ວຽດນາມ-ຈີນ ຂັດແຍ່ງ ລາວ ຄວນໃຊ້້ ໂອກາດ

ໃນເວລາທີ່ ວຽດນາມ ແລະຈີນ ຂັດແຍ່ງກັນ ຮຸນແຮງ ຢູ່ນີ້ ເປັນໂອກາດ ດີ ທີ່ຜູ້ນຳ ສປປລາວ ຈະເສີມຂຍາຍ ສາຍພົວພັນ ແລະ ການຮ່ວມມື ຫຼາຍຂຶ້ນ ກັບ ສະຫະຣັຖ ອະເມຣິກາ.

ຈຸດທີ່ ສປຈີນ ບຸກໂຈມຕີ ພາກເໜືອ ຂອງ ວຽດນາມ ໃນສມັຍສົງຄາມ 1979 Screen captured from VN news video

ການຂັດແຍ່ງ ຣະຫວ່າງ ວຽດນາມ ແລະ ຈີນ ເປັນບັນຫາ ທີ່ ມີມາແຕ່ ສັຕວັດ ທີ 1 ກ່ອນ ຄ.ສ. ເຖິງ ສັຕວັດທີ 15 ຄືເປັນ ເວລາ ຍາວນານ ທີ່ ວຽດນາມ ໄດ້ຕົກຢູ່ ພາຍໃຕ້ ການປົກຄອງ ຫລື ເປັນເມືອງຂຶ້ນ ຂອງຈີນ 4 ຣະຍະ ແຕກຕ່າງກັນ. ຈົນເຖິງ ຄ.ສ. 938 ຈຶ່ງຕໍ່ສູ້ເອົາ ເອກກະຣາດ ຄືນມາໄດ້.

ການຂັດແຍ່ງ ຣະຫວ່າງ ສອງ ປະທສນີ້ ເພີ້ມທະວີ ຄວາມຮຸນແຮງ ຂຶ້ນ ຮວມທັງ ເກີດຈາກ ການທີ່ ຈີນ ອ້າງ ອະທິປະຕັຍ ເໜືອ ທະເລຈີນໃຕ້ ເກືອບວ່າ ທັງໝົດ ຂະນະທີ່ ວຽດນາມ ອ້າງເອົາພຽງ ສ່ວນໃດ ສ່ວນນຶ່ງ. ຄວາມຂັດແຍ່ງ ຣະຫວ່າງ ຈີນ ແລະ ວຽດນາມ ຮຸນແຮງ ຂຶ້ນ ບໍ່ພຽງແຕ່ ຍ້ອນ ປະຫວັດ ອັນຂົມຂຶ່ນ ທີ່ເວົ້າມາ ເທົ່ານັ້ນ ແຕ່ຫາກ ເປັນຍ້ອນ ນະໂຍບາຍ ຂຍາຍອານາເຂດ ໄປທົ່ວຂົງເຂດ ຕາເວັນອອກ ສ່ຽງໃຕ້ ຂອງຈີນ ນໍາດ້ວຍ.

ເຖິງແມ່ນ ຈີນ ໄດ້ຊ່ວຍເຫລືອ ວຽດນາມ ໃນປາງ ສົງຄາມ ວຽດນາມ ໃນ ອິນດູຈີນ ແຕ່ການ ພົວພັນ ຣະຫວ່າງ ສອງ ປະເທສ ນີ້ ກໍເປັນ ປໍຣະປັກ ຕໍ່ກັນ ພາຍຫລັງ ປີ 1975 ມາ ເວລາທີ່ ວຽດນາມ ສໍາເຣັດ ການທ້ອນໂຮມ ປະເທສຊາດ ແລ້ວ ເຊັ່ນ ຈີນ ບຸກຕີ ວຽດນາມ ຂນານໃຫຍ່ ໃນຕົ້ນປີ 1979 ໂດຍທີ່ ຈີນ ອ້າງວ່າ ຢາກໃຫ້ ບົດຮຽນ ວຽດນາມ ທີ່ວຽດນາມ ຮຸກຮານ ກໍາພູຊາ ແລະ ແຕ່ນັ້ນມາ ກໍມີການ ສູ້ລົບ ຕາມແນວ ຊາຍແດນ ຣະຫວ່າງກັນ ຈົນເຖິງ ປີ 1990.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org