ກອງປະຊຸມສະພາ ໄດ້ປິດລົງ ຢ່າງເປັນທາງການ

ກອງປະຊຸມ ສະພາແຫ່ງຊາຕ ໄດ້ປິດລົງຢ່າງເປັນທາງ ໃນວັນທີ 30 ທັນວາ 2022 ໂດຍ ມີ ທ່ານ ໄຊສົມພອນ ພົມວິຫານ ປະທານ ແລະ ຄະນະຣັຖບານເຂົ້າຮ່ວມ ຊຶ່ງມີຫຼາຍບັນຫາ ທີ່ຍັງບໍ່ສາມາດປະສົບຜົນສຳເຣັດ ໃນໄລຍະທີ່ຜ່ານມາ ເປັນຕົ້ນບັນຫາຢາເສບຕິດ.

ສະພາແຫ່ງຊາຕ, ນະຄອນຫຼວງວຽງຈັນ, ວັນທີ 15 ພຶສຈິກາ ປີ 2022. RFA

ກອງ​ປະ​ຊຸມ​ສ​ໄມ ​ສາ​ມັນ​ເທື່ອ​ທີ 4 ຂອງ​ສະ​ພາ​ແຫ່ງ​ຊາຕ ຊຸດ​ທີ 9 ຫຼື ກອງ​ປະ​ຊຸມ ​ສະ​ພາແຫ່ງ​ຊາຕ ໄດ້​ປິດ​ລົງ​ຢ່າງ​ເປັນ​ທາງ ໃນ​ວັນ​ທີ 30 ທັນ​ວາ 2022 ໂດຍ ມີ ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາຕ, ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ແລະ ຄະ​ນະ​ຣັ​ຖ​ບານ​ເຂົ້າ​ຮ່ວມ.

ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາຕ ໄດ້​ກ່າ​ວ​ວ່າ ປິດກອງ​ປະ​ຊຸມ ຕອນ​ນຶ່ງ ວ່າ:

ໃນໂອກາດອັນສງ່າລາສີນີ້, ຂ້າພະເຈົ້າ ໃນນາມປະທານກອງປະຊຸມ ຂໍປະກາດປິດກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ຢ່າງເປັນທາງການ ນັບແຕ່ນີ້ເປັນຕົ້ນໄປ, ຂໍຂອບໃຈ.

​ຢູ່​ໃນກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາຕ, ຣັ​ຖ​ບານ ໄດ້​ຣາຍ​ງານ​ຫຼາຍ​ບັນ​ຫາ ກ່ຽວ​ກັບວຽກ​ງານ ທີ່​ເຄີຍ​ປະ​ຕິ​ບັດມາ ແລະ ວຽກ​ງານ​ທີ່​ຈະ​ປະ​ຕິ​ບັດ​ໃນ​ຕໍ່​ໜ້າ ໂດຍ ສະ​ເພາະ​ ການ​ແກ້​ໄຂ​ບັນ​ຫາ​ເສ​ຖ​ກິ​ຈ ແລະ ບັນ​ຫາ​ໄພ​ເງິນ​ເຟີ ທີ່​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ການ​ດຳ​ລົງ​ຊີ​ວິຕ ​ປະ​ຊາ​ຊົນ.

ສ່ວນ​ວ່າ ຣັ​ຖ​ບານ ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຕ້ອງ​ຄວບ​ຄຸມ​ບັນ​ຫາ​ຢາ​ເສບ​ຕິດ, ບັນ​ຫາ​ຜົ​ລ​ກະ​ທົບ​ຈາກ​ໂຄງ​ການ​ພັ​ທ​ນາ, ຄຳ​ຕັດ​ສິນ​ຂອງ​ສານ ແລະ​ ໄອ​ຍະ​ການ, ພະ​ນັກ​ງານ​ຣັ​ຖກອ​ນ​ຈຳ​ນວນ​ນຶ່ງ ທີ່​ສ້ຳ​ຣາ​ສ​ບັງ​ຫຼວງ ແລະ ປະ​ຕິ​ບັດ​ໜ້າ​ທີ່​ລະ​ເມີດ​ກົດ​ໝາຍ.

