ບຸນທັນອາຈອຸທອນ ຄໍາ ພິພາກສາ
ສານ ປະຊາຊົນ ນະຄອນຫຼວງ ວຽງຈັນ ແນະນຳ ໃຫ້ ຍາດພີ່ນ້ອງ ຂອງ ທ້າວ ບຸນທັນ ທຳມະວົງ ທີ່ ຖືກ ຕັດສິນ ລົງໂທດ ຈຳຄຸກ 4 ປີ ກັບ 9 ເດືອນ ໃຫ້ ຂໍ ອຸທອນ ຄໍາ ພິພາກສາ.
-
ຈໍາປາທອງ
2015-10-05 -
-
-
Your browser doesn’t support HTML5 audio
ພາຍຫຼັງ ທີ່ ທ້າວ ບຸນທັນ ທຳມະວົງ, ຊາວລາວ ສັນຊາດ ໂປແລັນ ທີ່ ຖືກ ສານ ປະຊາຊົນ ນະຄອນຫຼວງ ວຽງຈັນ ຕັດສິນ ລົງໂທສ ຈຳຄຸກ 4 ປີ 9 ເດືອນ, ໃນ ຄະດີ ໃສ່ຮ້າຍ ປ້າຍສີ ພັກ-ຣັຖ ສປປລາວ ຜ່ານ ສື່ສັງຄົມ ອອນລາຍ, ມາຮອດ ປະຈຸບັນ ເຈົ້າໜ້າທີ່ ສານ ປະຊາຊົນ ນະຄອນຫຼວງ ວຽງຈັນ ເວົ້າວ່າ, ຍາດພີ່ນ້ອງ ຂອງ ຜູ້ກ່ຽວ ໄດ້ເຂົ້າມາ ສອບຖາມ ກ່ຽວກັບ ຄະດີ ນັ້ນ, ນຳ ເຈົ້າໜ້າທີ່ ສານ ແລ້ວ. ດັ່ງ ທີ່ນາງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ເມື່ອ ຕອນບ່າຍ ຂອງ ວັນທີ 1 ຕຸລາ 2015 ນີ້ວ່າ:
"ອັນນີ້ ເຮົາກະໄດ້ ແນະນຳ ເພິ່ນໄປແລ້ວ ນ່າວ່າ ໂທດ ລາວ ແມ່ນ 4 ປີ 9 ເດືອນ ແລະ ປັບໄໝ 9 ລ້ານ 5 ເບາະ. ລະບາດນີ້ ເຮົາ ກະວ່າ ພໍໃຈ ໃນ ຄຳຕັດສິນ ແລ້ວບໍ່? ຖ້າ ບໍ່ພໍໃຈ, ຖ້າເປັນ ພີ່ນ້ອງ ເປັນຍາດ ລາວ ນ່າ ເຮົາມີສິດ ຈອງ ຂໍ ອຸທອນ ໄດ້, ເພິ່ນ ກະວ່າ ເພິ່ນ ຊິເມືອ ປຶກສາ ກັບ ພີ່ນ້ອງ ກ່ອນ, ເປັນຈັ່ງໃດລະ ຖ້າຈ່າສານ ຜູ້ເພິ່ນ ຮັບຜິດຊອບ ມາ ລະເພິ່ນຊິ ກັບ ມາອີກ ເທື່ອໜຶ່ງ ວ່າຊິຈອງ ຫຼື ບໍ່ຈອງ".
ນາງບອກ ໃຫ້ຮູ້ ໃນ ເບື້ອງຕົ້ນ ວ່າ ທາງ ສານ ນະຄອນຫຼວງ ວຽງຈັນທ ໄດ້ ແນະນໍາ ໃຫ້ ຍາດພີ່ນ້ອງ ຂອງ ທ້າວ ບຸນທັນ ທຳມະວົງ ວ່າ ຄຳຕັດສິນ ຄະດີ ຂອງ ສານນີ້ ສາມາດຍື່ນ ຄຳຮ້ອງ ຂໍ ອຸທອນ ໄດ້, ຖ້າຫາກ ບໍ່ພໍໃຈ ໃນ ຄຳຕັດສິນ ຂອງ ສານ. ແຕ່ທາງ ຍາດ ພີ່ນ້ອງ ຂອງ ຜູ້ກ່ຽວ ຂໍໄປ ປຶກສາ ກັບ ພີ່ນ້ອງ ຄົນອື່ນໆ ຕື່ມກ່ອນ ແລ້ວ ຈຶ່ງຈະກັບ ມາໃຫ້ ຄຳຕອບ ຕໍ່ສານ ປະຊາຊົນ ນະຄອນຫຼວງ ວຽງຈັນ ໂດຍຜ່ານ ຈ່າສານ ທີ່ ຮັບຜິດຊອບ ຄະດີ ນີ້ໂດຍ ສະເພາະ.