ຂ່າວຄືບໜ້າຂອງຍົນທີ່ ສູນຫາຍ

ເອເຊັຽ ເສຣີ ໄດ້ຮັບ ຂ່າວ ຄວາມ ຄືບໜ້າ ໃນ ເຫດການ ຍົນ MI-17 ຂອງ ກອງທັບ ອາກາດ ລາວ ທີ່ ຫາຍສາບສູນ.

ຍົນ ເຮລິກອບເຕີ MI-17 1B Citizen Journalist

ແຫລ່ງຂ່າວ ຈາກ ເຈົ້າໜ້າທີ່ ຣະດັບ ສູງ ຂອງ ກະຊວງ ປ້ອງກັນ ປະເທດ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

“ຍົນ ເຮລິກອບເຕີ MI-17 ຂອງ ກອງທັບ ອາກາດ ລາວ, ໄດ້ ສູນຫາຍ ໃນເວລາ 13:10 ນາທີ, ໃນວັນທີ 27 ກໍຣະກະດາ, ໃນ ຂນະທີ່ ກໍາລັງ ນໍາສົ່ງ ຄົນເຈັບ ທີ່ເປັນ ເຈົ້າໜ້າທີ່ ທະຫານ ຣະດັບ ສູງ ທ່ານນຶ່ງ ທີ່ ມາ ປິ່ນປົວ ຢູ່ ໂຮງໝໍ 103 ໃນ ນະຄອນ ຫຼວງວຽງຈັນ, ກັບຄືນ ໄປ ແຂວງ ຫົວພັນ, ພາກ ເໜືອ ຂອງ ປະເທດ ລາວ.”

ນອກຈາກ ນີ້ ເຈົ້າໜ້າທີ່ ການແພດ ປະຈໍາ ໂຮງໝໍ 103 ທ່ານນຶ່ງ, ຜູ້ທີ່ຂໍ ສງວນຊື່ ກໍໄດ້ ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:

“ນອກຈາກ ເຈົ້າໜ້າທີ່ ທະຫານ ທ່ານ ນັ້ນ ແລ້ວ ຍັງມີ ເຈົ້າໜ້າທີ່ ແພດ 3  ທ່ານ ຂອງ ໂຮງໝໍ 103 ທີ່ ເດີນທາງ ໄປນໍາ ຍົນ ລໍາ ດ່ັງກ່າວ.”

ໂຮງໝໍ 103 ເປັນ ໂຮງໝໍ ທະຫານ ທີ່ ຂຶ້ນກັບ ກະຊວງ ປ້ອງກັນ ປະເທດ, ຊຶ່ງ ສ້າງຂຶ້ນ ເພື່ອ ຮອງຮັບ ປິ່ນປົວ ຄົນເຈັບ ທີີ່ເປັນ ພະນັກງານ ທະຫານ.

ຫລ້າສຸດ ໃນ ຕອນເຊົ້າ ຂອງ ວັນທີ 29 ກໍຣະກະດາ ກະຊວງ ປ້ອງກັນ ປະເທດ, ໄດ້ ອອກ ແຈ້ງການ ວ່່າ, ໄດ້ມີການ ແຕ່ງຕັ້ງ ຄນະ ສະເພາະກິດ ເພື່ອ ກວດກາ ຊອກຄົ້ນ ຕາມ ສາຍທາງ ບິນ, ແຕ່ ບໍ່ສາມາດ ໃຊ້ ຍົນ ບິນ ເຂົ້າໄປ ຊອກຄົ້ນ ໄດ້, ຍ້ອນວ່າ ສະພາບ ອາກາດ ບໍ່ອໍານວຍ, ດັ່ງນັ້ນ ກະຊວງ ປ້ອງກັນ ປະເທດ ຈຶ່ງ ສົ່ງ ກໍາລັງພົນ ເຂົ້າໄປ ຊອກ ຄົ້ນຫາ ທາງ ພາກ ພື້ນດິນ.

ຈໍານວນ ຄົນ ທີ່ ເດີນທາງ ໄປກັບ ຖ້ຽວບິນ ດ່ັງກ່າວ ມີ ທັງໝົດ 23 ຄົນ, ໃນນັ້ນ ຣວມມີ ຈຸບິນ 4 ຄົນ ແລະ ຜູ້ ໂດຍສານ 19 ຄົນ, ຍັງບໍ່ຮູ້ ເຖິງ ສະຖານະພາບ ວ່າ ເປັນ ແນວໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org