ຈີນວ່າລາວເຂົ້າຂ້າງເຣື້ອງ ທະເລ ຈີນໃຕ້

ຈີນ ຖແລງ ວ່າ ສປປລາວ ໃຫ້ ການສນັບສນູນ ຕົນ ໃນ ກໍຣະນີ ບັນຫາ ຂໍ້ຂັດແຍ້ງ ຢູ່ເຂດ ທະເລຈີນ ໃຕ້.

ຈຸດສີແດງ ເປັນເສັ້ນຈໍ້າ ອ້ອມເກາະ Paracel ແລະເກາະ Spratly ເປັນເຂດທີ່ ຈີນ ຢືນຢັນວ່າ ເປັນເຂດ ນ່ານນໍ້າ ຂອງຕົນ Source: United Nations Convention on the Law of the Sea (UNCLOS) Source: United Nations Convention on the Law of the Sea (UNCLOS)

ຫນັງສືພິມ ຊິນຮົວ ຂອງຈີນ ຣາຍງານ ໃນວັນສຸກ ຜ່ານມາວ່າ ຈີນ ໄດ້ຮັບການ ສນັບສນູນ ຈາກ ສປປລາວ ທີ່ ບໍ່ເຫັນພ້ອມ ໃນ ຄຳ ພິພາກສາ ຂອງ ສານນາໆຊາດ ທີ່ ປະນາມ ຈີນ ກ່ຽວກັບ ການອ້າງ ອະທິປະຕັຍ ໃນເຂດ ທະເລຈີນໃຕ້ ໃນມື້ ວັນອັງຄານ ຜ່ານມາ ທີ່ວ່າ ຈີນ ບໍ່ມີສີດ ໃນການອ້າງ ອະທິປະຕັຍ ຕາມປະຫວັດສາດ ເກືອບທັງຫມົດ ເຂດນ່ານນ້ຳ ທະເລຈີນໃຕ້ ແລະ ກໍເປັນ ການຣະເມີດ ອະທິປະຕັຍ ຂອງ ຟິລິປປິນ ຊື່ງ ຄະດີນີ້ ແມ່ນ ຟີລິປປິນ ຟ້ອງຈີນ.

ຈີນ ປະຕິເສດ ຕໍ່ຄຳຕັດສີນ ຂອງ ສານ ນາໆຊາດ ແລະ ຈະບໍ່ໃຫ້ ຄວາມຮ່ວມມື ໃນຄໍາຕັດສິນ ດັ່ງກ່າວ ໂດຍເວົ້າວ່າ ສານ ນາໆຊາດ ທີ່ ກຸງເຮັກ ບໍ່ມີຫນ້າທີ່ ໃນ ການຕັດສິນ ກ່ຽວກັບ ເຣື້ອງນີ້ ແຕ່ຢ່າງໃດ.

ບັນຫາ ດັ່ງກ່າວ ໄດ້ໂອ້ລົມກັນ ໃນມື້ ວັນພະຫັດ ໃນຊ່ວງການ ພົບພໍ້ກັນ ຣະຫວ່າງ ທ່ານ ລີກິກຽງ ນາຍົກ ຣັຖມົນຕຣີ ຈີນ ກັບ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ລາວ ກ່ອນ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ທີ່ ກຸງ ອາລານບາຕໍ ປະເທດ ມົງໂກເລັຽ. ທ່ານ ລີກິກຽງ ກ່າວວ່າ ຈີນ ຍັງຢຶດຫມັ້ນ ໃນທ່າທີເດີມ ໃນບັນຫາ ທະເລຈີນ ໃຕ້ ແລະ ກັບ ຟີລິປປີນ.

ທ່ານ ທອງລຸນ ເວົ້າວ່າ ສປປລາວ ໃຫ້ການ ສນັບສນູນ ທ່າທີ ຂອງຈີນ ແລະ ພ້ອມທີ່ຈະ ເຮັດວຽກ ຮ່ວມກັບ ຈີນ ເພື່ອສະເຖັຽຣະພາບ ແລະ ຄວາມສງົບ ໃນເຂດ ດັ່ງກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org