ດ່ານສາກົນລາວ ຫຼາຍແຫ່ງ ບໍ່ມີເຄື່ອງກວດ ສານເຄມີ

ເຖິງປັດຈຸບັນ ຢູ່ຫຼາຍດ່ານສາກົນ ຂອງລາວ ກໍຍັງບໍ່ມີ ເຄື່ອງກວດສານເຄມີ ທີ່ນໍາເຂົ້າມາ ຈາກຕ່າງປະເທດ ແລະ ບໍ່ມີຊ່ຽວຊານ ດ້ານນີ້ນໍາດ້ວຍ. ເຮັດໃຫ້ເຈົ້າໜ້າທີ່ ປະຈໍາດ່ານ ໄດ້ກວດແຕ່ ໃບຢັ້ງຢືນ ອະນຸຍາດ ການນໍາເຂົ້າ ເທົ່ານັ້ນ.

ດ່ານສາກົນບ້ານວັງທີ່ຫາກໍ່ເປີດໃຊ້ຢ່າງເປັນທາງການໃນເດືອນຕຸລາ 2024 (ຮູບບໍ່ກ່ຽວຂ້ອງກັບຂ່າວ) ພົນລະເມືອງ

ມາເຖິງປັດຈຸບັນຢູ່ຫຼາຍດ່ານສາກົນຂອງລາວກໍຍັງບໍ່ມີເຄື່ອງກວດສານເຄມີທີ່ນໍາເຂົ້າມາຈາກຕ່າງປະເທດແລະບໍ່ມີຊ່ຽວຊານດ້ານນີ້ນໍາດ້ວຍ. ເຮັດໃຫ້ເຈົ້າໜ້າທີ່ປະຈໍາດ່ານໄດ້ກວດແຕ່ໃບຢັ້ງຢືນອະນຸຍາດການນໍາເຂົ້າເທົ່ານັ້ນ. ເຖິງແມ່ນວ່າຈະມີກົດໝາຍວ່າດ້ວຍການຄຸ້ມຄອງເຄມີ, ຂໍ້ຕົກລົງວ່າດ້ວຍການບໍລິການທີ່ປຶກສາດ້ານຄວາມປອດໄພກ່ຽວກັບເຄມີແລະຂໍ້ຕົກລົງ ວ່າດ້ວຍການຂື້ນທະບຽນບັນຊີການ ນໍາເຂົ້າ-ສົ່ງອອກແລະສົ່ງເຄມີຜ່ານກໍຕາມ. ດັ່ງເຈົ້າໜ້າທີ່ ກະຊວງທີ່ກ່ຽວ ຂ້ອງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 6 ພະຈິກນີ້ວ່າ.

“ເຄມີຢູ່ດ່ານເຂົາມີແຕ່ກວດຫາໜັງສືໃບອະນຸຍາດນໍາເຂົ້າຖ້າເອກກະສານຄົບເຂົາເບິ່ງກັບເຄມີມັນຖືກຕ້ອງເຂົາກະໃຫ້ເຂົ້າເຂົາບໍ່ມີເວລາດອກຊິໄປກວດຢູ່ດ່ານ, ດ່ານມັນບໍ່ແມ່ນບ່ອນກວດໂດຍກົງຢາປາບສັດຕູພືດ,ຢາຂ້າຫຍ້ານີ້ຕ້ອງໄດ້ເຮັດໜັງສືຢັ້ງຢືນແດ່ ມີທະບຽນທຸລະກິດຖືກຕ້ອງເຂົາກໍໃຫ້ພວກບໍລິສັດທີ່ເຮັດການຜະລິດແຫຼະນໍາຊື້ເຂົ້າມາ.”

ທ່ານກ່າວຕື່ມວ່າ ສໍາລັບການຄວບຄຸມ ແລະການນໍາໃຊ້ສານເຄມີນັ້ນທາງການເພີ່ນກໍພະຍາຍາມຄວບຄຸມຢູ່,ແຕ່ກໍຍັງປະຕິບັດບໍ່ທັນໄດ້ດີເທື່ອໂດຍສະເພາະກັບບໍລິສັດຈີນ ທີ່ຂຸດຄົ້ນແຮ່ທາດຕ່າງໆ ແລະ ປູກຝັງຢູ່ລາວເປັນຕົ້ນ ສວນກ້ວຍ, ສວນໝາກໂມທີ່ຈໍາເປັນຕ້ອງໄດ້ໃຊ້ສານເຄມີນັ້ນ,ເຮັດໃຫ້ທີ່ຜ່ານມາເກີດບັນ ຫາຕ່າງໆ ທັງຄົນງານເຈັບປ່ວຍ, ທັງສານເຄມີໄຫຼລົງໃສ່ແຫຼ່ງນໍ້າ, ເຮັດໃຫ້ນໍ້າເປັນພິດເປັນອັນຕະລາຍຕໍ່ປະຊາຊົນແລະສັດນໍ້າ.ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງອີກທ່ານນຶ່ງກໍເວົ້າວ່າການໃຊ້ສານເຄມີຢູ່ລາວທີ່ວ່ານັ້ນຍັງພົບເຫັນຢູ່ຫຼາຍເຂດ ແລະປະຊາຊົນກໍເຄີຍໃຊ້.

