ໂຄງການປັບປຸງການຮຽນຊັ້ນ ປະຖົມ
ສປປລາວ ໄດ້ ຈັດຕັ້ງ ປະຕິບັດ ໂຄງການ ພາຄີ ພັທນາ ການສຶກສາ ຂັ້ນສອງ ເພື່ອ ປັບປຸງ ການຮຽນ ໃນ ຂັ້ນ ປະຖົມ.
-
ສິດນີ
2015-10-06 -
-
-
Your browser doesn’t support HTML5 audio
ທາງການ ລາວ ມີ ຈຸດປະສົງ ໃນການ ຍົກຣະດັບ ຄຸນນະພາບ ການ ສຶກສາ ໃຫ້ ມີ ປະສິດທິພາບ ໂດຍສະເພາະ ການສຶກສາ ຂັ້ນ ປະຖົມ ໃນ ທົ່ວ ປະເທດ ດ້ວຍການ ຈັດຕັ້ງ ປະຕິບັດ ໂຄງການ ພາຄີ ການພັທນາ ການ ສຶກສາ ຂັ້ນສອງ ໃນແຜນການ ພັທນາ ການ ສຶກສາ ຂອງ ສົກປີ 2011-15 ແລະ ສົກປີ 2016-20.
ຈຸດປະສົງ ຂອງ ໂຄງການ ດັ່ງກ່າວ ຂອງ ປະເທດ ພາຄີ ການພັທນາ ການສຶກສາ ແມ່ນເພື່ອ ສນັບສນູນ ຣັຖບານ ລາວ ໃນການ ປັບປຸງ ການສຶກສາ ຂັ້ນ ປະຖົມ ດ້ວຍການ ໃຫ້ເງິນ ຊ່ອຍເຫລືອ ເພີ້ມຕື່ມ ໃນການ ພັທນາ ໂຮງຮຽນ ປະຖົມ ຂັ້ນແຂວງ ແລະ ຂັ້ນ ທ້ອງຖິ່ນ ໃນລາວ.
ນອກຈາກ ນັ້ນ ໃນ ໂຄງການ ນີ້ ຍັງຈະມີ ການປັບປຸງ ການ ບໍຣິຫານ ຈັດການ ເຣື້ອງ ຊັພຍາກອນມະນຸດ ໃນການ ຍົກຣະດັບ ການ ສຶກສາ ຂັ້ນ ປະຖົມ ດັ່ງ ການ ປັບປຸງ ການຮຽນ ການສອນ ໃນ ຫ້ອງຮຽນ, ສະພາບ ແວດລ້ອມ ໃນ ໂຮງຮຽນ, ການສອນ ຂອງ ນາຍ ຄຣູ ແລະ ອຸປກອນ ການຮຽນ ການສອນ ໃນໂຮງຮຽນ ຂັ້ນ ປະຖົມ ໃນລາວ ໃຫ້ມີ ຄຸນນະພາບ ຫຼາຍຂຶ້ນ.
ຣັຖບານ ລາວ ໄດ້ຮັບເງິນ ຊ່ອຍເຫລືອ 16 ລ້ານ 8 ແສນ ໂດລາ ໃນ ໂຄງການ ດັ່ງກ່າວ ໃນການ ປັບປຸງ ການສຶກສາ ໃນລາວ ແລະ ຫລຸດຜ່ອນ ຄວາມ ບໍ່ສເມີພາບ ໃນການ ເຂົ້າເຖິງການ ສຶກສາ ຂອງ ເດັກນ້ອຍ ນັກຮຽນ ລາວ ໃນເຂດ ຊົນນະບົດ ໂຄງການ ນີ້ ຈະເລີ້ມ ປະຕິບັດ ຈາກ ປີ 2015 ໄປຮອດ ປີ 2019 ໃນ ຈຳນວນ 148 ເມືອງ ໃນທົ່ວ ປະເທດ.