ນອກ​ຈາກນີ້ ຄະ​ນະ ປະ​ຈຳ​ສະ​ພາ​ແຫ່​ງ​ຊາຕ ກໍ​ໄດ້​ຮຽກ​ຮ້ອງ​ໃຫ້ ຣັບ​ຖານ​ຕ້ອງ​​ປັບ​ປຸງ​ ການກວດ​ກາ​ຢ່າງ​ເຂັ້ມ​ງວດ ແລະ ໂປ່ງ​ໃສ. ພ້ອມ​ດຽວ​ກັນ ຄະ​ນະປະ​ຈຳ​ສະ​ພາ​ແຫ່ງ​ຊາຕ ກໍ​ຍັງ​ຂໍ​ໃຫ້​ຣັ​ຖ​ບານ ປະ​ຕິ​ບັດ​ແຜນ​ພັ​ທ​ນາ​ເສ​ຖ​ກິ​ຈ​ສັງ​ຄົມ ການ​ດັດ​ແກ້​ແຜນ​ງົບ​ປະ​ມານ ​ແຫ່ງ​ຣັ​ຖຂອງ​ປີ 2022 ແລະ ແຜນ​ການ​ປີ 2023. 

ທ່ານ ທັນ​ຕາ ກອງ​ຜາ​ລີ ຕາງ​ໜ້າ​ກອງ​ເລ​ຂາ​ນຸການກອງ​ປະ​ຊຸມ ທີ່ຮັບ​ຜິດ​ຊອບ​ຂອບ​ເຂດ ​ວຽກ​ງານ​ແຜນ​ການ-ການ​ເງິນ ແລະ ການກວດ​ສອບ ໄດ້​ກ່າວ​ຕອນ​ນຶ່ງວ່າ:

ກອງ​ປະ​ຊຸມ​ເຫັນ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ບາງ​ຄາດ​ໝາຍ​ຂອງ​ແຜນ​ການ​ພັ​ທ​ນາ​ເສ​ຖ​ກິ​ຈ-ສັງ​ຄົມ​ແຫ່ງ​ຊາຕ 2022 ຍັງ​ມີ​ຄວມມ​ຄືບ​ໜ້າ​ໜ້ອຍ. ບາງ​ຄາດ​ໝາ​ຍ​ກໍ​ມີ​ຄວາມ​ສ່ຽງ ທີ່​ຈະ​ບໍ່​ບັນ​ລຸ ຕາມ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ເຊິ່ງ​ເປັນ​ໂຕ​ຊີ້ບອກ​ຂອງ​ຄວາມບອບ​ບາງ ຂອງ​ເສ​ຖ​ກິ​ຈ​ມະ​ຫາ​ພາກ. ຄວາມ​ຫຍຸ້ງ​ຍາກ​ຂອງ​ເສ​ຖ​ກິ​ຈ-ການ​ເງິນ ກະ​ທົບ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ ເຊິ່ງ​ຣັ​ຖ​ບານ ຈະ​ຕ້ອງ​ເອົາ​ໃຈ​ໃສ່​ສືບ​ຕໍ່.”

ບັນ​ຫາ​ຊຳ​ເຮື້ອ​ອີກ​ຢ່າງ​ນຶ່ງ ກໍ​ຄື ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ໄດ້​ສ​ເນີ​ໃຫ້​ຣັບ​ຖານ​ອອກ​ໃບ​ຕາ​ດິນໃຫ້​ປະ​ຊາ​ຊົນ ທີ່ບໍ່​ຕັດ​ກັບ​ກົດ​ໝາຍ​ມາ​ດ​ຕ​ຣາ 44 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ ເພື່ອ​ໃຫ້​ປະ​ຊາ​ຊົນ​ ໄດ້​ມີ​ໃບ​ຕາ​ດິນ​ໄວ້​ທຳ​ມາ​ຫາ​ກິນ.

ທ່ານ ສະ​ເຫຼີມ​ສັກ ແກ້ວ​ຈັນ​ທະ​ລາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ຈາກ​ແຂວງ​ຄຳ​ມ່ວນ ໄດ້​ກ່າວ​ຕອນ​ນຶ່ງວ່າ:

