ອົງການທາງສັງຄົມຂໍຄວາມ ຮ່ວມມື
ອົງການ ຈັດຕັ້ງ ທາງສັງຄົມ ຢາກໃຫ້ ທາງການ ລາວ ອໍານວຍ ຄວາມ ສະດວກ ແລະ ໃຫ້ ຄວາມ ຮ່ວມມື ຫຼາຍຂຶ້ນ ເພື່ອໃຫ້ ວຽກງານ ງ່າຍ ແລະ ວ່ອງໄວ ຂຶ້ນ.
-
ໄມຊູລີ
2015-09-28 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ອົງການ ຈັດຕັງ ທາງ ສັງຄົມ ຂອງລາວ ທີ່ ບໍ່ປະສົງ ອອກຊື່ ກ່າວວ່າ, ຢາກໃຫ້ ເຈົ້າໜ້າທີ່ ຣັຖ ເຂົ້າມາ ຮ່ວມ ໃນ ວຽກງານ ຂອງ ຕົນ ຫຼາຍຂຶ້ນ ເພື່ອໃຫ້ ວຽກງານ ປະສົບ ຜົນສໍາເຣັດ ແລະ ຢຶນຢັນວ່າ ອົງການ ເຫລົ່ານີ້ ຈະ ບໍ່ຈັດຕັ້ງ ປະຊາຊົນ ພຽງແຕ່ ເຮັດວຽກ ເພື່ອ ພັທນາ ຄຸນນະພາບ ຊີວິດ ຂອງ ປະຊາຊົນ ເທົ່ານັ້ນ. ດັ່ງ ທ່ານ ຍິງ ຈາກອົງການ ຈັດຕັ້ງ ທາງສັງຄົມ ແຫ່ງນຶ່ງ ເວົ້າວ່າ:
“ຜູ້ຮ່ວມງານ ພາກຣັຖ ຄວນເປັນ ເຈົ້າການ ແລະ ຄວນມີ ສ່ວນຮ່ວມ ຂອງ ເຂົາເຈົ້າ, ມັນ ຍັງບໍ່ທັນ ຫຼາຍປານໃດ ເພາະວ່າ ສ່ວນຫຼາຍ ເຂົາເຈົ້າ ຈະຄິດວ່າ ເປັນ ກິຈກັມ ຂອງ ອົງການ ແລ້ວ ເຂົາເຈົ້າ ຈະໄປໃນ ລັກສນະ ວ່າ ໄດ້ per diem ແລ້ວ ກໍໄປ, ມັນບໍ່ແມ່ນ ລັກສນະ ທີ່ວ່າ ເຂົາເຈົ້າ ໄປ (take lead) ໃນ ກິຈກັມ ນັ້ນ, ທັ້ງທີ່ ການມີ ສ່ວນຮ່ວມ ກໍຍັງບໍ່ທັນ ຫຼາຍ, ບາງຄັ້ງ ເຂົາເຈົ້າ ໃຫ້ເຮົາຄິດ ກິຈກັມ ມາ ແລ້ວ ກໍໃຫ້ເຮັດ ເຂົາເຈົ້າ ບໍ່ມີ ສ່ວມຮ່ວມ ໃນການ ວາງແຜນ ວ່າ ຂ້ອຍຢາກ ເຮັດແນວນີ້ ເພື່ອ ໃຫ້ ມັນໄດ້ ຮັບ ປະສິດທິຜົນ”.
ນາງກ່າວ ຕຶ່ມວ່າ ທີ່ ຜ່ານມາ ການ ເຮັດວຽກ ກໍໄດ້ຮັບ ຄວາມຮ່ວມມື ຈາກ ເຈົ້າໜ້າທີ່ ເປັນຢ່າງດີ ເຊັ່ນ ອໍານວຍ ຄວາມສະດວກ ໂດຍໃຫ້ ເຂົ້າໄປເຊົາ ໃນ ໂຮງການ ມີການ ປະສານງານ ກັນ ຂັ້ນ ແຂວງ ແລະ ຂັ້ນເມືອງ ຢ່າງ ໃກ້ຊິດກັນ ແຕ່ຢາກໃຫ້ ເພີ່ນມີ ສ່ວນຮ່ວມ ໃນການ ວາງແຜນການ ປະຕິບັດ ງານ ຫຼາຍກວ່ານີ້, ແລະວ່າ ສໍາລັບ ວຽກງານ ຂອງ ອົງການ ຈັດຕັ້ງ ສັງຄົມ ເຫຼົ່ານີ້ ກໍຄື ການຝຶກ ອົບຮົມ ແລະ ຊ່ວຍເຫລືອ ເຈົ້າໜ້າທີ່ ຣັຖ ດ້ານ ການວາງແຜນ ແລະ ວິເຄາະ ຂໍ້ມູນ ຊຶ່ງ ບໍ່ໄດ້ ເຮັດ ວຽກ ຊໍ້າຊ້ອນ ກັບ ວຽກງານ ຂອງ ທາງການ. ດັ່ງ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທາງສັງຄົມ ອີກ ທ່ານໜຶ່ງ ກ່າວ ເພີ້ມວ່າ:
“ຣັຖບານ ຈະເພັ່ງເລັງ ອົງການ ເພາະວ່າ ເປັນ ອົງການ ຈັດຕັ້ງ ທີ່ ເຄຶ່ອນໄຫວ ຢ່າງ ອິສຣະ ແລະ ເຂົ້າເຖິງ ຊຸມຊົນ ຢ່າງແທ້ຈິງ ແລະ ເຮົາ ຈະເປັນຜູ້ ທີ່ ພົບບັນຫາ ຢ່າງ ແທ້ຈິງ ແລະ ເພີ່ນ ກໍເລີຍວ່າ ຢ້່ານ ເຮົາ ນີ້ ໄປ ປຸກຣະດົມ ໃຫ້ ຄົນເຜົ່າ ໃຫ້ ຊຸມຊົນ ເກີດມີການ ປ່ຽນແປງ ແລະ ໃຫ້ ເຂົາເຈົ້າ ຂຶ້ນມາ ປະທ້ວງ, ແຕ່ ຕົວຈິງ ເຮົາບໍ່ໄດ້ ເຮັດ ແນວນັ້ນ ສ່ວນໃຫຍ່ ເຮົາ ກໍເຮັດວຽກ ຮ່ວມກັນ ກັບ ພັກ ຣັຖ”.
ເຈົ້າໜ້າທີ່ ຜູ້ດຽວ ກັນນີ້ ກ່າວ ຕຶ່ມວ່າ ອົງການ ຈັດຕັ້ງ ທາງສັງຄົມ ຢູ່ ລາວ ບໍ່ຢາກໃຫ້ ພາກຣັຖ ເຫັນວ່າ ອົງການນີ້ ເປັນ ອົງການ ຈັດຕັ້ງ ຂຶ້ນມາ ເພື່ອ ຣະດົມ ປະຊາຊົນ ເນື່ອງຈາກ ວ່າ ແຕ່ລະ ອົງການ ກໍມີ ພາກຣັດ ເປັນຜູ້ ຮ່ວມງານ ເປັນຫລັກ ແຕ່ກໍຢາກ ໃຫ້ ມີການ ຮ່ວມໄມ້ ຮ່ວມມື ຫຼາຍກວ່ານີ້ ເພື່ອໃຫ້ ວຽກງານ ປະສົບ ຜົນສໍາເຣັດ ໄປ ພ້ອມໆກັນ.