ໃນໂອກາດການ ຢ້ຽມຢາມລາວ ຂອງທ່ານ ຫງວຽນ ຊວນ ຟຸກ ກັມມະການ ກົມການເມືອງ ສູນກາງ ພັກກອມມູນິດ ວຽດນາມ, ປະທານ ປະເທດວຽດນາມ 2 ມື້ ຄືແຕ່ ມື້ວັນທີ 9 ຫາ ວັນທີ 10 ສິງຫາ 2021 ເພື່ອເພີ່ມທະວີ ການພົວພັນ ແບບພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ 2 ປະເທດ ລາວ ແລະ ວຽດນາມ ໄດ້ມີ ການລົງນາມ ໃນຂໍ້ຕົກລົງຮ່ວມມື 2 ຝ່າຍ 14 ສະບັບ ໃນຂນະທີ່ ສປປ ລາວ ກໍາລັງປະເຊີນ ກັບຄວາມຫຍຸ້ງຍາກ ທັງໃນດ້ານ ເສຖກິຈ-ການເງິນ ແລະ ບັນຫາ ຢາເສບຕິດ ແລະ 2 ປະເທດ ຍັງປະເຊີນກັບ ບັນຫາ ການຣະບາດ ຂອງເຊື້ອ ໂຄວິດ-19 ທີ່ສົ່ງ ຜົລກະທົບ ໃສ່ການພັທນາ ເສຖກິຈ-ສັງຄົມ ຂອງ ແຕ່ລະປະເທດ ໜັກໜ່ວງ ຢູ່ນີ້ ແລະ ຍັງບໍ່ຮູ້ວ່າ ມັນຈະໝົດໄປ ເມື່ອໃດ.
ໃນຂໍ້ຕົກລົງ 14 ສະບັບ ທີ່ວ່ານັ້ນ ມີຫຼາຍໂຄງການ ສໍາຄັນ ເປັນຕົ້ນ ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ການຍົກລະດັບ ທາງເລກ 8, ໂຄງການເສັ້ນ ທາງຣົດໄຟ ວຽງຈັນ-ຫວຸງອາງ, ໂຄງການເກືອກາລີ, ໂຄງການທ່າເຮືອ ຫວຸງອາງ, ໂຄງການສນາມບິນ ໜອງຄ້າງ, ໂຄງການ ຊື້-ຂາຍ ໄຟຟ້າ ແລະອື່ນໆ.
ໃນເອກສານ ກ່ຽວກັບ ການຮ່ວມມື 2 ຝ່າຍ 14 ສະບັບນັ້ນ ມີ 7 ສະບັບ ຂອ ພາກຣັຖ ຄື: ບົດບັນທຶກ ວ່າດ້ວຍ ໂຄງການ ກໍ່ສ້າງໂຮງຮຽນ ວັທນະທັມ ຊົນເຜົ່າ ກອງທັບ, ໜັງສື ເຈດຈໍານົງ ວ່າດ້ວຍ ການຮ່ວມມື ກອບກູ້ພັຍລະຫວ່າງ 2 ກະຊວງ ປ້ອງກັນ ປະເທດ ລາວ ແລະ ວຽດນາມ; ບົດບັນທຶກ ເພີ່ມຕື່ມ ແຜນການ ຮ່ວມມືປະຈໍາປີ 2020 ລະຫວ່າງ ກະຊວງ ປ້ອງກັນຄວາມສງົບ ລາວ ແລະ ວຽດນາມ; ບົດບັນທຶກການ ຮ່ວມມື ລະຫວ່າງ ຫ້ອງວ່າ ການປະທານປະເທດ ໄລຍະ 2021-2025; ແຜນການຮ່ວມມື ປີ 2022 ລະຫວ່າງ 2 ກະ ຊວງຍຸຕິທັມ ໃນຂົງເຂດກົດໝາຍ ແລະ ຍຸຕິທັມ; ບົດບັນທຶກຄວາມຊົງຈຳ ວ່າດ້ວຍ ການຮ່ວມມື ສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງ 2 ກະຊວງປ້ອງກັນ ຄວາມສງົບ, ຂໍ້ຕົກລົງຮ່ວມມື ລະຫວ່າງ ແຂວງໄຊສົມບູນ ແລະ ແຂວງບັກຢາງ.
