ໄທຈະແກ້ໄຂແຮງງານຜິດ ກົດໝາຍ

ຄະນະ ຮັກສາ ຄວາມສງົບ ແຫ່ງຊາຕ ໄທ ທີ່ ບໍຣິຫານ ປະເທດ ຖແລງວ່າ ມັນເຖິງ ເວລາ ແລ້ວ ທີ່ ຈະເຮັດໃຫ້ ແຮງງານ ຕ່າງດ້າວ ນອກ ຣະບົບ ກາຍເປັນ ແຮງງານ ຖືກຕ້ອງ ຕາມ ກົດໝາຍ.

ຄົນງານ ກຳພູຊາ ພາກັນຫນີຈາກໄທ ຍ້ອນຄວາມຢ້ານກົວ ທີ່ຈະຖືກປາບ ໂດຍ ກຸ່ມ ທະຫານໄທ RFA/Cambodia

 

ຄະນະ ຮັກສາ ຄວາມສງົບ ແຫ່ງຊາຕ ໄທ ທີ່ ບໍຣິຫານ ປະເທດ ຖແລງວ່າ ມັນເຖິງ ເວລາ ແລ້ວ ທີ່ ຈະເຮັດໃຫ້ ແຮງງານ ຕ່າງດ້າວ ນອກ ຣະບົບ ກາຍເປັນ ແຮງງານ ຖືກຕ້ອງ ຕາມ ກົດໝາຍ ເພາະ ເຫັນວ່າ ເປັນ ບັນຫາ ຊໍາເຮື້ອ ມາດົນແລ້ວ.

ນັບເປັນ ເວລາ 10 ກວ່າປີ ຜ່ານມາ ທີ່ ຄົນງານ ຈາກ ສປປລາວ ກໍາພູຊາ ພະມ້າ ແລະ ວຽດນາມ ຈໍານວນ ຫລາຍໝື່ນ ຄົນ ໄດ້ເຂົ້າໄປ ໃນ ປະເທດໄທ ແບບຜິດ ກົດໝາຍ ແລະ ເຮັດວຽກ ແບບ ບໍ່ໄດ້ ຈົດທະບຽນ ແລ້ວ ຖືກ ນາຍຈ້າງ ເອົາລັດ ເອົາປຽບ ຫລາຍສິ່ງ ຫລາຍຢ່າງ ນັບແຕ່ ການຈ້າງ ໃນຣາຄາ ຖືກ ການ ປະຕິບັດ ຕໍ່ລູກຈ້າງ
ແບບ ບໍ່ມີ ມະນຸສທັມ, ຄົນງານ ຈໍານວນ ນຶ່ງ ຖືກທຸບຕີ ທໍຣະມານ ບໍ່ໃຫ້ກິນ ເຂົ້າ ໃນເວລາ ເຈັບປ່ວຍ ກໍບໍ່ໄດ້ ຮັບການ ດູແລ ເບິ່ງແຍງ ຈໍານວນນຶ່ງ ຖືກຂ້າ ກໍມີ, ແຕ່ປານນັ້ນ
ການ ຫລັ່ງໄຫລ ຂອງ ຄົນງານ ຈາກ 4 ປະເທດ ທີ່ເຂົ້າໄປ ປະເທດໄທ ກໍບໍ່ມີ ທ່າວ່າຈະ ລົດລົງເລີຍ ຍ້ອນວ່າ ມີຂະບວນ ການ ຄ້າມະນຸດ ຫລາຍ ຮູບແບບ ຕົວະຍົວະ ແລະ ໃຫ້ສັນຍາ ວ່າຈະ ມີວຽກເຮັດ ງານທໍາ ທີ່ມີ ຄ່າຈ້າງສູງ. ການຕົວະຍົວະ ຂອງ ຂະບວນ ການ ຄ້າມະນຸດ ທີ່ ມີຫລາຍຮູບ ຫລາຍແບບ ນັ້ນ ເຮັດໃຫ້ ແມ່ຍິງ ຫນຸ່ມສາວ ຫລາຍ ໝື່ນຄົນ ຖືກບັງຄັບ ໃຫ້ເປັນ ໂສເພນີ.