ຢາກ​ສ​ເນີ​ເພີ່ມ​ບ່ອນ​ວ່າ ຂ​ແນງ​ການ​ທີ່​ກ່ຽວ​ຂ້ອງ ໂດ​ຍ​ສະ​ເພາະ​ຂ​ແນງ​ການ​ກະ​ສິ​ກັມ ແລະ ປ່າ​ໄມ້ ຊັ​ພ​ຍາ​ກອນ​ທັມ​ຊາດ ແລະ ສິ່ງ​ແວດ​ລ້ອມ ຫັ້ນ ຄົ້ນ​ຄວ້າ​ຫາ​ວິ​ທີ ທີ່​ເໝາະ​ສົມ ເຮັດ​ໃຫ້​ທີ່​ດິນ ຢູ່​ໃນ​ເຂດ​ປ່າ 3 ປະ​ເພດ​ຫັ້ນ ໃຫ້​ສາ​ມາດ​ໄດ້​ອອກ​ໃບ​ຕາ​ດິນ​ໃຫ້​ປະ​ຊາ​ຊົນ ຢູ່​ເຂດ​ນັ້ນ.”

ແລ​ະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ຍັງ​ສ​ເນີ​ໃຫ້​ຣັ​ຖ​ບານແກ້​ໄຂ​ບັນ​ຫາ ​ຄ​ຣູ​ອາ​ສາ ແລະແພດ​ອາ​ສາ ທີ່​ຍັງ​ບໍ່​ພຽງ​ພໍ​ກັບ​ຄວາ​ມຕ້ອງ​ການ.

ທ່ານ ນົບ​ພັນ ອຸ​ສາ ສາ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ຈາກ​ແຂວງ​ບໍ​ລີ​ຄຳ​ໄຊ ໄດ້​ກ່າວ​ວ່າ:

ອີກ​ດ້າ​ນ​ໜຶ່ງ​ເນາະ ຣັ​ຖ​ບານ ໃຫ້​ຮີບ​ຮ້ອນ​ຄົ້ນ​ຄວ້າ ພິ​ຈາ​ຣະ​ນາ ກຳ​ນົດ​ບຸກ​ຄະ​ລາ​ກອນ​ຄ​ຣູ ແພດ​ອາ​ສາ​ສ​ມັກ​ເນາະ ເພື່ອ​ສ້າງ​ລະ​ບົບ​ທົດ​ແທນ​ອັດ​ຕ​ຣາ​ສູນ​ເສັຽ ໃນ​ຮູບ​ແບບ​ຕ່າງໆ ໃນ​ແຕ່​ລະ​ປີ​ຫັ້ນ. ອັນ​ພວກ​ເຮົາ​ເວົ້າ​ມາ​ຫຼາຍ​ປີ​ແລ້ວ.”

ຊາວ​ລາວ​ບາງ​ຄົນ​ກໍ​ໂທ​ເຂົ້າ​ໄປ​ສະ​ແດງ​ຄວາມ​ຄິດ​ເຫັນ ໃນ​ເວ​ລາ​ດຳ​ເນີນກອງ​ປະ​ຊຸມ, ແຕ່ ບາງ​ຄົນ ກໍ​ບໍ່​ຢາກ​ໂທ​ເຂົ້າ​ໄປ ຍ້ອນ​ວ່າ ເຂົ້າ​ເຈົ້າ​ເຂົ້າ​ໃນ​ວ່າ ໂທ​ໄປ​ກໍ​ບໍ່​ມີ​ຫຍັງ​ປ່ຽນ​ແຫງ. ຊາວລາວ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ກະ​ຊິ​ມີ​ໂທ ມີ​ເວົ້າ​ແດ່ ບັນ​ຫາ​ທີ່​ວ່າ​ໃຊ້​ຊີ​ວິດຕ ປະ​ຈຳ​ວັນ ຍາກ​ຫຼາຍ. ໂທ​ໄປ ກໍ​ຊິ​ທໍ່​ນັ້ນ ກໍ​ຊິ​ໂທ​ໄປ​ເຮັດ​ຫຍັງ​ຄື​ເກົ່າ. ທາງ​ເທິງ​ເພິ່ນ​ວ່າ ກັນ​ເອງ​ສາ ເພາະ​ວ່າ ເພິ່ນ​ກໍ​ຮູ້​ປະ​ເດັນ​ຢູ່​ເດ້ ໃຜ​ກໍ​ຮູ້ ໃຜ​ກໍ​ເຫັນ ເພິ່ນ​ແກ້​ໄຂ ກໍ​ແກ້​ໄປ​ຊັ້ນ​ແຫຼະ ຢູ່​ໄປ​ມີ​ຊ່ຳ​ໃດ ກໍ​ກິນ​ຊ່ຳ​ນັ້ນ ປະ​ຢັດ​ໄດ້​ຊ່ຳ​ໃດ​ກໍ​ໂອ​ເຄ ວ່າ​ຊັ້ນ​ສາ.”

