ໜ່ວຍກູ້ພັຍໄດ້ສັນຍານຈາກ ກ່ອງດໍາ
ເຈົ້າໜ້າທີ່ ສືບສວນ ຂອງ ໜ່ວຍກູ້ພັຍ ບອກວ່າ ໄດ້ຮັບສັນຍານ ຈາກ ກ່ອງດໍາ ບັນທຶກ ຂໍ້ມູນ ກ່ຽວກັບ ການບິນ ຫລື Black box ຈາກເຄື່ອງບິນ ຕົກ ໃນວັນທີ 16 ຕຸລາ 2013 ນັ້ນແລ້ວ.
-
2013-10-22 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ສືບສວນ ຂອງ ໜ່ວຍກູ້ພັຍ ບອກວ່າ ໄດ້ຮັບສັນຍານ ຈາກ ກ່ອງດໍາ ບັນທຶກ ຂໍ້ມູນ ກ່ຽວກັບ ການບິນ ຫລື Black box ຈາກ ເຄື່ອງບິນ ຕົກ ໃນວັນທີ 16 ຕຸລາ 2013 ນັ້ນແລ້ວ.
ນັກຊ່ຽວຊານຈາກອົງການຄວາມປອດພັຍການບິນ ປະເທດຝຣັ່ງເສດກ່່າວວ່າ ພວກຕົນໄດ້ຮັບສັນຍານຈາກກ່ອງດໍາບັນຈຸຂໍ້ມູນການບິນ ຫລື Black box ສອງ ຫນ່ວຍແລ້ວ ທີ່ຈະເປັນຫລັກຖານສາມາດບອກໄດ້ວ່າ ເຄື່ອງບິນຕົກຍ້ອນຫຍັງ. ແຕ່ໃນປັດຈຸບັນ ຄວາມພຍາຍາມທີ່ຈະ ເອົາເຄື່ອງດັ່ງກ່າວຂື້ນມາພິສູດນັ້ນ ຍັງມີຄວາມຫຍຸ້ງຍາກຫລາຍ ຍ້ອນກະແສນໍ້າໄຫລແຮງ ແລະ ຄວາມມືດໃນພື້ນແມ່ນ້ຳຂອງ.
ທ່ານ Jean-Paul Troadec ຫົວຫນ້າອົງການຄວາມປອດພັຍການບິນ ປະເທດຝຣັ່ງເສດໄດ້ກ່າວຕໍ່ອົງການຂ່າວ AFP ວ່າ ກະແສນໍ້າໃນ ແມ່ນໍ້າຂອງແຮງຫລາຍ ນໍ້າເປັນສີຂີ້ຕົມມືດມົນ ເບີ່ງບໍ່ເຫັນຫຍັງຫມົດ. ທ່ານວ່າ ເມື່ອເອົາຂືຶ້ນມາໄດ້ກ່ອນອື່ນຫມົດຕ້ອງສະສາງຄວາມເສັຽຫາຍ ແລ້ວເອົາຂໍ້ມູນຈາກກ່ອງດັ່ງກ່າວ ມາສັນຣະສູດຫາສາເຫດ ເຄື່ອງບິນຕົກເທື່ອນີ້ ຊື່ງໃນເວລານີ້ ທີ່ສຳຄັນທີ່ສຸດກໍບໍ່ຄວນຄາດ ການໄປກ່ອນວ່າ ເຄື່ອງບິນຕົກຍ້ອນຫຍັງ.