ກອງປະຊຸມຮິບໂຮມຂໍ້ມູນການ ຣະເມີດ ສິດທິມະນຸດ ຢູ່ລາວ

ກອງ ປະຊຸມ ຮິບໂຮມ ຂໍ້ມູນ ຫລັກຖານ ການ ຣະເມີດ ສິດທິມະນຸດ ຢູ່ ສປປລາວ ຊຶ່ງ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ຈະ ຈັດຂຶ້ນ ທີ່ ຣັຖ ຈໍເຈັຍ ສະຫະຣັຖ ອະ ເມຣິກາ ເພື່ອ ຍື່ນຕໍ່ ສະຫະປະຊາຊາດ.

ພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ Alliance-for-democracy-in-Laos

 

ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ ມີສູນກາງ ຢູ່ ປະເທສ ເຢັຍຣະມັນ ຈະຈັດ ກອງປະຊຸມ ຮິບໂຮມ ຂໍ້ມູນ ຫລັກຖານ ກ່ຽວກັບ ການ ຣະເມີດ ສິດທິມະນຸດ ຢູ່ ສປປລາວ ທີ່ ເມືອງ Atlanta ຣັຖ ຈໍເຈັຍ ສະຫະຣັຖ ອະເມຣິກາ ໃນວັນ ເສົາ ທີ 24 ພຶສພາ 2014 ເພື່ອຍື່ນ ຕໍ່ ກອງປະຊຸມ ໃຫຍ່ ດ້ານ ສິດທິມະນຸດ ຂອງ ສະຫະປະຊາຊາດ ຊຶ່ງ ຈະຈັດຂຶ້ນ ທີ່ ນະຄອນ ເຈນີວາ ປະເທສ ສວິຊເຊີແລັນ ໃນຕົ້ນ ປີ 2015 ແລະ ເພື່ອສເນີ ໃຫ້ ອົງການ ຈັດຕັ້ງ ສາກົນ ແລະ ປະເທສ ຕ່າງໆ ໃນໂລກ ຮັບຊາບ. ດຣ. ບຸນທອນ ຈັນທະລາວົງ ວິເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ກ່າວເຖິງ ເປົ້າໝາຍ ຂອງ ກອງປະຊຸມ ນັ້ນ ຕອນ ນຶ່ງວ່າ:

"ກອງປະຊຸມ ທີ່ ພວກເຮົາ ຈັດຂຶ້ນ ເພື່ອ ຮຽກເຊີນ ເອົາບັນດາ ພໍ່ແມ່ ພີ່ນ້ອງ ລາວ ທຸກໆຄົນ ຢູ່ ສະຫະຣັຖ ອາເມຣິກາ ທີ່ ວ່າມີ ຄວາມ ເປັນຫ່ວງ ເປັນໃຍ ຕໍ່ ສະພາບການ ບ້ານເມືອງ ຮັກຊາດ ຮັກ ປະຊາທິປະໄຕ ນີ້ ມາຮ່ວມ ນໍາກັນ ເພື່ອວ່າ ຈະໄດ້ ຮິບໂຮມ ຫລັກຖານ ການຣະເມີດ ສິດທິມະນຸດ ໃນລາວ ທັງໝົດ ທຸກໆດ້ານ ເລີຍ ຕັ້ງແຕ່ ພຸ້ນແຫລະ ຕັ້ງແຕ່ປີ 1975 ເປັນຕົ້ນມາ ວ່າ ມັນມີຫຍັງ ເກີດຂຶ້ນ ປະຊາຊົນ ຖືກກົດຂີ່ ແນວໃດ".

ກອງປະຊຸມ ຄັ້ງນີ້ ຈະມີ ຫຼາຍ ພາກສ່ວນ ເຂົ້າຮ່ວມ ເປັນຕົ້ນ ກໍແມ່ນ ຄະນະ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ສາຂາ ສະຫະຣັຖ ຈາກ ຫລາຍຣັຖ ປະກອບ ຄໍາຄິດ ຄໍາເຫັນ ກ່ຽວກັບ ຂໍ້ມູນ ຫລັກຖານ ການ ຣະເມີດ ສິດທິມະນຸດ ຢູ່ ປະເທສ ລາວ ຊຶ່ງ ດຣ. ບຸນທອນ ຈັນທະລາວົງ ວິເຊີ ກ່າວວ່າ:

"ຈະມີ ຄະນະ ຂອງ ອົງການ ພັນທະມິດ ມາຈາກ ຫລາຍຣັຖ ສະຫະຣັຖ ອະເມຣິກາ ຈາກນັ້ນ ກະຍັງມີ ຊຸມຊົນ ຊາວລາວ ທີ່ ຈະມາຈາກ ຫລາຍຣັຖ ບໍ່ໝາຍ ຄວາມວ່າ ຊິມີແຕ່ ຢູ່ໃນເຂດ ຣັຖ ຈໍເຈັຍ ນໍ ຣັຖ ອ້ອມຂ້າງ ກໍຈະມາ".

ພ້ອມກັນ ນັ້ນ ຄະນະ ຈັດຕັ້ງ ກອງປະຊຸມ ຍັງໄດ້ ເຊີນຊວນ ຊາວລາວ ຮວມທັງ ຜູ້ຊົງ ຄຸນນະວຸທທິ, ນັກການເມືອງ, ນັກຮຽນຮູ້ ປັນຍາຊົນ ປະຊາທິປະໄຕ ທັງຍິງ ແລະຊາຍ ເຂົ້າຮ່ວມ ໃນ ພະຣະກິດ ເພື່ອ ປະຊາທິປະໄຕ ຂອງລາວ ນໍາດ້ວຍ.

ຣາຍການ ກອງປະຊຸມ ຮິບໂຮມ ຂໍ້ມູນ ຫລັກຖານ ກ່ຽວກັບ ການ ຣະເມີດ ສິດທິມະນຸດ ຢູ່ ສປປລາວ ທີ່ເມືຶອງ Atlanta ຣັຖ ຈໍເຈັຍ ສະຫະຣັຖ ອະເມຣິກາ ໃນ ວັນທີ 24 ພຶສພາ 2014 ທີ່ ຈະມາ ເຖິງນີ້ ນອກຈາກ ກອງປະຊຸມ ແຕ່ບ່າຍ ໂມງເຄິ່ງ ເຖິງ 5 ໂມງ ເຄິ່ງ ແລ້ວ ກໍມີ ພິທີ ທາງ ສາສນາ ໃນ ຕອນເຊົ້າ, ມີການ ຊຸມນຸມ ປະທ້ວງ ການຣະເມີດ ສິດທິມະນຸດ ຢູ່ລາວ ເວລາ 12 ໂມງ ເຄິ່ງ ແລະ ມີງານ ຣາຕຣີ ສະໂມສອນ ໃນຕອນຄໍ່າ ຕື່ມອີກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org