ລາວແລະຍີ່ປຸ່ນຈະຫາລືຄວາມ ໝັ້ນຄົງ
ລາວແລະຍີ່ປຸ່ນ ຈະປະຊຸມ ຫາລື ກ່ຽວກັບ ຄວາມ ໝັ້ນຄົງ ຊຶ່ງ ເປັນການ ພົບກັນ ໃນ ເຣື້ອງນີ້ ເປັນຄັ້ງ ທຳອິດ.
-
ອະວາຣີ
2014-04-24 -
-
-
Your browser doesn’t support HTML5 audio
ລາວແລະຍີ່ປຸ່ນ ຈະປະຊຸມ ຫາລື ກ່ຽວກັບ ຄວາມ ໝັ້ນຄົງ ຊຶ່ງ ເປັນ ການ ພົບກັນ ໃນ ເຣື້ອງນີ້ ເປັນຄັ້ງ ທຳອິດ. ທາງເວັບໄຊຕ໌ ຂ່າວ ເສຖກິດ ຂອງ ຍີ່ປຸ່ນ ຣາຍງານ ໃນວັນທີ 23 ເດືອນ ເມສາ ນີ້ວ່າ ເຈົ້າໜ້າທີ່ ຂັ້ນສູງ ຂອງລາວ ແລະ ຍີ່ປຸ່ນ ຈະປະຊຸມ ກັນກ່ຽວກັບ ຄວາມ ໝັ້ນຄົງ ໃນວັນ ພະຫັດ ວັນທີ່ 24 ເມສາ 2014 ນີ້ ທີ່ ນະຄອນ ຫລວງ ວຽງຈັນ.
ຜູ້ເຂົ້າຮ່ວມ ກອງປະຊຸມ ຝ່າຍລາວ ນຳໂດຍ ທ່ານ ໄມ ໄຊຍະວົງ ຫົວໜ້າກົມ ເອເຊັຍ-ປາຊີຟິກ ແລະ ອະຟຣິກກາ ກະຊວງ ການຕ່າງ ປະເທດ ລາວ; ສ່ວນຝ່າຍ ຍີ່ປຸ່ນ ນຳໂດຍ ທ່ານ Kazuhide Ishikawa ຫົວໜ້າກົມ ເອເຊັຍ ຕາວັນອອກ ສ່ຽງໃຕ້ ກະຊວງ ການ ຕ່າງ ປະເທດ ຍີ່ປຸ່ນ. ນອກຈາກ ນັ້ນ ຍັງມີ ເຈົ້າໜ້າທີ່ ຂັ້ນສູງ ຈາກ ກະຊວງ ປ້ອງກັນ ປະເທດ ຂອງ ທັງສອງ ປະເທດ ເຂົ້າຮ່ວມ ນຳ.
ເວັບໄຊຕ໌ ຂ່າວ ເສຖກິດ ຂອງ ຍີ່ປຸ່ນ ຣາຍງານ ອີກວ່າ ເມື່ອເດືອນ ທັນວາ 2013 ຢູ່ທີ່ ນະຄອນ ຫລວງ ໂຕກຽວ ເມືອງຫລວງ ຂອງ ຍີ່ປຸ່ນ ນາຍົກ ຣັຖມົນຕຣີ ທອງສິງ ທັມມະວົງ ແລະ ນາຍົກ ຣັຖມົນຕຣີ Shinzo Abe ຂອງ ຍີ່ປຸ່ນ ກໍໄດ້ ຕົກລົງກັນ ເຣື້ອງ ຈະມີການ ເຈຣະຈາ ບັນຫາ ຄວາມໝັ້ນຄົງ ໃນ ອະນາຄົດ.
ເວັບໄຊຕ໌ ເສຖກິດ ຍີ່ປຸ່ນ ບໍ່ໄດ້ແຈ້ງ ຣາຍຣະອຽດ ວ່າບັນຫາ ຄວາມ ໝັ້ນຄົງ ທີ່ລາວ ແລະ ຍີ່ປຸ່ນ ກຳລັງ ປຶກສາ ຫາລື ກັນຢູ່ນີ້ ແມ່ນ ບັນຫາ ຄວາມ ໝັ້ນຄົງ ແນວໃດ ແທ້.