ສ່ວນ​ວ່າ ຊາວ​ລາວ​ອີກ​ທ່ານ​ນຶ່ງ​ທີ່​ຕິດ​ຕາມກອງ​ປະ​ຊຸມ​ສະ​ພາ ກໍ​ເຫັນ​ວ່າ ຜູ້​ທີ່​ມີ​ບັນ​ຫາ​ໜັກ​ໜ່ວງ​ແທ້ໆ ຈຳ​ເປັນ​ຕ້ອງ​ໄດ້​ໂທຫາ​ສາຍ​ດ່ວນ​ສະ​ພາ ໂດຍ ສະ​ເພາະ​ບັນ​ຫາ​ທີ່​ດິນ.

ຕິດ​ຕາມ​ຢູ່ ມື້ນີ້​ຕີ້​ເພິ່ນ​ປິດ ຄັນ​ຜູ້​ທີ່​ວ່າ​ຈຳ​ເປັນ ບໍ່​ມີ​ບ່ອນ​ເພິ່ງ ເຂົາ​ເຈົ້າ​ກໍ​ຕ້ອງ​ໄດ້​ໂທ​ໄປ ສົມ​ມຸດ​ເປັນ​ບັນ​ຫາ​ເຣື່ອງ​ທີ່​ດິນ ພວກ​ປົກ​ຄອງ ທາງ​ບ້ານ ມັນ​ແກ້​ໄຂ​ບໍ່​ໄດ້ ພັດ​ທາງ​ເທິງ ມັນ​ມີ​ຜູ້​ມີ​ອິດ​ທິ​ພົນ​ແດ່ ເຂົາ​ເຮັດ​ຫຍັງ​ບໍ່​ໄດ້ ຈຳ​ເປັນ​ຕ້ອງ​ໄດ້​ຣາຍ​ງານ​ ທາງ​ສະ​ພາ​ເພິ່ນ.”

ນອກ​ຈາກນີ້ ກອ​ງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາຕ ຍັງ​ໄດ້​ຮັບ​ເອົາ​ການ​ສ້າງກົດ​ໝາຍ​ໃໝ່ 3 ສະ​ບັບ​ຄື ກົດ​ໝາຍ ວ່າ​ດ້ວຍ ຫໍ​ພິ​ພິ​ທ​ພັນ, ກົດ​ໝາຍ​ວ່າ​ດ້ວຍ​ການ​ທາງ​ນ້ຳ ແລະ ກົດ​ໝາຍ​ວ່າ​ດ້ວຍໜັງ​ສື​ຜ່ານ​ແດນ. ສ່ວນ​ວ່າ ກົດ​ໝາຍທີ່​ມີ​ການ​ປັບ​ປຸງ 9 ສະ​ບັບ ລວມ​ມີ ກົດ​ໝາຍ​ວ່າ​ດ້ວຍ​ທະ​ນາຍ​ຄວາມ, ກົດ​ໝາຍ​ວ່າ​ດ້ວຍ​ທະ​ບຽນ​ສານ, ກົດ​ໝາຍ​ວ່າດ​ວ້ຍ ການ​ປ້ອງກັນ ແລະ ຄວາມ​ຄຸມ​ພະ​ຍາດ​ຕິດ​ຕໍ່, ກົດ​ໝາຍ​ວ່າ​ດ້ວຍ ວິ​ສາ​ຫະ​ກິ​ຈ, ກົດ​ໝາຍ​ວ່າດ​ວ້ຍ ວິ​ທະ​ຍາ​ສາ​ຕ ແລະ ເທັກ​ໂນ​ໂລ​ຢີ, ກົດ​ໝາຍ​ວ່າ​ດ້ວຍ ອົງ​ການ​ໄອ​ຍະ​ການ ​ທະ​ຫານ, ກົດ​ໝາຍ​ວ່າ ທຸ​ຣະ​ກັ​ມ​ທາງ​ເອ​ເລັກ​ໂທຼນິກ, ກົດ​ໝາຍ​ວ່າດ​ວ້ຍ ການກວດ​ສອບ​ແຫ່ງ​ຣັ​ຖ, ແລະ ການ​ໝາຍ​ວ່າ​ດ້ວຍ​ການກວດ​ກາ​ແຫ່ງ​ຣັ​ຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org