ບັນຫາ ທັງໝົດ ທີ່ ຖືກສະສົມ ຢູ່ໃນ ປະເທດໄທ ມາຕັ້ງ ຫລາຍປີ ນັ້ນ ຣັຖບານ ແຕ່ລະຊຸດ ກໍພຍາຍາມ ແກ້ໄຂ ຢູ່ ແຕ່ບໍ່ຖືວ່າ ເປັນບັນຫາ ຮີບດ່ວນ ເພື່ອ ແກ້ໄຂ ເພາະວ່າ ນາຍຈ້າງ ຈາກ ທຸຣະກິດ ຕ່າງໆ ໂດຍສະເພາະ ບໍຣິສັດ ຂນາດນ້ອຍ ຕ້ອງການ ສວຍໃຊ້ ແຮງງານ ໃນ ຣາຄາຖືກ ເພື່ອວ່າ ທຸຣະກິດ ຂອງຕົນ ຈະມີກໍາໄຣ ແລະ ຢູ່ລອດໄດ້ ຕໍ່ໄປ.

ດັ່ງນັ້ນ ບັນຫາ ຊໍາເຮື້ອ ນີ້ ຈຶ່ງໄດ້ ແກ່ຍາວ ມາຮອດທຸກມື້ນີ້. ທາງການໄທ ເອີ້ນວ່າ ຄົນງງານ ນອກຣະບົບ. ຄະນະຮັກສາ ຄວາມສງົບ ແຫ່ງຊາຕ ໂດຍມີ ພົນເອກ ປຣະຢຸດ ຈັນໂອຊາ ເປັນ ຫົວໜ້າ ແລະ ຫາກໍຂຶ້ນ ມາ ບໍຣິຫານ ປະເທດໄດ້ ປະມານນຶ່ງ ເດືອນກ່ວາໆ ນີ້ ຄືວ່າ ເລີ້ມແຕ່ ວັນທີ 22 ພຶສພາ ຖືວ່າ ບັນຫາ ຄົນງານ ຕ່າງຊາຕ ນອກຣະບົບນັ້ນ ເປັນບັນຫາ ຮີບດ່ວນ ທີ່ຕ້ອງ ແກ້ໄຂ ໃຫ້ໄດ້ ເພາະວ່າ ມັນກ່ຽວຂ້ອງ ກັບຄວາມ ໝັ້ນຄົງ ຂອງຊາຕ. ການ ປະກາດ ຂອງ ທ່ານ ພົນເອກ ປຣະຢຸດ ມີຂື້ນ ເນື່ອງ ໃນໂອກາດ ການຖແລງ ແຜນການ ຂັ້ນຕອນ ການ ບໍຣິຫານ ປະເທດ ເປັນການ ຊົ່ວຄາວ ເມື່ອ ຕອນແລງ ຂອງ ວັນສຸກ ວັນທີ 20 ມີຖຸນາ:

ມີຄໍາແປ ວ່າ: ໃນຫລາຍ ອາທິດ ຜ່ານມາ ນີ້ ຫລາຍຝ່າຍ ມີຄວາມ ກັງວົນ ນໍາເຣື້ອງ ບັນຫາ ແຮງງານ ຕ່າງດ້າວ ນອກຣະບົບ ຜິດກົດໝາຍ ມີການ ສະເໜີຂ່າວ ໄລ່ຈັບ ແຮງງານ ຕ່າງດ້າວ ແລະ ມີການໃຊ້ ອາວຸດ ຕໍ່ແຮງງານ ຕ່າງດ້າວ ເຮັດໃຫ້ ແຮງງານ ເຫລົ່ານັ້ນ ແຕກຕື່ນ ແລະ ເດີນທາງ ກັບປະເທດ ເປັນ ຈໍານວນ ຫລວງຫລາຍ ເຮັດໃຫ້ ຜູ້ປະກອບ ທຸຣະກິດ ໄດ້ຮັບ ຜົນກະທົບ  ບັນຫາ ເຫລົ່ານີ້ ຖືກສະສົມ ເປັນເວລາ ຍາວ ນານ ຫລາຍປີ ແລ້ວ ແລະ ກ່ຽວຂ້ອງ ກັບ ເຈົ້າໜ້າທີ່ ຫລາຍຝ່າຍ ຮ່ວມທັງຜູ້ ປະກອບ ການ ເຈົ້າໜ້າທີ່ ຂອງຣັຖ ແຮງງານ ໄທ ແຮງງານ ຕ່າງດ້າວ.

