ຜູ້ນໍາ ລາວ-ຝຣັ່ງເສສ ພົບກັນ

ທ່ານ ໂຮນລັງ (Francois Hollande) ພົບປະ ກັບ ທ່ານ ຈຸມມາລີ ໄຊຍະສອນ ເພື່ອ ໂອ້ລົມ ການຄ້າ ບໍ່ແມ່ນ ເຣື້ອງ ສິດທິມະນຸດ.

ທີ່ກຸງປາຣີ ປະເທດຝຣັ່ງເສສ: ປະທານາທິບໍດີ Francois Hollande(ຊ້າຍ) ຕ້ອນຮັບ ປະທານປະເທດລາວ ທ່ານ ຈູມມະລີ ໄຊຍະສອນ ທີ່ທໍານຽບ ປະທານາທິບໍດີ ກ່ອນເຂົ້າປະຊຸມ ໃນວັນທີ 22 ຕຸລາ 2013 AFP PHOTO / BERTRAND GUAY

 

ທ່ານ Francois Hollande ປະທານາທິບໍດີຝຣັ່ງເສສ ໄດ້ພົບປະກັບທ່ານ ຈູມມາລີ ໄຊຍະສອນ ປະທານປະເທດລາວ ທີ່ກຸງປາຣີໃນມື້ວັນ ອັງຄານທັງສອງທ່ານໄດ້ ໂອ້ລົມກັນກ່ຽວກັບການຄ້າ ບໍ່ແມ່ນດ້ານສິດທິມະນຸດ ຊື່ງເປັນເທື່ອທຳອິດ ທີ່ຜູ້ນຳລາວໄດ້ໄປຢ້ຽມຢາມປະເທດຝຣ່ັງ ເສສ ຫລັງຈາກໄດ້່ຮັບເອກກະຣາດ ຈາກປະເທດດັ່ງກ່າວ ມາເປັນເວລາກວ່າ 60 ປີ.

ກຸ່ມປົກປ້ອງສິດທິມະນຸດ ໄດ້ຮຽກຮ້ອງໃຫ້ຣັຖບານຝຣັ່ງເສສ ກົດດັນຣັຖບານລາວ ກ່ຽວກັບການຫາຍສາບສູນຂອງນັກເຄື່ອນໄຫວຄົນສຳຄັນ ທ່ານ ສົມບັດ ສົມພອນ ໃນເດືອນທັນວາ 2012 ຜູ້ຊື່ງຖືກບັນຈຸ ຢູ່ໃນກ້ອງວົງຈອນປິດໃກ້ສະຖານີ ຕຳຣວດແລະຖືກພາໂຕໄປ ໂດຍຄົນທີ່ ບໍ່ຮູ້ຊື່ສອງຄົນ.

ນາງ Debby Stothard ຈາກອົງການສິດທິມະນຸດຂອງປະເທດຝຣັ່ງເສສ ໄດ້ກ່າວຕໍ່ນັກຂ່າວ RFI ໃນຂນະທີ່ສອງປະທານາທິບໍດີພົບປະ ກັນວ່າ ສະຫະພາບຢູໂຣບແລະປະເທດຝຣັ່ງເສສ ຕ້ອງສະແດງຄວາມກັງວົນ ກ່ຽວກັບເບາະແສການ ລັກພາໂຕຂອງທ່ານ. ໃນເດືອນກຸມ ພາຜ່ານມາ ສະພາຢູໂຣບກໍໄດ້ສົ່ງຫນັງສື ສະແດງຄວາມເປັນຫ່ວງ ກ່ຽວກັບຊະຕາກັມ ຂອງ ທ່ານສົມບັດສົມພອນ ຕໍ່ຣັຖບານລາວ ແລະ ການຊັກຊ້າໃນການສືບສວນ ກ່ຽວກັບການຫາຍສາບສູນ.

ກະຊວງຕ່າງປະເທດຝຣັ່ງເສສ ກໍໄດ້ອອກຖແລງການ ຮຽກຮ້ອງໃຫ້ເຈົ້າຫນ້າທີ່ລາວ ເຮັດທຸກສີ່ງທຸກຢ່າງ ທີ່ເປັນໄປໄດ້ ໃນການສືບສວນ ຊອກຫາ ທ່ານສົມບັດ ສົມພອນ ບໍ່ມີການຄາດວ່າ ທ່ານໂຮນລັງ ຈະຍົກເລື້ອງນີ້ຂື້ນມາໂອ້ລົມກັບທ່ານ ຈູມມະລີ ໃນການພົບປະກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org