ເຢັຽຣະມັນຊ່ອຍລາວພັທນາ ຂຸດຄົ້ນ ແຮ່ທາດ
ກອງທຶນ ຈາກ ປະເທດ ເຢັຽຣະມັນ ຊ່ອຍລາວ ໃນໂຄງການ ພັທນາ ທີ່ ຍືນຍົງ ໃນຂແນງການ ຂຸດຄົ້ນ ແຮ່ທາດ.
-
2013-09-13 -
-
-
Your browser doesn’t support HTML5 audio
ການຂຸດຄົ້ນ ແຮ່ທາດ ໃນລາວ ມີບົດບາດສຳຄັນ ໃນການພັທນາ ເສຖກິດ ຂອງຊາດ ຊຶ່ງໃນປັດຈຸບັນ ໄດ້ສ້າງລາຍຮັບ ໃຫ້ແກ່ຜົລຜລິດ ຮວມຍອດ ຫລື GDP ຂອງປະເທດປະມານ 10% ແລະກໍ່ກາຍເປັນ ທີ່ມາອັນສຳຄັນ ຂອງການເຕີບໂຕ ທາງດ້ານເສຖກິດ ແລະສ້າງ ລາຍຮັບ ໃຫ້ແກ່ ປະເທດຊາດ.
ແຕ່ເຖິງຢ່າງໃດດີ ນອກຈາກການໃຫ້ໂອກາດ ແລະລາຍຮັບແລ້ວ ການ ຂຸດແຮ່ທາດໃນລາວ ຍັງສົ່ງຜົລ ສະທ້ອນ ໃນທາງລົບ ຕໍ່ສິ່ງແວດ ລ້ອມແລະ ວິຖິຊີວິດ ຂອງປະຊາຊົນ ທ້ອງຖິ່ນ ໃນລາວນຳອີກ ດັ່ງທີ່ພົບເຫັນ ໃນທຸກມື້ນີ້ ເຊັ່ນບັນຫາ ທາງສັງຄົມ ທີ່ເກີດຈາກ ການຂາດ ຄວາມຮ່ວມມື ກັບປະຊາຊົນ ທ້ອງຖີ່ນ ສະພາບແວດລ້ອມ ຊຸດໂຊມ ແລະເພີ້ມຄວາມກົດດັນ ໃນບັນຫາແຫລ່ງນ້ຳ ທັມມະຊາດ ທີ່ຖືກປົນ ເປື້ອນດ້ວຍສານເຄມີ.
ເພື່ອຫລຸດຜ່ອນຄວາມສ່ຽງ ແລະເພີ້ມລາຍຮັບດ້ານເສຖກິດ ແລະ ຜົລປໂຍດແກ່ສັງຄົມ ໃນໂຄງການຂຸດຄົ້ນແຮ່ທາດໃນລາວ ການບໍຣິຫານ ຈັດກົດຣະບຽບກ່ຽວກັບໂຄງການ ບໍ່ແຮ່ໃນລາວ ເປັນສິ່ງສຳຄັນ ທີ່ຈະຕ້ອງປະຕິບັດໃຊ້ ເຊັ່ນກົດຫມາຍ ກ່ຽວກັບ ການປົກປ້ອງສິ່ງແວດລ້ອມ ປົກປ້ອງສຸຂພາບ ຂອງປະຊາຊົນ ທ້ອງຖີ່ນ ແລະຄວາມປອດພັຍ ໃນໂຄງການບໍ່ແຮ່.
ຣັຖບານເຢັຽຣະມັນໃຫ້ເງິນຊ່ອຍເຫລືອລາວ ເພື່ອຝຶກອົບຮົມເຈົ້າຫນ້າທີ່ກ່ຽວຂ້ອງ ໃຫ້ປະຕິບັດງານຢ່າງມີ ປະສິດທິພາບ ໃນໂຄງການບໍ່ແຮ່ ໃນລາວ.