ຊາວໂລກຍັງບໍ່ລືມສົມບັດ
ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ລາວ ຫລັງຈາກ ຖືກບັງຄັບ ໃຫ້ ຫາຍສາບສູນ ຢ່າງໄຮ້ ຮ່ອງຮອຍ ມາເປັນ ເວລາ 3 ປີ ແລ້ວ, ແຕ່ ຊາວໂລກ ຍັງ ຈະສືບຕໍ່ ທວງຫາ ຈົນກວ່າ ຈະໄດ້ ຄໍາຕອບ.
-
ສົມເນ
2015-12-15 -
-
-
Your browser doesn’t support HTML5 audio
ທ່ານ ສົມບັດ ສົມພອນ ເກີດເມື່ອວັນທີ 17 ເດືອນກຸມພາ ປີ 1952 ທີ່ ແຂວງຄໍາມ່ວນ ທ່ານເປັນ ລູກຊາຍກົກ ຂອງຄອບຄົວ ຊາວນາ ທຸກຍາກ ທີ່ ມີ ອ້າຍ ເອື້ອຍ ນ້ອງ ດ້ວຍກັນ 8 ຄົນ. ເມື່ອ ຊຸ່ມປີ 1970 ທ່ານ ໄດ້ຮັບທຶນ ໄປສຶກສາ ຕໍ່ທີ່ ມະຫາວິທຍາໄລ ຣັຖ ຮາວາຍ ສະຫະຣັດ ອະເມຣິກາ ຈົບການສຶກສາ ຣະດັບ ປຣິນຍາຕຣີ ການສຶກສາ ເມື່ອປີ 1974 ແລະ ຕໍ່ມາໄດ້ ຈົບ ປຣິນຍາໂທ ການກະເສດ ເມື່ອປີ 1978.
ໃນຕອນ ຍັງໜຸ່ມນ້ອຍ ນັ້ນ ທ່ານ ສົມບັດ ສົມພອນ ກໍຄື ນັກສຶກສາ ລາວ ຫຼາຍໆຄົນ ທີ່ຮຽນຢູ່ ຕ່າງປະເທດ. ໃນເວລາ ປະເທດຊາຕ ຫລຸດພົ້ນ ອອກຈາກ ສົງຄາມ ທີ່ຍືດເຍື້ອ ຍາວນານ ມາຫຼາຍ ສິບປີ. ເມື່ອຮຽນ ຈົບແລ້ວ ກໍຟ້າວ ຕັດສິນໃຈ ກັບຄືນ ປະເທດ ດ້ວຍຄວາມ ຕັ້ງໃຈ ອັນແຮງກ້າ ຢາກ ປະກອບສ່ວນ ເຂົ້າໃນການ ພັທນາ ແລະ ຊ່ວຍເຫລືອ ປະຊາຊົນ ໃນຊາຕ ຂອງຕົນ ໃຫ້ມີຢູ່ ມີກິນ ຕາມວິຊາ ຄວາມຮູ້ ທີ່ ຕົນໄດ້ ຮໍ່າຮຽນ ມາ. ບົດຄວາມ ສະເໜີ ໂດຍ ສົມເນ ອິນທະປັນຍາ