ໃນຄວາມ ເປັນຈິງ ນັ້ນ ຜູ້ ປະກອບ ທຸຣະກິດ ຂນາດນ້ອຍ ບໍ່ສາມາດ ຈ້າງແຮງງານ ພາຍໃນ ປະເທດ ໄດ້ ຍ້ອນ ຕົ້ນທຶນສູງ ຄ່າຈ້າງ ແຮງງານ 300 ບາດ ຕໍ່ຄົນ ຕໍ່ວັນ ປະກອບ ກັບ ແຮງງານ ໄທ ບໍ່ນິຍົມ ເຮັດວຽກ ທີ່ໃຊ້ ແຮງງານ ໜັກ  ດັ່ງນັ້ນ ຜູ້ ປະກອບ ການ ຈຶ່ງຫັນໄປ ຈ້າງ ແຮງງານ ຕ່າງດ້າວ ແຮງງານ ນອກຣະບົບ ແຮງງານ ຜິດກົດໝາຍ ທີ່ມີຄ່າຈ້າງ ຖືກກ່ວາ ຈົນເຮັດໃຫ້ ເກີດ ຂະບວນການ ລັກລອບ ແຮງງານ ຜີດ ກົດໝາຍ ເຂົ້າມາ ໃນ ປະເທດ ເປັນ ຈໍານວນ ຫລາຍ ເຮັດໃຫ້ ເກີດບັນຫາ ການ ຄ້າມະນຸດ ແຮງງານເດັກ ບັນຫາ ອາສຍາກັມ ຕ່າງໆ. ດັ່ງນັ້ນ ຄະນະ ຮັກສາ ຄວາມສງົບ ແຫ່ງຊາຕ  ຈຶ່ງຮີບເຮັ່ງ ຈັດຣະບຽບ ເພື່ອ ຈະດູແລ ສວັດດີພາບ ແລະ ຄວາມເປັນຢູ່ທີ່ ເກີດຂຶ້ນ ຕໍ່ຄົນງານ ເພື່ອປ້ອງກັນ ບໍໃຫ້ກຸ່ມ ອິດທິພົນ ຫລື ນາຍຈ້າງ ເອົາລັດ ເອົາປຽບ ຕລອດຈົນ ມີການ ຣະເມີດ ສິດທິມະນຸດ  ແລະ ໃຊ້ແຮງງານ ແບບ ຂ້າທາດ ຫລື ແມ້ແຕ່ ໃຊ້ແຮງງານ ເດັກ.

ໃນສອງ ອາທິດ ຜ່ານມານີ້ ມີຄົນງານ ຜິດກົດໝາຍ ຊາວ ກໍາພູຊາ ປະມານ 200,000 ກວ່າຄົນ ໄດ້ເດີນທາງ ກັບຄືນ ປະເທດ ຫລັງຈາກ ມີຂ່າວວ່າ ຄະນະ ຮັກສາ ຄວາມສງົບ ປາບປາມ ຄົນງານ ຕ່າງດ້າວ ຜິດກົດໝາຍ, ແຕ່ຄວາມຈິງ ນັ້ນ ຄະນະ ຮັກສາ ຄວາມສງົບ ວ່າມັນເປັນການ ປ່ອຍຂ່າວ ຂອງກຸ່ມ ອິດທິພົນ ທີ່ສ້າງ ສະຖານະການ ຂຶ້ນ ເພື່ອວ່າ ເຂົາ ຈະສາມາດ ລັກລອບ ຄົນງານ ທີ່ ກັບຄືນ ປະເທດ ມາໃໝ່ ແລະ ຈະສາມາດ ຮີດໄຖ ເອົາເງິນ ຈາກ ຄົນງານ ຜິດກົດໝາຍ ອີກຕໍ່ນຶ່ງ. ພົນເອກກ ປຣະຢຸດ ກ່າວຕໍ ໄປວ່າ:

