ລົມເຣື້ອງຂ່າວ 12/11/16
ມາຮອດຂັ້ນນີ້ ປະເທດລາວ ຈະຫັນໃສ່ ການພັທນາ ແບບຍືນຍົງ ໄດ້ແນວໃດ? ການພັທນາ ແບບຍືນຍົງ ກໍຄື ການເຮັດໃຫ້ ສິ່ງນຶ່ງ ມີການປ່ຽນແປງ ທີ່ດີຂຶ້ນ.
-
ອຸ່ນແກ້ວ ສຸກສະຫວັນ
2016-12-11 -
-
-
ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ.
RFA
Your browser doesn’t support HTML5 audio
ມາຮອດຂັ້ນນີ້ ປະເທດລາວ ຈະຫັນໃສ່ ການພັທນາ ແບບຍືນຍົງ ໄດ້ແນວໃດ? ການພັທນາ ແບບຍືນຍົງ ກໍຄືດັ່ງທີ່ເຮົາຮູ້ກັນ ໂດຍທົ່ວໄປ ວ່າແມ່ນ ການເຮັດໃຫ້ ສິ່ງນຶ່ງ ມີການປ່ຽນແປງ ທີ່ດີຂຶ້ນ, ໃນວັຈນານຸກົມ ພາສາລາວ ຂຽນ ໂດຍ ດຣ ທອງຄໍາ ອ່ອນມະນີສອນ ແປວ່າ ເຮັດໃຫ້ ຈະເຣີນ ກ້າວໜ້າ. ແລະ ອີກ ຄວາມໝາຍນຶ່ງ ຂອງຄໍາວ່າ ຢືນຍົງ ແມ່ນ ບໍ່ມີວັນ ໝົດໄປ ຫລື ບໍ່ມີວັນ ບົກແຫ້ງ. ຍືນຍົງ ແປວ່າ: ຍາວນານ, ຄົງຢູ່, ບໍ່ຕາຍງ່າຍ.