ຢູ່ຊຽງຂວາງຊາວມົ້ງຖືກສິ້ງຊອມ

ທາງການລາວ ກໍາລັງ ສິ້ງຊອມ ເບິ່ງ ການເຄື່ອນໄຫວ ຂອງ ຊາວເຜົ່າມົ້ງ ຢູ່ແຂວງ ຊຽງຂວາງ ຢ່າງ ໃກ້ຊິດ.

ຊາວມົ້ງ ໃນພາກເໜືອ ຊາຍແດນ ລາວແລະວຽດນາມ asianatravelmate

 

ທາງການລາວກໍາລັງສິ້ງຊອມ ເບິ່ງການເຄື່ອນໄຫວ ຂອງຊາວເຜົ່າມົ້ງ ຢູ່ແຂວງຊຽງຂວາງ ຢ່າງໃກ້ຊິດ ເພາະຄິດວ່າຊາວເຜົ່າມົ້ງ ອາຈບໍ່ພໍໃຈທີ່ ຜູ້ນຳຂອງ ເຂົາເຈົ້າ ສາມຄົນ ເຈັບປ່ວຍໜັກຢູ່ໃນຄຸກ.

ຜູ້ນໍາຊາວເຜົ່າມົ້ງ ທັງສາມຄົນ ເປັນສ່ວນນຶ່ງໃນຈໍານວນ 14 ຄົນ ທີ່ຖືກສານ ປະຊາຊົນແຂວງຊຽງຂວາງ ຕັດສິນຈຳຄຸກ ໃນຄະດີ ຖານມີອາວຸດ ສົງຄາມຢູ່ໃນ ຄອບຄອງເມື່ອປີກາຍ.

ເຈົ້າໜ້າທີ່ຫ້ອງການ ແຂວງຊຽງຂວາງ ທ່ານນຶ່ງເປີດເຜີຍວ່າ ປັດຈຸບັນ ຄະນະຜູ້ນຳ ຊາວເຜົ່າມົ້ງສາມຄົນນັ້ນ ອາຍຸສູງແລ້ວ ສຸຂພາບ ກໍຊຸດໂຊມ. ຊາວເຜົ່າມົ້ງ ຢູ່ແຂວງຊຽງຂວາງເຫັນວ່າ ທາງການລາວ ປະຕິບັດຕໍ່ຜູ້ນຳ ຂອງເຂົາເຈົ້າ ຢ່າງບໍ່ຖືກຕ້ອງເປັນທັມ ເຊັ່ນໄດ້ຕັດສິນຈຳຄຸກ ຢ່າງໜັກ ແລະບໍ່ຮັກສາເບິ່ງແຍງ ໃນຍາມເຈັບເປັນ.

ສະນັ້ນທາງການລາວ ໂດຍສະເພາະເຈົ້າໜ້າທີ່ທ້ອງຖິ່ນຈຶ່ງຄິດວ່າຊາວເຜົ່າມົ້ງຫລາຍຄົນອາດຈະບໍ່ດີໃຈ ເຈົ້າໜ້າທີ່ ຈຶ່ງເພິ້ມກວດກາ ການເຄື່ອນ ໄຫວຂອງຊາວເຜົ່າມົ້ງ ໃນແຂວງຢ່າງເຄັ່ງຄັດ. ຜູ້ນຳຊາວເຜົ່າມົ້ງຄົນນຶ່ງ ເວົ້າເຖິງການກວດການັ້ນວ່າ:

“ແຕ່ລະບ້ານ ເຂົາກໍສັ່ງໃຫ້ມີ ປກສ ປະຈຳບ້ານຫລືວ່າຕຳຣວດປະຈຳບ້ານ ແລ້ວກໍມີກອງຫລອນ ປະຈຳບ້ານ ເວົ້າຮວມແລ້ວໂຕຈີ້ ກໍໄດ້ຖືວ່າໄດ້ ມາສຶກສາ ອົບຮົມປະຊາຊົນ ໃຫ້ເປັນເຈົ້າການ ຊ່ວຍທາງ ປກສ, ທາງປກສ ທີ່ວ່ານີ້ເປັນພຽງ ທີ່ຖືວ່າເປັນໃຈກາງ ໃນການປະສານງານ.”

ຜູ້ນຳຊາວເຜົ່າມົ້ງສາມຄົນ ທີ່ກຳລັງປ່ວຍໜັກນັ້ນ ມີທ່ານ ປາເຊັ່ງຈັ່ງ ອາຍຸ 82 ປີ ແລະທ່ານ ປາເຢີລໍ່ ອາຍຸ 61 ປີ; ທັງສອງຖືກຕັດສິນຈຳຄຸກ 17 ປີ ແລະ ຖືກປັບໃໝຄົນລະ 70 ລ້ານກີບ; ຜູ້ທີ່ສາມ ຄືທ່ານ ເຈີ້ຫວາລໍ່ ອາຍຸ 62 ປີ ຖືກຕັດສິນຈຳຄຸກ 18 ປີ ແລະຖືກປັບໃໝ 80 ລ້ານກີບ.

ອີກຫ້າຄົນ ຖືກຈຳຄຸກ 15 ປີ ແລະປັບໃໝຄົນລະ 60 ລ້ານກີບ; ແລະທີ່ເຫລືອ ຫົກຄົນ ຖືກຈຳຄຸກ 1 ປີ ແລະປັບໃໝ ຄົນລະນຶ່ງລ້ານກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org