ລາວຄວບຄຸມຂ່າວ-ອົງກອນ ຈັດຕັ້ງ ສັງຄົມ

ສປປລາວ ຍັງ ຄວບຄຸມ ຂ່າວ ສານ ແລະ ອົງກອນ ຈັດຕັ້ງ ສັງຄົມ ຢ່າງ ເຂັ້ມງວດ ຢູ່ ຕາມເຄີຍ.

ອົງການຂ່າວໄຮ້ພົມແດນວ່າ ສປປລາວ ຈຳກັດສິດເສຣີພາບ ໃນການປາກເວົ້າ ແລະອອກຂ່າວ Lao news

 

ພັກ ປະຊາຊົນ ປະຕິວັດ ລາວ ຄວບຄຸມ ຂ່າວສານ ແລະ ອົງກອນ ຈັດຕັ້ງ ສັງຄົມ ຢ່າງ ເຂັ້ມງວດ ໃນ ທຸກມື້ນີ້. ນັກ ຊ່ຽວຊານ ຕ່າງ ຊາດ ທ່ານນຶ່ງ ທີ່ ຄົ້ນຄວ້າ ກ່ຽວກັບ ປະຫວັດ ສາດ ແລະ ຄວາມ ເປັນມາ ຂອງ ຣັຖບານ ລາວ ຢ່າງ ກວ້າງຂວາງ ເວົ້າວ່າ ບັນດາ ຜູ້ນຳ ຣະດັບ ສູງ ໃນພັກ ປະຊາຊົນ ປະຕິວັດ ລາວ ຊຸດ ປັດຈຸບັນ ໄດ້ ສືບທອດ ມາຈາກ ອຳນາດ ການ ປົກຄອງ ຂອງ ຄົນ ລຸ້ນເກົ່າ ມີການ ຮ່ວມກຸ່ມ ເຄືອຍາດ ເພື່ອນຝູງ ເພື່ອ ສືບທອດ ແລະ ກຳ ອຳນາດ ການ ປົກຄອງ ໃນລາວ.

ຂໍ້ມູນ ຂ່າວສານ ກໍຍາກ ທີ່ ຈະຮູ້ ໄດ້ເຫັນ ໄດ້ອ່ານ ເຖີງວ່າ ຈະ ເປັນ ນັກຂ່າວ ທີ່ ປະຕິບັດ ງານ ໃກ້ຊິດ ກັບ ຫນ່ວຍງານ ຕ່າງໆ ໃນລາວ ກໍຕ້ອງ ໄດ້ ປະຕິບັດ ຕາມ ຄຳສັ່ງ ຂອງ ຂັ້ນເທີງ ກ່ອນ ຈະອອກ ຂ່າວໄດ້.

ແຫລ່ງຂ່າວ ທີ່ ເປັນ ເອກກະຣາດ ບໍ່ມີ ຢູ່ໃນ ສປປລາວ ແລະ ແຫລ່ງຂ່າວ ຂອງ ຣັຖບານ ກໍຖືກ ຄວບຄຸມ ຢ່າງ ໃກ້ຊິດ ຮ່ວມທັງ ອົງກອນ ຈັດຕັ້ງ ສັງຄົມ ໃນລາວ ກໍຖືກ ຕິດຕາມ ສອດແນມ. ດັ່ງ ກໍຣະນີ ການຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາກອນ ຂອງລາວ. ແຫລ່ງ ຂ່າວ ຫນັງສືພີມ ລາວ ບໍ່ເອີ່ຍ ກ່ຽວກັບ ເຣື້ອງນີ້ ເລີຍ ທັ້ງໆ ທີ່ຮູ້ວ່າ ຖືກ ຫາຍ ສາບສູນ ໃນ ປ້ອມຍາມ ສະຖານີ ຕຳຣວດ ຂອງ ຣັຖບານ.

ອົງການ ສິດ ເສຣິພາບ ມວນຊົນ ຫລື FREEDOM HOUSE ອອກບົດ ລາຍງານ ວ່າ ສິດທິ ສື່ມວນຊົນ ໃນລາວ ຖືກ ຄວບຄຸມ ຢ່າງ ເຂັ້ມງວດ ທັ້ງໆ ທີ່ ມີຄວາມ ຄືບຫນ້າ ທາງດ້ານ ເທັກໂນໂລຈີ ຂ່າວ ສານ ແຕ່ ຣັຖບານ ລາວ ຍັງ ຄວບຄຸມ ການຂຽນ ຂ່າວ ອອກຂ່າວ ແລະ ພີມຂ່າວ ຂອງ ນັກຂ່າວ ໃນລາວ ຢູ່. ຖ້າ ທຽບໃສ່ ວຽດນາມ ສື່ມວນຊົນ ໃນ ວຽດນາມ ມີ ການເປີດ ກວ້າງ ກວ່າ ສປປລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org