“ກະຍັງໃຊ້ໄດ້ຢູ່ແຕ່ວ່າມັນຈະມີຄ່າມາດຕະຖານອະນຸຍາດໃຫ້ໃຊ້ວ່າຊັ້ນສະນໍຄືເຂົາເອີ້ນວ່າ ເປັນຢາຂ້າຫຍ້າບໍ່ຈັ່ງຊີ້ນະ, ຈໍານວນນຶ່ງກໍດາຍສ່ວນຫຼາຍເປັນປະຊາຊົນພວກເຄີຍໃຊ້ຫັ້ນນະ.” 

ໃນຂະນະດຽວກັນ ປະຊາຊົນຢູ່ແຂວງວຽງຈັນຜູ້ນຶ່ງກໍເວົ້າວ່າເລື່ອງການນໍາໃຊ້ສານເຄມີຢູ່ໃນປັດຈຸບັນນີ້ກໍຍັງເຫັນວ່າທາງການຍັງບໍ່ທັນຄວບຄຸມໄດ້ເທື່ອ, ແລະກໍຍັງບໍ່ມີພະນັກງານທີ່ກ່ຽວຂ້ອງລົງມາເຜີຍແພ່ຄວາມຮູ້ແລະກົດໝາຍກ່ຽວກັບເລື່ອງນີ້ເທື່ອ.

“ໂອຍ ອັນນີ້ມັນມີຢູ່ດອກມັນຄວບຄຸມບໍ່ໄດ້ໂອຫຼາຍຢາຂ້າຫຍ້າລຸ້ນໃດມີໝົດໂຟລິດອນ ຢາຂ້າແມງໄມ້ຄວາມຮູ້ເຂົາບໍ່ເຖິງນໍ, ຄັນປະສົມເຂົາກໍອ່ານເບິ່ງຢູ່ວ່າ 10 ຊີຊີ ຕໍ່ນໍ້າ 20 ລິດ ກໍໄປໃສ່ 15-20 ຢາກໃຫ້ແມງໄມ້ມັນຕາຍດີຊັ້ນເດມັນເປັນແນວນັ້ນ. ພະນັກງານຈະລົງມາພື້ນຖານລະມາເຜີຍແພ່ເລື່ອງກົດໝາຍບໍ່ເລື່ອງຢາອັນໃດເປັນອັນຕະລາຍ ບໍ່ ບໍ່ ບໍ່ມີ.” 

ຢູ່ແຂວງສະຫວັນນະເຂດ ປະຊາຊົນຜູ້ນຶ່ງກໍເວົ້າວ່າຊາວບ້ານທີ່ໃຊ້ສານເຄມີໃນສວນຕ່າງໆ ສ່ວນຫຼາຍບໍ່ຮູ້ເຖິງຜົນຮ້າຍຂອງມັນແລະຈໍານວນນຶ່ງກໍຍັງລັກນໍາເຂົ້າມາຈາກຫວຽດນາມ ຜ່ານຊ່ອງທາງທໍາມະຊາດ ຊາຍແດນມັນຕິດກັນ.“ກະໃຊ້ບາງເຂດຊື່ໆດອກສ່ວນຫຼາຍແມ່ນເຂົາໄປຊື້ຢູ່ເມືອງຫວຽດພຸ້ນນະ,ພວກບ້ານໃກ້ຊາຍແດນຫວຽດແລະເຂົາກໍໄປຊື້ຢູ່ເບື້ອງຫວຽດນາມພຸ້ນ. ໂອຍມັນບໍ່ອຶດທາງເຂົ້າທາງອອກເຂົາໄປຫາມາສູ່ກັນຊາຍແດນຕິດກັນໄປຕາມທາງຊ່ອງທາງທໍາມະຊາດ”  ເພື່ອກວດ ແລະຢັ້ງຢືນເຄມີ ກ່ອນຈະນໍາເຂົ້າມາລາວ ກະຊວງອຸດສາຫະກໍາແລະການຄ້າ ກໍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ຫຼື MOU ຮ່ວມກັບບໍລິສັດ ລາວສະແຕນດາດ ຈໍາກັດ ໃນວັນທີ 4 ພະຈິກນີ້ ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ ໃນການຮ່ວມມື ເພື່ອຈຸດປະສົງດັ່ງກ່າວ, ເພື່ອຈະມີການກວດ  ແລະຢັ້ງຢືນເຄມີ ຢູ່ດ່ານສາກົນກ່ອນຈະນໍາເຂົ້າມາລາວ ໂດຍຈະໃຊ້ເຄື່ອງກວດ, ມີພະນັກງານວິຊາການກວດ ແລະຈະມີການແນະນໍາ ແລະຝຶກອົບຮົມ ກ່ຽວກັບການຄຸ້ມຄອງເຄມີ ທີ່ຖືກຕ້ອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org