ການໃຊ້ສື່ສັງຄົມເພີ້ມຂຶ້ນ ຢູ່ລາວ
ຄົນລາວ ພາຍໃນ ປະເທດ ໃຊ້ ສື່ສັງຄົມ ອອນລາຍ ຫຼາຍຂຶ້ນ ໃນ ທຸກມື້ນີ້ ແຕ່ ຂໍ້ມູນ ທີ່ ຫຼໍ່ແຫຼມ ກໍຍັງ ຖືກ ຈຳກັດ ຢູ່.
-
ສິດນີ
2015-09-11 -
-
-
Your browser doesn’t support HTML5 audio
ຊາວໜຸ່ມລາວ ຜູ້ ບໍ່ປະສົງ ອອກຊື່ ເວົ້າວ່າ, ສິດທິ ໃນການ ອອກ ຂ່າວສານ ຂອງ ທາງການ ລາວ, ຍັງ ມີຂອບເຂດ ຈຳກັດ ຫຼາຍຢູ່, ແຕ່ ດຽວນີ້ ພາກ ເອກກະຊົນ ເຂົາ ກໍມີ ເຟັສບຸກ ຂຶ້ນມາ, ເພື່ອ ແລກປ່ຽນ ແລະ ຕິດຕາມ ຂ່າວ ປະເພດ ຕ່າງໆ ກັບ ຫມູ່ຄນະ ແລະ ປະຊາຊົນ ລາວ ໂດຍ ທົ່ວໄປ, ຊຶ່ງ ເປັນ ທາງເລືອກ ທີ່ດີ. ແຕ່ ຂໍ້ມູນ ທີ່ ຫຼໍ່ແຫຼມ ກໍຍັງຖືກ ຈຳກັດ ຢູ່:
"ມັນກໍຄືເກົ່າ ຫັ້ນແຫຼະ, ແຕ່ມັນ ກໍມີປ່ຽນ ຢູ່, ດຽວຄົນ ເຂົາຈະໃຊ້ Social media ກັນຫມົດ, ມັນກໍຄື ເຟັສບູກ ສ່ວນຫຼາຍ ຄົນ ທົ່ວໄປ ຂະເຈົ້າ ສ້າງ ເຟັສບຸກ ຂຶ້ນມາ ເອງ, ຄົນເຂົາ ກໍໃຊ້ຮັບ ຂ່າວ ຫຼາຍກວ່າເກົ່າ, ເຂົາກໍໃຊ້ ຂໍ້ມູນ ທາງ ອິນເຕີເນັດ ກັນ ຫຼາຍແດ່ ມັນກໍເປັນ ຂໍ້ມູນ ທາງເລືອກ ອັນນຶ່ງ".
ຊາວໜຸ່ມ ເວົ້າ ຕື່ມວ່າ, ຂ່າວ ທີ່ ປະຊາຊົນ ສົນໃຈ ຫຼາຍ ໃນ ເຄືອຂ່າຍ ອິນເຕີເນັດ ນັ້ນ, ກໍຄື ຂ່າວ ພັຍພິບັດ, ນ້ຳຖ້ວມ, ດິນເຈື່ອນ, ອຸບັດຕິເຫດ, ກົດຫມາຍ ການ ປະກາດ ແຈ້ງການ ຂອງ ຣັຖບານ ແລະ ຜົລກະທົບ ຕໍ່ ສິ່ງແວດລ້ອມ ຈາກ ໂຄງການ ພັທນາ ຂນາດໃຫຍ່ ຂອງ ຣັຖບານ ທີ່ ທາງການ ບໍ່ອອກ ເປັນຂ່າວ. ປະຊາຊົນ ຈຶ່ງຢາກຮູ້.
ການເຂົ້າເຖິງ ຂ່າວ ໃນເຄືອຂ່າຍ ອິນເຕີເນັດ ໃນລາວ, ເປັນທີ່ ນິຍົມ ຫຼາຍ ໃນ ປັດຈຸບັນ, ແຕ່ຍັງມີ ຂອບເຂດ ຈຳກັດ ຈາກ ທາງການ ໃນ ຂ່າວ ທີ່ ສໍາຄັນ ຫຼໍ່ແຫຼມ. ຊາວ ຫນຸ່ມລາວ ເວົ້າ ຕື່ມວ່າ, ຂໍ້ມູນ ຂ່າວສານ ມີ ປະໂຫຍດ ຕໍ່ ປະຊາຊົນ ຫຼາຍ. ດັ່ງ ຂໍ້ມູນ ຄວາມຮູ້ ກ່ຽວກັບ ນິຕິກັມ ແລະ ການພັທນາ ປະເພດ ຕ່າງໆ:
"ມັນກະ ສຳຄັນ ແຫຼະເນາະ, ການເຂົ້າເຖິງ ຂໍ້ມູນ ຂ່າວສານ ເພາະວ່າມັນ ເຮັດໃຫ້ເຮົາ ສາມາດ ໄປ ພັທນາ ຄວາມຮູ້ ຕົວເອງ ພໍມີ ຄວາມຮູ້ ມັນກໍ ສາມາດ ປັບປຸງ ຊີວິດ ການເປັນຢູ່ ໃຫ້ ດີຂຶ້ນ ສຳຄັນ ຫຼາຍ".
ໃນປີ 2015 ອົງການ ຂ່າວ ບໍ່ມີພົມແດນ ໄດ້ຈັດ ສປປລາວ ຢູ່ ໃນຣະດັບ ທີ 171 ໃນ ຈຳນວນ 180 ປະເທດ ໃນໂລກ ທີ່ ຍັງກີດກັ້ນ ສິດທິ ການ ແລກປ່ຽນ ຂໍ້ມູນ ຂ່າວສານ ຂອງ ປະຊາຊົນ ແລະ ສື່ສັງຄົມ ໃນລາວ ຍັງຢູ່ໃນ ການ ສິ້ງຊອມ ຂອງ ເຈົ້າຫນ້າທີ່ ລາວ ຢູ່.