ນ.ພອນສວັນ ຈະໄດ້ຄວາມ ເປັນທັມ

ຫ້ອງການ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ແຂວງ ຄຳມ່ວນ ຢືນຢັນ ວ່າ ນາງ ພອນສວັນ ຜູ້ຖືກ ຣົດຢຽບ ຂາຫັກ ຈະໄດ້ຮັບ ຄວາມເປັນທັມ ໃນອີກ ບໍ່ດົນນີ້.

ສະພາບ ຂາ ຂອງນາງ ພອນສະຫວັນ ຜູ້ເຄາະຮ້າຍ Citizen Journalist

ເຈົ້າໜ້າທີ່ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ແຂວງ ຄຳມ່ວນ ຢືນຢັນວ່າ ນາງ ພອນສະຫວັນ ອາຍຸ 17 ປີ ຊາວບ້ານ ຂົວເຊ ເມືອງ ເຊບັ້ງໄຟ ແຂວງ ຄຳມ່ວນ ຜູ້ຖືກ ຣົດຢຽບ ຂາຫັກ ຍ້ອນຖືກ ຮ້ອຍເອກ ນິກສັນ ເຈົ້າໜ້າທີ່ ຕຳຣວດ ຈະຣາຈອນ ເມືອງ ເຊບັ້ງໄຟ ສີດນ້ຳໃສ່ ຂນະທີ່ ນາງ ຂີ່ຣົດຈັກຢູ່ ຈົນເສັຽຫຼັກ ລົ້ມ ເມື່ອປີກາຍ ນັ້ນ ຈະໄດ້ຮັບ ຄວາມເປັນທັມ ຢ່າງແນ່ນອນ ໃນອີກ ບໍ່ດົນນີ້. ຂນະນີ້ ທາງ ຂັ້ນເທິງ ກຳລັງ ພິຈາຣະນາ ຢູ່. ທ່ານກ່າວ ຕໍ່ RFA ໃນ ວັນທີ 22 ເມສາ ນີ້ວ່າ:

"ເຂົາກຳລັງ ປະຕິບັດຢູ່, ຢູ່ຂັ້ນເທິງ ຖັດໄປ ໜ້ອຍນຶ່ງ ຂັ້ນລຸ່ມ ກະບໍ່ສາມາດ ເຄລັຍບັນຫາ ໄດ້ນໍ ຍັງເຮັດ ຢູ່ ເທິງພຸ້ນ ກໍຍັງ ປະຕິບັດຢູ່ ຕາມຈະແຈ້ງ ຫຼາຍເຕີບ ແລ້ວເນາະ ກະຕໍ່ໆໄປ ນີ້ຈະມີ ຄວາມສຳເຣັດ ແລ້ວ".

ທ່ານເວົ້າວ່າ ຫລັງຈາກ ທາງຂັ້ນເທິງ ພິຈາຣະນາ ແລ້ວ ກໍຈະສົ່ງເຣຶ່ອງ ນັ້ນຟ້ອງ ຂຶ້ນສານແພ່ງ ໃນ ຂັ້ນຕໍ່ໄປ ເພື່ອໃຫ້ ຮ້ອຍເອກ ນິກສັນ ຈ່າຍເງິນ ຄ່າເສັຽຫາຍ ໃຫ້ຄູ່ຄວາມ ໃນຄະດີ ຜູ້ໄດ້ຮັບ ຄວາມເສັຽຫາຍ ຕາມຣະບຽບ ກົດໝາຍ ຊຶ່ງຄາດວ່າ ໃນ ອີກບໍ່ດົນ ຄະດີນີ້ ກໍຈະສິ້ນສຸດ ລົງ.

ທ່ານກ່າວ ຕໍ່ໄປວ່າ ເວລາ ເກີດເຫດ ກ່ອນຮອດ ບຸນປີໃໝ່ ລາວ ຮ້ອຍເອກ ນິກສັນ ຢູ່ ໃນສະພາບ ເມົາເຫລົ້າ, ຜູ້ກ່ຽວ ບໍ່ໄດ້ຕັ້ງໃຈ ສີດນ້ຳໃສ່ ນາງ ພອນສະຫວັນ ຈົນ ໃຫ້ນາງລົ້ມ ຈົນເກີດ ອັນຕະຣາຍ, ສີດໃສ່ ຄົນອື່ນໆ ທີ່ ຂີ່ຣົດ ຜ່ານໄປມາ ເຊັ່ນກັນ; ສ່ວນເຣຶ່ອງ ສາເຫດ ທີ່ ຮ້ອຍເອກ ນິກສັນ ບໍ່ໃຫ້ການ ຊ່ວຍເຫລືອ ນາງ ພອນສະຫວັນ ເລີຍນັ້ນ ຕົນ ບໍ່ຮູ້ແຈ້ງ.

ທີ່ຜ່ານມາ ຄອບຄົວ ຂອງນາງ ພອນສະຫວັນ ໄດ້ເວົ້າຕໍ່ RFA ວ່າ ຕັ້ງແຕ່ນາງ ຂາຫັກມາ ທາງຄອບຄົວ ໄດ້ຮຽກຮ້ອງ ຂໍຄວາມ ເປັນທັມ ຈາກ ຫ້ອງການ ປ້ອງກັນ ຄວາມສງົບ ເມືອງ ເຊບັ້ງໄຟ ແລະ ຜແນກປ້ອງກັນ ຄວາມສງົບ ແຂວງ ຄຳມ່ວນ ຫຼາຍເທື່ອ ແລ້ວ ແຕ່ບໍ່ມີ ຄວາມຄືບໜ້າ ໃນຂນະທີ່ ຮ້ອຍເອກ ນິກສັນ ຍັງ ປະຕິບັດງານ ຢູ່ ຫ້ອງການ ຕາມ ປົກກະຕິ, ບໍ່ຮັບຜິດຊອບ ແນວໃດ ຕໍ່ການ ກະທຳຜິດ ຂອງຕົນ ແລະ ທັງ ບໍ່ໃຫ້ເງິນ ຄ່າຊົດເຊີຍ ຈຳນວນ 13 ລ້ານ ກີບ ຕາມທີ່ເຂົາ ໄດ້ ຮັບປາກໄວ້. ສ່ວນນາງ ພອນສະຫວັນ ກໍບໍ່ສາມາດ ຍ່າງໄດ້ ເປັນ ປົກກະຕິ ຍ້ອນຂາ ຖືກ ໃສ່ເຫລັກ ດາມໄວ້ ຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org