ແລະອີກ 7 ສະບັບ ເປັນຂໍ້ຕົກລົງ ເຣື່ອງການແລກປ່ຽນ ເອກສານຮ່ວມມື ແລະ ມອບໃບອະນຸຍາດ ລົງທຶນ ໃຫ້ພາກເອກຊົນ ຊຶ່ງໃນນັ້ນ ມີຮວມທັງ ການສັມປະທານ ຂຸດຄົ້ນບໍ່ແຮ່ ຢູ່ເມືອງປາກກະດິງ ແຂວງບໍຣິຄໍາໄຊ, ບັນທຶກຄວາມເຂົ້າໃຈກັນ ກ່ຽວກັບ ການພັທນາ ເຂື່ອນໄຟຟ້າ ໃນແມ່ນໍ້າມ່າ ແຂວງຫົວພັນ, ຂໍ້ຕົກລົງ ຊື້ໄຟຟ້າ ຈາກ 4 ເຂື່ອນນໍ້າອູ ແລະ ນໍ້າງື່ມ ແລະ ການຊື້ ໄຟຟ້າອື່ນໆ ແລະ ຂໍ້ຕົກລົງ ຂຸດຄົ້ນແຮ່ທາດຕ່າງໆ.
ໃນການພົບພໍ້ກັນ ຜູ້ນໍາທັງ 2 ຝ່າຍ ໄດ້ເນັ້ນເຖິງ ເຣື່ອງ ການປ້ອງກັນປະເທດ ແລະ ປ້ອງກັນຄວາມສງົບ ເພື່ອຕ້ານກັບ ບັນຫາທ້າທາຍ ຕ່າງໆ ແລະ ອໍານວຍ ຄວາມສດວກ ໃຫ້ແກ່ ການພັທນາ ຊຶ່ງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄນະບໍຣິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ, ໄດ້ຂອບໃຈ ວຽດນາມ ທີ່ໃຫ້ ການສນັບສນູນລາວ ໃນຍາມຫຍຸ້ງຍາກ ທາງດ້ານເສຖກິຈ, ວຽດນາມ ໄດ້ຊ່ອຍເຫຼືອ ພັກ ແລະ ຣັຖບານ ສປປ ລາວ ບໍ່ວ່າ ຈະເປັນ ການຊ່ອຍເຫຼືອ ແບບປົກກະຕິ ເຂົ້າໃນການພັທນາ ໂຄງຮ່າງພື້ນຖານ, ຝຶກອົບຮົມ ບຸກຄະລາກອນ ຫຼືວ່າ ແບບສຸກເສີນ ໃນຍາມພັຍພິບັດ ແລະ ພະຍາດຣະບາດ ຮວມທັງ ໄດ້ສົ່ງ ທີມແພດຊ່ຽວຊານ ແລະ ອຸປກອນການແພດ ມາຊ່ອຍ ໃນການສະກັດກັ້ນ ການແພ່ຣະບາດ ຂອງໂຄວິດ-19 ຢູ່ລາວ ແລະ ຝ່າຍວຽດນາມ ກໍໄດ້ຕົກລົງ ທີ່ຈະໃຫ້ ການຊ່ອຍເຫຼືອ ທາງດ້ານ ງົບປະມານ ໃນການກໍ່ສ້າງ ໂຮງຮຽນ ວິຊາຊີບ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ ມູນຄ່າ 5 ລ້ານໂດລາຣ໌ ສຫະຣັຖ.
ໃນໄລຍະ 6 ເດືອນຕົ້ນປີ 2021 ນີ້, ມູນຄ່າການຄ້າ ລາວ-ວຽດນາມ ເພີ່ມຂຶ້ນເປັນ 671 ລ້ານໂດລາຣ໌ ສຫະຣັຖ, ນີ້ຄືເພີ່ມຂຶ້ນ 36.5% ທຽບໃສ່ ໄລຍະດຽວກັນ ຂອງປີກາຍ ເຖິງຈະມີການຣະບາດ ຂອງ ໂຄວິດ-19. ລາວໄດ້ຊື້ສິນຄ້າ ຈາກ ວຽດນາມ ເປັນມູນຄ່າ 329 ລ້ານໂດລາຣ໌ສຫະຣັຖ ຄືເພີ່ມຂຶ້ນ 19% ທຽບໃສ່ ໄລຍະດຽວກັນ ຂອງປີກາຍ.
