Kay Danes ນັກຕໍ່ສູ້ໄດ້ຮັບ ຫຼຽນ

ນັກຕໍ່ສູ້ ເພື່ອ ສິດທິ ມະນຸດ ຂອງ ລາວ-ມົ້ງ ໄດ້ຮັບ ຫລຽນ ກຽດຕິຍົດ ຈາກ ຣັຖບານ ອອສເຕຣເລັຽ.

ຍານາງ KAY DANES ນັກຕໍ່ສູ້ ເພື່ອ ສິດທິມະນຸດ ຜູ້ທີ່ຖືກ ເຈົ້າຫນ້າທີ່ລາວ ຈັບຂັງຄຸກ ໃນລາວ Wikimedia / Maiyang

 

ຍານາງ KAY DANES ນັກຕໍ່ສູ້ເພື່ອສິດທິມະນຸດ ຂອງ ລາວ-ມົ້ງ ຜູ້ທີ່ຖືກ ເຈົ້າຫນ້າທີ່ລາວ ຈັບໃສ່ຄຸກໃນລາວ ໄດ້ຮັບຫຼຽນກຽດຕິຍົດ ຣະດັບສູງ ຈາກຣັຖບານ ອອສເຕຣເລັຽ ນາງເປັນນື່ງ ໃນຈຳນວນ ຄົນອອສເຕຣເລັຽ ທີ່ຮັບຫລຽນ ໃນການຕໍ່ສູ້ ເພຶ່ອສິດທິມະນຸດ ແລະ ຄວາມຍຸຕິທັມ ຂອງຊຸມຊົນ ປະຈຳປີ 2014.

ໃນຣະຍະ 10 ປີມານີ້ ຍານາງ ເດນສ໌ ໄດ້ເດີນທາງມາກຸງວໍຊີງຕັນ ຕຣອດຍ້ອນການເຊື້ອເຊີນ ຂອງເຈົ້າຫນ້າທີ່ ສະຫະຣັຖ ເພື່ອມາໃຫ້ ປາກຄຳ ຕໍ່ສະພາສະຫະຣັຖ ກ່ຽວກັບ ການລ່ວງ ຣະເມີດ ສິດທິ ມະນຸດໃນລາວ ແລະການບີບບັງຄັບໃຫ້ຄົນລາວ ແລະຄົນມົ້ງຫນີ ຈາກບ້ານເກີດເມືອງນອນ ຂອງຕົນ ຮ່ວມດ້ວຍການ ກັກຂັງນັກ ໂທດ ການເມືອງ ແລະ ນັກເຄື່ອນໄຫວ ທາງສາສນາ ໃນລາວ.

ນາງໄດ້ໃຫ້ປາກຄຳ ຕໍ່ສະພາສະຫະຣັຖ ກ່ຽວກັບ ການບີບບັງຄັບ ຜູ້ອົພຍົບ ຊາວມົ້ງ ຈາກໄທ ໃຫ້ກັບຄືນໄປລາວ ການທາຣຸນ ນັກ ໂທດ ຕ່າງຊາດ ແລະ ການກົດຂີ່ຂົ່ມເຫັງ ກຸ່ມສາສນາ ອື່ນໆໃນ ລາວ ຮ່ວມທັງການ ຫາຍສາບສູນ ຂອງຄົນມົ້ງ ອາເມຣິກັນ 3 ຄົນ ຈາກເມືອງແຊັງພໍ ຣັຖມິນນີໂຊຕາ ປັດຈຸບັນຄາດວ່າຍັງຖືກກັກຂັງ ໃນລາວຢູ່ ໃນນັ້ນກໍມີ ນາຍອາກີ ຢາງ ນາຍ ກົງຊີນັງຢາງ ແລະ ນາຍ ຕຣີລຽນ ຢັງໄຮຊອງ. ນາງ ເຄ ເດນສ໌ ເປັນຄົນສຳຄັນ ໃນການ ໃຫ້ຂໍ້ມູນ ດັ່ງກ່າວ ແກ່ ສະພາສະຫະຣັຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org