ສປປລາວວ່າໄດ້ເພີ້ມຂໍ້ມູນ ເຣື້ອງ ທ.ສົມບັດ

ຜູ້ຕາງໜ້າ ດ້ານ ສິດທິ ມະນຸດ ຂອງ ລາວ ເວົ້າວ່າ ໄດ້ ເພີ້ມ ຂໍ້ມູນ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໃຫ້ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ແລ້ວ.

ສປປລາວ ວ່າໄດ້ເພີ້ມຂໍ້ມູນ ເຣື້ອງ ທ.ສົມບັດ ທີ່ ນະຄອນ ເຈນີວາ ປະເທດ ສວິຊແລັນ Screenshot from: Web-tv-UN video

ຄນະ ຜູ້ຕາງໜ້າ ດ້ານ ສິດທິ ມະນຸດ ຂອງລາວ ທີ່ ກັບມາ ຈາກ ກອງ ປະຊຸມ ທົບທວນ ປະຈໍາ ຣະຍະ ເຣື່ອງ ການ ປະຕິບັດ ສິດທິ ມະນຸດ ທີ່ ນະຄອນ ເຈນີວາ ປະເທດ ສວິຊແລັນ ໄດ້ ແຈ້ງການ ອະທິບາຍ ແກ່ ສະຫະ ປະຊາຊາດ ຕື່ມ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ດີເດັ່ນ ຊຶ່ງ ຫຼາຍ ປະເທດ ໄດ້ຍົກຂຶ້ນ ມາຖາມ. ຫຼາຍ ປະເທດ ເຫັນວ່າ ນັບແຕ່ ທ່ານ ສົມບັດ ຫາຍສາບສູນ ໄປ ທາງການ ລາວ ບໍ່ໄດ້ ໃຫ້ ຄວາມ ກະຈ່າງແຈ້ງ ພໍທີ່ ປະຊາຄົມ ສາກົນ ຈະຮັບຟັງ ໄດ້.

ທ່ານ ພົງສວັດ ບຸບຜາ ຣັຖມົນຕຣີ ຫົວໜ້າ ຫ້ອງ ວ່າການ ປະທານ ປະເທສ ແລະ ເປັນ ປະທານ ຄນະ ຊີ້ນໍາ ຣະດັບ ຊາດ ໃນ ການ ປະສານງານ ດ້ານ ສິດທິ ມະນຸດ ຂອງ ສປປ ລາວ ກ່າວຕໍ່ ໜັງສືພິມ ວຽງຈັນ ທາມສ ໃນຕອນນຶ່ງ ວ່າ:

"ທ່ານ ສົມບັດ ສົມພອນ ກໍຄື ປະຊາຊົນ ລາວ ຫລາຍຄົນ ທີ່ ຊອກຫາ ແຫລ່ງ ທຶນການ ຊ່ວຍເຫລືອ ຈາກ ຕ່າງ ປະເທດ ເພື່ອ ໃຊ້ທຶນ ນັ້ນເຂົ້າ ໃນການ ຈັດຕັ້ງ ປະຕິບັດ ໂຄງການ ຕ່າງໆ ຢູ່ຫຼາຍ ແຂວງ ໃນ ປະເທດ ໃນ ການລ້ຽງ ຊີບ ຂອງ ປະຊາຊົນ ແລະ ເພື່ອການ ພັທນາ ປະເທດ ຊາຕ".

ທ່ານວ່າ ຕລອດ 30 ປີ ທ່ານ ສົມບັດ ບໍ່ໄດ້ເປັນ ພັຍ ອັນຕຣາຍ ໃດໆຕໍ່ ປະເທດ ຊາຕ.ທ່ານ ສົມບັດ ສົມພອນ ກໍຄື ປະຊາຊົນ ລາວ ຄົນອື່ນໆ ທີ່ເຮັດວຽກ ແລະ ດໍາເນີນ ຊີວິດ ຕາມ ທັມດາ ສາມັນ.ນອກຈາກ ວຽກງານ ຂອງ ທ່ານແລ້ວ ທ່ານ ກໍໄດ້ ເດີນທາງ ໄປ ຕ່າງ ປະເທດ ເລື້ອຍໆ, ຮູ້ຈັກ ແລະ ພົບປະ ກັບ ຫລາຍ ຄົນ.

ທ່ານ ເວົ້າວ່າ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ເປັນຂ່າວ ກະທົບ ໃຈ ຕໍ່ ຣັຖບານ ລາວ ເນື່ອງ ຈາກ ວ່າ ມັນເກີດ ຂຶ້ນ ຫລັງຈາກ ຣັຖບານ ມີຄວາມ ສໍາເຣັດ ໃນການ ເປັນ ເຈົ້າພາບ ຈັດກອງ ປະຊຸມ ສຸດຍອດ ເອເຊັມ ທີ່ ນະຄອນ ຫລວງ ວຽງຈັນ ແລະວ່າ ອົງການ ຕ່າງ ປະເທດ ຈໍານວນ ນຶ່ງ ພຍາຍາມ ຢາກເຮັດ ໃຫ້ ຣັຖບານ ລາວ ອັບອາຍ ຂາຍ ໜ້າ ແລະ ເສັຽ ຊື່ສຽງ ຢູ່ໃນ ເວທີ ສາກົນ ໂດຍໃຊ້ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ເປັນ ຂໍ້ອ້າງ.

ເຖິງຢ່າງໃດ ກໍດີ ທີ່ ຜ່ານມາ ຫລາຍ ອົງການ ຈັດຕັ້ງ ສາກົນ ແລະ ຣັຖບານ ຫລາຍໆ ປະເທດ ກໍໄດ້ ຕໍານິຕິຕຽນ ຣັຖບານ ລາວ ໄປແລ້ວ ວ່າ ບໍ່ມີຄວາມ ຈິງໃຈ ແລະ ຂາດ ຄວາມ ໂປ່ງໃສ ໃນການ ສຶບສວນ ຊອກຫາ ທ່ານ ສົມບັດ ທີ່ ຖືກລັກ ພາຕົວ ໄປ ຢູ່ຕໍ່ໜ້າ ປ້ອມຍາມ ຕໍາຣວດ ດັ່ງ ທີ່ເຫັນ ຢູ່ໃນ ພາບ ວີດີໂອ ກ້ອງ ວົງຈອນປິດ.

ທ່ານ ພົງສວັດ ເວົ້າວ່າ ທ່ານ ໄດ້ຮັບ ປະກັນ ຕໍ່ ກັມມາທິການ ສິດທິ ມະນຸດ ຢູ່ ນະຄອນ ເຈນີວາ ແລ້ວວ່າ ຣັຖບານ ລາວ ຍັງສືບຕໍ່ ດໍາເນີນ ການ ສືບສວນ ຕໍ່ໄປ ເພື່ອ ຊອກຫາ ຄວາມ ຈິງ ແລະ ເອົາຜູ້ ກະທໍາ ຜິດ ມາລົງໂທດ ໃຫ້ໄດ້. ແຕ່ຄົນ ທັງຫລາຍ ກໍຍັງ ບໍ່ເຊື່ອ ໃນຄໍາເວົ້າ ທີ່ວ່ານັ້ນ ຢູ່ດີ ຍ້ອນ ເຫັນວ່າ ທາງການ ລາວ ຮູ້ເຫັນ ເຣື່ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org