຂວງກວາງຈີ 281 ຄອບຄົວ ແລະ ຄົນວຽດນາມ ຍ້າຍມາ ແຂວງສະລາວັນ 293 ຄອບຄົວ ໃນນີ້ ການແຕ່ງດອງ ແບບຖືກກົດໝາຍ 205 ກໍຣະນີ.

"ຫາເຮັດຢູ່ຮ້ານອາຫານ ນ້ອຍໆ ມີຢູ່ ແຕ່ວ່າ ຢາກລັ່ງໄຫລ ເຂົ້າມາແບບວ່າ ຫາເງິນນີ້ວ່າ ບໍ່ມີຕັ້ງມັນລຸດໂລດນະ ສົມມຸດວ່າ 100 ປີກ່ອນ 2016 ປະມານປີ 2015-2014 ກາສິຫລຸດໄປ 80 ພຸ້ນລະ ຍັງ 20-30% ນີແຫລະ."

ໃນຂະນະທີ່ ແຂວງຜົ້ງສາລີ ແລະ ແຂວງດຽນບຽນຟູ  ກໍໄດ້ຈັດການປະຊຸມ ການຕັ້ງພູມລຳເນົາ ແລະ ການສ້າງຄອບຄົວ ບໍ່ຖືກຣະບຽບ ຕາມເຂດຊາຍແດນ ເມື່ອວັນທີ 08 ພຶສພາ ໂດຍມີປະຊາຊົນ ແຂວງດຽນບຽນຟູ ຍົກຍ້າຍເຂົ້າມາ ແຂວງຜົ້ງສາລີ 52 ຄອບຄົວ ໃນນັ້ນ ສ້າງຄອບຄົກັບຄົນແຂວງ ຜົ້ງສາລີ 175 ຄົນ. ສ່ວນປະຊາຊົນ ແຂວງຜົ້ງສາລີ ຍົກຍ້າຍໄປ ແຂວງດຽນບຽນຟູ 92 ຄົນ.

ຢ່າງໃດກໍຕາມ, ທີ່ປະຊຸມທັງສອງຝ່າຍ ເຊັນບົດບັນທຶກ ເພື່່ອສືບຕໍ່ແກ້ໄຂບັນຫາ ການຍົກຍ້າຍ ຕັ້ງພູມລຳເນົາ ຂອງທັງສອງປະເທດ ໃຫ້ ຖືກຕ້ອງ ຕາມລະບຽບດກົດໝາຍ ຂອງທັງສອງປະເທດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org