ເມື່ອກ່ອນໜ້ານີ້ ຄືໃນມື້ ວັນທີ 28 ມິຖຸນາ 2021, ທ່ານ ທອງລຸນ ສີສຸລິດ ກໍໄດ້ໄປ ຢ້ຽມຢາມ ວຽດນາມ ແລະ ໄດ້ມີການລົງນາມ ໃນເອກະສານ ກ່ຽວກັບ ການຮ່ວມມື 2 ຝ່າຍ ຄື: ຂໍ້ຕົກລົງ ວ່າດ້ວຍ ຍຸທສາດ ຮ່ວມມື 2 ຝ່າຍ ລາວ-ວຽດນາມ ໄລຍະ 2021-2030 ແລະ ໄລຍະ 2021-2025; ຂໍ້ຕົກລົງ ວ່າດ້ວຍ ການຮ່ວມມື ລະຫວ່າງ ຫ້ອງວ່າການ ສູນກາງ ພັກປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການ ສູນກາງພັກ ກອມມູນິດ ວຽດນາມ ໄລຍະ 2021-2025; ຂໍ້ຕົກລົງ ວ່າດ້ວຍ ການຮ່ວມມື ລະຫວ່າງ ຄນະກັມມະການ ສູນກາງ ແນວລາວສ້າງຊາດ ແລະ ຄນະຂົນຂວາຍ ປະຊາຊົນ ສູນກາງ ພັກກອມມູນິດ ວຽດນາມ ໄລຍະ 2021-2025; ຂໍ້ຕົກລົງ ວ່າດ້ວຍ ການຮ່ວມມື ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ຂອງລາວ ແລະ ຂອງວຽດນາມ ໄລຍະ 2021-2023; ບົດບັນທຶກ ວ່າດ້ວຍ ແຜນການຮ່ວມມື ດ້ານ ວັທນະທັມ, ສິລປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວລາວ ແລະ ກະຊວງວັທນະທັມ, ກິລາ ແລະ ທ່ອງທ່ຽວ ວຽດນາມ ໄລຍະ 2021-2025; ບົດບັນທຶກ ວ່າດ້ວຍ ແຜນການຮ່ວມມື ໃນຂົງເຂດ ຂ່າວສານ ລະຫວ່າງ ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວລາວ ກັບ ກະຊວງຖແລງຂ່າວ ແລະ ການສື່ສານວຽດນາມ ແລະ ສັນຍາ ການຮ່ວມມື ທາງດ້ານເສຖກິຈ ລະຫວ່າງ ວິສາຫະກິຈລາວ ແລະ ວຽດນາມ ຈຳນວນນຶ່ງ.
