ບໍ່ມີອະພັຍໂທສໃຫ້ ທ່ານ ບຸນທັນ
ທ່ານ ບຸນທັນ ທຳມະວົງ ນັກໂທດລາວ ສັນຊາດ ໂປແລັນ ບໍ່ຖືກ ອະພັຍໂທສ ປະຈຳປີ ເນື່ອງໃນວັນ ສະຖາປະນາ ສປປລາວ.
-
ມະນີຈັນ
2015-12-03 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ຈາກ ກົມຕຳຣວດ ຄຸມຂັງ ດັດສ້າງ, ກະຊວງ ປ້ອງກັນ ຄວາມສງົບ ຜູ້ຂໍສງວນ ຊື່ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ເມື່ອ ວັນທີ 1 ທັນວາ 2015 ນີ້ວ່າ ທ່ານ ບຸນທັນ ທຳມະວົງ, ນັກໂທສລາວ ສັນຊາດ ໂປແລັນ ທີ່ ຖືກຕັດສິນ ຈຳຄຸກ ໃນຂໍ້ຫາ ໃສ່ຮ້າຍ ປ້າຍສີ ພັກ ແລະ ຣັຖບານ ລາວ ຈະບໍ່ຖືກ ໃຫ້ ອະພັຍໂທສ ໃນວັນ ສະຖາປະນາ ສປປລາວ ຄົບຮອບ 40 ປີ, ເນື່ອງຈາກ ວ່າ ທ່ານ ບຸນທັນ ທຳມະວົງ ຫາກໍ່ ເຂົ້າມາ ຮັບໂທສ ຈຶ່ງ ບໍ່ເຂົ້່າຢູ່ ໃນເງື່ອນໄຂ ອະພັຍໂທສ ເທື່ອ:
"ໂອ່ ! ໂຕນີ້ ມັນຍັງບໍ ໂຕນີ້ນ່າ ລາວ ຫາກໍ່ເຂົ້າມາ ບຸນທັນ ຫາກໍ່ເຂົ້າມາ ອັນນັ້ນ ເພາະວ່າ ເຣື້ອງການ ຄົ້ນຄວ້າ ເຂົາຄົ້ນຄວ້າ ຕັ້ງແຕ່ ເຣີ້ມຕົ້ນ ປີ ແລ້ວ".
ກ່ຽວກັບ ບັນຫາ ນີ້ ທາງ ເອເຊັຽ ເສຣີ ກໍໄດ້ຕິດຕໍ່ ໄປຍັງ ສານ ປະຊາຊົນ ນະຄອນຫຼວງ ວຽງຈັນ ເມື່ອ ສັປດາ ຜ່ານມາ ຊຶ່ງ ເຈົ້າໜ້າທີ່ ຜູ້ຮັບ ຜິດຊອບ ຄະດີ ກໍບອກວ່າ ມາເຖິງ ປັຈຈຸບັນ ຍາດພີ່ນ້ອງ ຂອງ ທ່ານ ບຸນທັນ ຍັງບໍ່ທັນ ໄດ້ຕິດຕໍ່ ເຂົ້າມາ ພົວພັນ ເພື່ອຂໍຍື່ນ ອຸທອນ ຄະດີ ນັ້ນເທື່ອ ເຖິງແມ່ນວ່າ ເຈົ້າໜ້າທີ່ ຈະໄດ້ ແນະນຳ ແລະ ແຈ້ງ ສິທ ໃນການ ຕໍ່ສູ້ຄະດີ ໄປແລ້ວ ກໍ່ຕາມ. ດັ່ງ ເຈົ້າໜ້າທີ່ ສານ ນະຄອນຫຼວງ ວຽງຈັນທ ໄດ້ ກ່າວ:
"ບໍ່ເຫັນ ເລີຍນ່າ ເຫັນແຕ່ ເພິ່ນມາ ມື້ດຽວ ນັ້ນແຫຼະ ມາມື້ດຽວ ລະກະ ບໍ່ເຫັນ ເຂົ້າມາເລີຍ ເຮົາກະໄດ້ ແຈ້ງສິທ ໃນການ ຕໍ່ສູ້ ຄະດີ ແລ້ວ ເພິ່ນ ກະບໍ່ວ່າ ຈັ່ງໃດເດ, ຄອງຢູ່ ບໍ່ເຫັນເພິ່ນ ເຂົ້າມາ".
ທ່ານກ່າວ ຕື່ມວ່າ ຕາມ ປົກກະຕິ ແລ້ວ ຜູ້ທີ່ຈະຖືກ ອະພັຍໂທສ ຈະຕ້ອງ ປະຕິບັດ ໂທສ ມາແລ້ວ ລະຍະນຶ່ງ, ຕ້ອງມີການ ປະພຶຕດີ, ຕ້ອງມີໂທສ ບໍ່ເກີນ 20 ປີ ແລະ ການຄົ້ນຄວ້າ ອະພັຍໂທສ ຈະມີຂຶ້ນ ໃນຕົ້ນປີ. ສະນັ້ນ ທ່ານ ບຸນທັນ ຍັງຖືວ່າ ບໍ່ຖືກ ເງື່ອນໄຂ ທີ່ຈະໃຫ້ ອະພັຍໂທສ ໃນ ປີ ນີ້.