ທາງການລາວຕອບ ສປຊ ບໍ່ຖືກປະເດັນ
ຄນະຜູ້ແທນຂອງ ສປປລາວ ຍັງປະຕິເສດ ທີ່ຈະຕອບຄຳຖາມ ໂດຍກົງ ຂອງ ເຈົ້າຫ້າທີ່ ສະຫະປະຊາຊາດ ໃນກອງປະຊຸມ ກ່ຽວກັບ ການທົບທວນ ສິດທິ ພົລເຮືອນ ແລະ ສິດທິ ທາງດ້ານ ການເມືອງ.
-
ສິດນີ
2018-07-16 -
-
-
Your browser doesn’t support HTML5 audio
ຄນະຜູ້ແທນຂອງ ສປປລາວ ຍັງປະຕິເສດ ທີ່ຈະຕອບຄຳຖາມໂດຍກົງ ຕໍ່ເຈົ້າຫ້າທີ່ ສະຫະປະຊາຊາດ ໃນກອງປະຊຸມ ກ່ຽວກັບການ ທົບທວນສິດທິພົລເຮືອນ ແລະ ສິດທິທາງດ້ານການເມືອງ ຫຼື CCPR ຂອງ ອົງການສະຫະປະຊາຊາດ ໃນມື້ວັນທີ 11-12 ມິຖຸນາ ປີ 2018 ທີ່ນະຄອນ ເຈເນວາ ປະເທດ ສະວິສເຊິແລນ. ຍານາງ ວະນິດາ ເທພສຸວັນ ປະທານຂະບວນການລາວ ເພື່ອ ສິດທິມະນຸດ ກ່າວຕໍ່ ວິທຍຸເອເຊັຍເສຣີວ່າ:
“ຄນະກັມມະທິການ ດ້ານສິດທິມະນຸດ ແຫ່ງສະຫະປະຊາຊາດ CCPR ໄດ້ຊັກຖາມຫລາຍສິ່ງຫລາຍຢ່າງກ່ຽວກັບ ສະຖານະພາບ ດ້ານ ສິດທິພົລເຮືອນ ແລະສິດທາງການເມືອງໃນ ສປປ ລາວ ພາຍໃນລະຍະສອງມື້ ແຫ່ງການຕຣວດສອບ, ຄນະຕາງຫນ້າ ຈາກ ສປປລາວ ຍັງໃຫ້ຄຳຕອບແບບສັບສົນ ແບບກົງກັນຂ້າມ ແບບຂີ້ຕົວະ ແບບບໍ່ຍອມຮັບຄວາມຈິງ ແບບຫມິ່ນປະຫມາດ ເຖິງຂນາດໃສ່ຮ້າຍປ້າຍສີບຸກຄົນ ຊຶ່ງເປັນສິ່ງທີ່ ກັມມາທິການ ສະຫະປະຊາຊາດ ບໍ່ເຄີຍພົບພໍ້ມາກ່ອນ ໃນເວທີສາກົນ ໃນຖານະຄົນລາວຜູ້ນຶ່ງ ຂ້າພະເຈົ້າມີຄວາມເສັຽໃຈ ແລະອັບອາຍນໍາຄໍາຕອບ ແລະທ່າທີຂອງທາງການ ສປປ ລາວ; ຂລສມ ເຫັນໄດ້ຢ່າງຊັດເຈນ ດ້ວຍຄວາມເສັຽໃຈທີ່ສຸດວ່າ ສປປ ລາວ ຍັງໄກແສນໄກ ແລະຍັງບໍ່ມີ ວີ່ແວວວ່າ ຈະອະນຸມັດໃຫ້ ປະຊາຊົນລາວ ມີສິດທິພື້ນຖານ.”
ໃນກອງປະຊຸມດັ່ງກ່າວ ທາງການລາວບໍ່ໃຫ້ຄວາມສຳຄັນ ຕໍ່ການຊັກຖາມຂອງເຈົ້າຫນ້າທີ່ ອົງການສະຫະປະຊາຊາດມີແຕ່ຫຼີກລ່ຽງ ຄຳຕອບ ໂດຍຕົງຈາກເຈົ້າຫນ້າທີ່ສາກົນ ຊື່ງເປັນຄຳຕອບ ທີ່ໄຮ້ສາຣະແກ່ນສານ ໃນບັນຫາດ້ານສິດທິພົລເຮືອນ ແລະ ສິດທິທາງດ້ານການເມືອງ ໃນລາວ.