ແລະເມື່ອກ່ອນໜ້ານັ້ນ ທ່ານ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ ຄນະ ບໍລິຫານງານ ສູນກາງພັກກອມມູນິດ ວຽດນາມ ປະທານ ປະເທດວຽດນາມ, ກໍໄດ້ມາ ຢ້ຽມຢາມລາວ ໃນມື້ ວັນທີ 24 ແລະ 25 ກຸມພາ 2019 ສມັຍ ທີ່ ທ່ານ ບຸນຍັງ ວໍລະຈິດ ເປັນຫົວໜ້າພັກ ແລະ ປະທານ ປະເທດ ສປປ ລາວ ກໍໄດ້ມີ ການລົງນາມ ໃນເອກສານ ຮ່ວມມື ລະຫວ່າງ 2 ປະເທດ 9 ສະບັບ ຊຶ່ງ ຍານາງ ສຸນທອນ ໄຊຍະຈັກ ສມັຍນັ້ນ ເປັນກັມມະການ ສູນກາງ ພັກປະຊາຊົນ ປະຕິວັດລາວ ຫົວໜ້າ ຄນະພົວພັນ ຕ່າງປະເທດ ຂອງສູນກາງພັກ ໄດ້ຖແລງ ຕໍ່ ສື່ມວນຊົນ ເຖິງຜົລສໍາເຣັດ ຂອງການຢ້ຽມຢາມນັ້ນ ຕອນນຶ່ງວ່າ:
"ໄດ້ມີການ ເຊັນສັນຍາ ບົດບັນທຶກ ຫຼືວ່າ ເອກກະສານ ຮ່ວມມືກັນ ໃນໄລຍະຢ້ຽມຢາມ ເຖິງ 9 ສະບັບ, ຊຶ່ງໃນນັ້ນ ກໍມີ ການເຊັນບົດບັນທຶກ ກ່ຽວກັບ ການຮ່ວມມື ລະະຫວ່າງ 2 ກະຊວງ ການເງິນລາວ ແລະ ວຽດນາມ, ສັນຍາ ການຮ່ວມມື ລະຫວ່າງ ກະຊວງພລັງງານ ແລະ ບໍ່ແຮ່ ຂອງລາວ ແລະ ກະຊວງອຸດສາຫະກັມ ແລະ ການຄ້າ ວຽດນາມ, ການເຊັນສັນຍາ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງພວກເຮົາ ກັບກະຊວງໂຍທາທິການ ແລະ ຂົນສົ່ງ ຂອງວຽດນາມ ໂດຍສະເພາະ ແມ່ນ ກ່ຽວກັບ ຄວາມເປັນໄປໄດ້ ໃນການສ້າງ ເສັ້ນທາງ ແລະ ການນໍາໃຊ້ ເສັ້ນທາງ ຣົດໄຟ ແຕ່ ຫວຸ່ງອາງ ມາຮອດ ສປປ ລາວ."
ປັດຈຸບັນ ວຽດນາມ ລົງທຶນ ຢູ່ລາວ 414 ໂຄງການ, ມູນຄ່າປະມານ 4.1 ຕື້ໂດລາຣ໌ສຫະຣັຖ ຊຶ່ງສ່ວນໃຫຍ່ ແມ່ນລົງທຶນ ທາງດ້ານກະສິກັມ, ເຂື່ອນໄຟຟ້າ ແລະ ບໍ່ແຮ່ ຄືເປັນປະເທດ ທີ 3 ທີ່ລົງທຶນ ຫຼາຍໃນລາວ ຫຼັງຈາກ ຈີນ ແລະ ໄທຍ.
ໃນປີໜ້າ ປີ ຄື ປີ 2022 ຜູ້ນໍາທັງ 2 ປະເທດ ເຫັນດີ ຮ່ວມກັນ ຈັດຕັ້ງສເລີມສລອງ ປີສາມັກຄີ ມິຕພາບ ຄື ວັນສ້າງຕັ້ງ ສາຍພົວພັນ ການທູດ ລາວ-ວຽດນາມ ຄົບຮອບ 60 ປີ ແລະ ການເຊັນສົນທິ ສັນຍາ ມິຕພາບ ແລະ ການຮ່ວມມື ລາວ-ວຽດນາມ ຄົບຮອບ 45 ປີ ໂດຍທີ່ 2 ຝ່າຍ ຈະໄດ້ຮ່ວມກັນຈັດຕັ້ງ ບຸນມະໂຫລານ ມິຕພາບ, ພິມວາຣະສານ ສະບັບ ພິດເສດ ລາວ-ວຽດນາມ, ວາງສະແດງ ຮູບພາບ ແລະ ກິຈກັມອື່ນໆ.
