ມີເຫດລັດຍິງຣົດຢູ່ ມ.ໄຊສົມບູນ
ເກີດເຫດການ ລັດຍິງ ຣົດ ມີຜູ້ ເສັຽຊີວິດ 2 ຄົນ ຢູ່ ແຂວງ ໄຊສົມບູນ ກ່ອນ ວັນທີ 2 ທັນວາ ຊຶ່ງ ເຈົ້າໜ້າທີ່ ສລຸບຄວາມວ່າ ເປັນການ ລອບຂ້າ ຊິງຊັບ.
-
ຈໍາປາທອງ
2015-12-07 -
-
-
Your browser doesn’t support HTML5 audio
ເມື່ອ ວັນທີ 22 ພຶສຈິກາ ທີ່ ຜ່ານມາ ຄືກ່ອນ ວັນຊາດ ທີ 2 ທັນວາ ໄດ້ມີຄົນ ບໍ່ຮູ້ຈໍານວນ ໃຊ້ປືນ ລັດຍິງ ຣົດ ຄັນນຶ່ງ ໃນເຂດ ເມືອງ ໄຊສົມບູນ, ແຂວງ ໄຊສົມບູນ ເຮັດໃຫ້ ຜູ້ທີ່ທີ່ຢູ່ໃນ ຣົດ ຄັນດັ່ງກ່າວ ເສັຽຊີວິດ ຄາທີ່ 2 ຄົນ ຊຶ່ງ ເຈົ້າໜ້າທີ່ ທາງການ ລາວ ຕີຣາຄາ ວ່າເປັນ ການ ລັດຍິງຂ້າ ຊິງຊັພ ເພາະ ໃນຣົດນັ້ນ ບໍ່ມີເຄື່ອງຂອງ ທີ່ ມີຄ່າ ເຫລືອຢູ່.
ປັດຈຸບັນ ເຈົ້າໜ້າທີ່ ປ້ອງກັນ ຄວາມສະຫງົບ ແຂວງ ໄຊສົມບູນ ກຳລັງ ຕິດຕາມ ກຸ່ມຄົນຮ້າຍ ຢູ່. ດັ່ງ ເຈົ້າໜ້າທີ່ ອັນດັບສູງ ກະຊວງ ປ້ອງກັນ ຄວາມສະຫງົບ ໄດ້ກ່າວ ໃນວັນທີ 4 ທັນວາ 2015 ນີ້ວ່າ:
"ເຂົາຍິງລົດ ຮຸນໄດ ຂອງ ປະຊາຊົນ ນະ ເສັຽຊີວິດ 2 ຄົນ ມັນແມ່ນ ພວກປຸ້ນ ພວກຫຍັງ ປຸ້ນເອົາເຄື່ອງ ເອົາຂອງ ລັດຍິງລົດ ຍິງຕາມທາງ ນະ ພວກປຸ້ນ ພວກພາຍໃນ ຊືື່ໆດອກ ສືບສວນຢູ່ ຍັງບໍ່ທັນ ໄດ້".
ເຈົ້າໜ້າທີ່ ຣະດັບສູງ ທ່ານນີ້ ບອກວ່າ ເວລາ ເກີດເຫດການ ດັ່ງກ່າວ ເປັນຣະຍະ ທີ່ ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສະຫງົບ ປະຕິບັດ ງານ ຢູ່ແຂວງ ໄຊສົມບູນ ແລະວ່າ ມີເຫດການ ບໍ່ສງົບ ເຫດການດຽວ ເທົ່ານັ້ນ ເກີດຂຶ້ນ. ຫລັງຈາກ ນັ້ນ ກໍບໍ່ມີ ເຫດການອື່ນ ເກີດຂຶ້ນ ແຕ່ຢ່າງໃດ.
ທ່ານ ກ່າວ ອີກວ່າ ໃນຣະຍະ ກະກຽມ ການສເລີມສລອງ ວັນຊາດ ຄົບຮອບ 40 ປີ ທີ່ຜ່ານມາ ນັ້ນ ສະພາບ ໂດຍລວມ ຖືວ່າບໍ່ສູ້ ເກີດບັນຫາ ຮຸນແຮງ, ມີຄວາມ ສະຫງົບ ຮຽບຮ້ອຍ ເປັນຕົ້ນຢູ່ ນະຄອນຫຼວງ ວຽງຈັນ.