ການບັງຄັບໃຫ້ຫາຍສາບສູນ ຄວນຍຸຕິ
ຂະບວນການ ລາວ ເພື່ອ ສິດທິມະນຸດ ຮ່ວມກັບ 39 ອົງການ ສິດທິມະນຸດ ຮຽກຮ້ອງ ໃຫ້ ຍຸຕິ ການ ບັງຄັບ ໃຫ້ ຫາຍສາບສູນ ໃນ ພາກພື້ນ ອາຊຽນ.
-
ມະນີຈັນ
2014-09-01 -
-
-
Your browser doesn’t support HTML5 audio
ເນື່ອງ ໃນໂອກາດ ວັນສາກົລ ເພື່ອ ຜູ້ເຄາະຮ້າຍ ຈາກ ການບັງຄັບ ໃຫ້ ຫາຍສາບສູນ ເມື່ອ ວັນທີ 30 ສິງຫາ 2014 ຂະບວນການ ລາວ ເພື່ອ ສິດທິ ມະນຸດ ຮ່ວມກັບອີກ 39 ອົງການ ອື່ນໆ ອອກຖແລງ ການຮ່ວມ ຮຽກຮ້ອງ ໃຫ້ບັນດາ ປະເທດ ສະມາຊິກ ອາຊຽນ ຍຸຕິ ການບັງຄັບ ໃຫ້ ຫາຍສາບສູນ ໃນພາກພື້ນ ເອເຊັຽ ຕາເວັນ ອອກ ສ່ຽງໃຕ້ ຫລື ອາຊຽນ.
ຜູ້ເຄາະຮ້າຍ ນັ້ນ ກໍມີທັງ ນັກປົກປ້ອງ ສິດທິມະນຸດ ຮວມເຖິງ ປະຊາຊົນ ທັມດາ ສາມັນ ນຳດ້ວຍ. ໃນຣະຍະ 10 ປີ ຜ່ານມາ ກໍຣະນີ ບັງຄັບ ຄົນໃຫ້ ຫາຍສາບສູນ ທີ່ ສ້າງຄວາມ ກັງວົນ ຢ່າງຍິ່ງ ໃນ ພາກພື້ນ ແລະ ໃນ ທົ່ວໂລກ ກໍມີ ກໍຣະນີ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ແລະ ປົກປ້ອງ ສິດທິ ມະນຸດ ໃນລາວ ຮວມຢູ່ດ້ວຍ.
ຖແລງການ ເວົ້າອີກວ່າ ທ່ານ ສົມບັດ ໄດ້ຊຸກຍູ້ ຢ່າງ ບໍ່ຮູ້ອິດ ບໍ່ຮູ້ເມື່ອຍ ເພື່ອ ໃຫ້ຖານະ ຂອງ ພາກ ປະຊາ ສັງຄົມ ແລະ ສິດທິ ຂອງ ຄົນທຸກຍາກ ໃນເຂດຊົນບົດ ແລະ ຊາວ ໜຸ່ມລາວ ໃຫ້ມີ ຄວາມຄິດ ຄວາມເຫັນ ໃນການ ພັທນາ ສັງຄົມ ແລະ ການປົກຄອງ.
ທ່ານ ສົມບັດ ຖືກ ພົບເຫັນ ເທື່ອສຸດທ້າຍ ເມື່ອ ຕອນແລງ ວັນທີ 15 ທັນວາ ປີ 2012 ທີ່ ນະຄອນ ຫລວງ ວຽງຈັນ. ກ້ອງ ວົງຈອນປິດ ບັນທຶກພາບ ສະແດງ ໃຫ້ເຫັນວ່າ ເຈົ້າໜ້າທີ່ ຕຳຣວດ ຈະລາຈອນ ໄດ້ຢຸດ ຣົດ ຂອງທ່ານ ຢູ່ ປ້ອມຕຳຣວດ. ຫລາຍນາທີ ຕໍ່ມາ ກໍມີຄົນ ບັງຄັບ ໃຫ້ທ່ານ ຂຶ້ນຣົດ ອີກຄັນ ໜຶ່ງ ແລ້ວກໍຂັບ ໜີໄປ.
ເຖິງແມ່ນວ່າ ຣັຖບານ ລາວ ຈະໄດ້ໃຫ້ ຄຳໝັ້ນວ່າ ຈະສືບສວນ ສອບສວນ ຫາຕົວທ່ານ ຢ່າງຈິງຈັງ ແຕ່ ການສືບສວນ ສອບສວນ ຂອງ ທາງການລາວ ນັ້ນ ກໍບໍ່ໄດ້ ດຳເນີນການ ຢ່າງ ພຽງພໍ ແລະ ບໍ່ມີ ໝາກຜົລ.