ເພື່ອຂໍຮູ້ຂໍ້ມູນ ເພິ່ມຕື່ມ ກ່ຽວກັບ ການຮ່ວມມື ໃນດ້ານຕ່າງໆ ລະຫວ່າງ ລາວ-ວຽດນາມ ໃນປັດຈຸບັນ ເປັນຄືແນວໃດ, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງກົມການຂ່າວ ກະຊວງ ການຕ່າງປະເທດ ສປປ ລາວ ທີ່ນະຄອນຫຼວງວຽງຈັນ, ໄດ້ຮັບຄໍາຕອບ ຈາກ ເຈົ້າໜ້າທີ່ກົມວ່າ ມັນມີຫຼາຍອັນ, ຕ້ອງໄດ້ອ່ານ ເອກສານ, ບໍ່ໄດ້ລົງເລິກ ບັນຫານີ້.
ພ້ອມກັນນັ້ນ ກໍໄດ້ໂທຣະສັບ ໄປຫາສະຖານທູດ ສປປ ລາວ ທີ່ ກຸງຮ່າໂນ່ຍ ເພື່ອຂໍຮູ້ເຣື່ອງ ການພົວພັນ ແລະ ການຮ່ວມມື ຮອບດ້ານ ເປັນຕົ້ນ ດ້ານ ເສຖກິຈ-ການຄ້າ, ການລົງທຶນ ລະຫວ່າງ ລາວ ແລະ ວຽດນາມ ທີ່ຜ່ານມາ ແລະ ໃນປັດຈຸບັນ ເປັນຄືແນວໃດ, ແຕ່ບໍ່ສາມາດ ຕິດຕໍ່ໄດ້.
ແຕ່ເຖິງຢ່າງໃດກໍຕາມ, ນັກຮຽນຮູ້ ປັນຍາຊົນລາວ ທ່ານນຶ່ງ ຢູ່ພາຍໃນປະເທດ ຜູ້ຂໍສງວນ ຊື່, ສຽງ, ສະຖານທີ່ ແລະ ເວລາກ່າວຕໍ່ ວິທຍຸເອເຊັຽເສຣີວ່າ ສັນຍາ ຫຼື ຂໍ້ຕົກລົງ ທັງໝົດນັ້ນ ບໍ່ເປັນ ທີ່ໜ້າແປກໃຈ ແລະ ບໍ່ເປັນເຣື່ອງໃໝ່ ທີ່ມັນຕ້ອງ ເປັນໄປ ຄືແນວນັ້ນ ຈະໃຫ້ເປັນໄປ ແບບອື່ນ ແມ່ນບໍ່ໄດ້ ເພາະເຂົາເຈົ້າເດີນທາງ ຕາມເສັນທາງ ນັ້ນເດ ລາວ-ວຽດນາມ ຍັງຮັກແພງກັນ ຄືເກົ່າ, ຮັດແໜ້ນ ຄວາມສາມັກ ຄີກັນ ເພິ່ມຂຶ້ນ, ເຫັນໃຈກັນ ໃນຍາມທຸກຍາກ, ມີຫຍັງ ກໍຊ່ອຍເຫຼືອກັນ, ແບ່ງປັນກັນ, ການຄ້າການຂາຍ ແລະ ການລົງທຶນ ຂອງວຽດນາມ ຢູ່ລາວ ກໍເພີ່ມຂຶ້ນ, ຜູ້ນໍາທັງ 2 ປະເທດ ກໍໄປມາ ຫາສູ່ ຢ້ຽມຢາມກັນ ເປັນແນວນີ້ ຈະເປັນແນວອື່ນ ໄປບໍ່ໄດ້.
ໃນຂະນະດຽວກັນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານ ພັນທະມິດ ເພື່ອປະຊາທິ ປະໄຕໃນລາວ ທີ່ ມີສູນກາງ ຢູ່ປະເທດເຢັຽຣະມັນ, ກໍກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ຕຸລານີ້ວ່າ ການພົວພັນ ຮ່ວມມື ລາວ-ວຽດນາມ ໂດຍມີ ສັນຍາຕ່າງໆ ທີ່ຜ່ານມາ ແລະ ໃນປັດຈຸບັນ ແມ່ນວຽດນາມ ຫວັງຄອບຄອງລາວ ຕໍ່ໆ ໄປ:
" ຂ້າພະເຈົ້າ ເຫັນວ່າ ການຮ່ວມມື ແລະພົວພັນ ລະຫວ່າງ ລາວ-ວຽດນາມ ເທົ່າທີ່ຜ່ານມາ ຈົນເຖິງປັດຈຸບັນນີ້ ທຸກຄັ້ງ ທີ່ວ່າ ມີການເຊັນສັນຍາ ຮ່ວມມືກັນ ລະຫວ່າງ ລາວ-ວຽດນາມ ນັບຕັ້ງແຕ່ ການເຊັນສັນຍາ ພິເສດ ລາວ-ວຽດນາມຄັ້ງ ວັນທີ 18 ເດືອນ ກໍຣະກະດາ 1977 ມາເຖິງ ປັດຈຸບັນນີ້ ນະລ້ວນແລ້ວແຕ່ ເຮັດໃຫ້ລາວ ນີ້ເປັນ ຜູ້ເສັຽປຽບ ລາວບໍ່ມີໄດ້ ຈາກການຮ່ວມມື ລະຫວ່າງ ລາວ-ວຽດນາມ ແຕ່ລະຄັ້ງ. ການເຊັນສັນຍາ ຮ່ວມມືທັງໝົດນັ້ນ ກະເປັນການເນັ້ນ ໜັກທິີ່ວ່າ ເຮັດທຸກສິ່ງ ທຸກຢ່າງ ເພື່ອບໍ່ໃຫ້ລາວນີ້ ຫຼຸດອອກຈາກ ວຽດນາມ ໄປໄດ້ ເພື່ອຄຸມລາວນີ້ ໃຫ້ຢູ່ໃນກໍາມື ຂອງ ວຽດນາມ, ຂຍາຍການພົວພັນ ລາວ-ວຽດນາມ ນີ້ ເຮັດແນວໃດ ວຽດນາມ ຈະໄດ້ມີ ອິດທິພົນ ໃນການຄວບຄຸມລາວຕໍ່ໄປ."
ດຣ. ບຸນທອນ ກ່າວຕໍ່ໄປວ່າ ຄັ້ງລ້າສຸດທີ່ວ່າ ມີການພົວພັນ ກັບຜູ້ນໍາສູງສຸດ ສປປ ລາວ ຄື ການການພົວພັນ ກັບທ່ານ ທອງລຸນ ສີສຸລິດ ໃນນາມ ປະທານປະເທດ, ວຽດນາມ ຍາມໃດ ກໍເນັ້ນໜັກ ຢ່າງຈະແຈ້ງວ່າ ວຽດນາມ ຈະບໍ່ ໃຫ້ລາວ ປ່ຽນແປງໄປສູ່ ປະຊາທິປະໄຕ ເດັດຂາດ ເພາະວ່າ ການປ່ຽນແປງ ໄປສູ່ ປະຊາທິປະໄຕ ນັ້ນ ຈະເຮັດໃຫ້ ຄົນລາວນີ້ ມີຄວາມສາມາດ ໃນການປົກປ້ອງ ຊາດລາວ ເອງໄດ້, ສະນັ້ນ ວຽດນາມ ຕ້ອງ ໄດ້ເຊັນສັນຍາ ສບັບແລ້ວ ສບັບໃໝ່ ມາຕລອດ ເພື່ອຄວບຄຸມ ຮັດແໜ້ນລາວ ບໍ່ໃຫ້ຫຼຸດ ອອກຈາກ ກໍາມື ຂອງ ວຽດນາມ.
ແຕ່ເຖິງແນວໃດ ກໍຕາມ, ຜູ້ນໍາລາວ ແລະ ວຽດນາມ ກໍເຫັນພ້ອມ ນໍາກັນວ່າ ການພົວພັນ ຮ່ວມມື ທາງດ້ານການເມືອງ, ດ້ານຄວາມໝັ້ນຄົງ, ການຕ່າງປະເທດ, ເສຖກິິຈ-ການຄ້າ, ການລົງທຶນ ແລະ ທາງດ້ານອື່ນໆ ແມ່ນມີຄວາມຈໍາເປັນ ແລະ ສໍາຄັນຍິ່ງ ຂອງສອງປະເທດ ລາວ-ວຽດນາມ.
ສະບາຍດີ