ມີຄໍາແປວ່າ: ຄະນະ ຮັກສາ ຄວາມສງົບ ຈະຮີບເຮັ່ງ ຈັດຣະບຽບ ແຮງງານ. ຣະຍະ ທີນຶ່ງ ແມ່ນ ກໍາຈັດ ກຸ່ມ ອິດທິພົນ ທີ່ ລັກລອບ ແຮງງານ ຕ່າງດ້າວ ເຂົ້າປະເທດ ແບບມີ ການຮີດໄຖ ຮຽກເອົາ ຄ່າ ຄຸ້ມຄອງ ຮຽກຄ່າໃຊ້ ຈ່າຍຕ່າງໆ. ຂໍ້ມູນ ແຈ້ງວ່າ  ການນໍາພາ ແຮງງານ ຜິດ ກົດໝາຍ ເຂົ້າມາຮອດ ເຂດແດນ ຂອງໄທ ນັ້ນ ຄົນງານ ຄົນນຶ່ງ ອາດຈະຕ້ອງ ຈ່າຍເງິນ ເກືອບ 2 ໝື່ນ ບາດ. ເມື່ອເຂົ້າມາ ຮອດເຂດ ແດນ ໄທແລ້ວ ຄົນງານ ຄົນນຶ່ງ ອາດຕ້ອງ ຈ່າຍໃຫ້ ຜູ້ມີ ອິດທິພົນ ຄົນລະ ປະມານ 8,000  ຫາ 10,000 ບາທ. ນອກນັ້ນ ຍັງຈະຕ້ອງ ຈ່າຍຄ່າ ຂື້ນ ທະບຽນ ຕາມ ກົດໝາຍ ອີກ ຈໍານວນນຶ່ງ.

ບັນຫາ ການລັກລອບ ແຮງງານ ເຂົ້າ ມາປະເທດ ໂດຍບໍ່ມີ ການຂຶ້ນ ທະບຽນ ນັ້ນ ເຮັດໃຫ້ຣັດ ບໍ່ສາມາດ ບໍຣິຫານ ຈັດການ ບັນຫາ ຕ່າງໆທີ່ ຈະເກີດຂຶ້ນ ເປັນຕົ້ນ ບັນຫາ ອາສຍາກັມ ໂຣກຣະບາດ ການ ຄ້າມະ ນຸດ ການໃຊ້ ແຮງງານ ເດັກ ບັນຫາ ເຫລົ່ານີ້ ສະສົມ ມາເປັນ ເວລາ ຍາວນານ ໃນຫລາຍຍຸກ ຫລາຍສະໄໝ ຫລາຍ ຣັຖບານ ຊຶ່ງ ພຍາຍາມ ແກ້ໄຂບັນຫາ ມາຕລອດ ແຕ່ກໍບໍ່ດີ ຂຶ້ນ ຍັງຄົງ ເປັນ ບັນຫາ ທີ່ ຕ່າງ ຊາຕ ອົງກອນ ຣະຫ່ວາງ ປະເທດ ຈັບຕາເບິ່ງ".

ການຖແລງ ຂອງ ພົນເອກ ປຣະຢຸດ ມີຂື້ນ ກ່ອນໜ້າ ສະຫະຣັຖ ໄດ້ ພິຈາຣະນາ ຫລຸດ ສະຖານະພາບ ການ ຄ້າມະນຸດ ໃນ ປະເທດໄທ ຈາກ ລະດັບ 2 ຊຶ່ງ ຢູ່ໃນ ບັນຊີ ທີ່ຕ້ອງເຝົ້າ ຕິດຕາມ ເບິ່ງ ລົງມາ ເປັນ ຣະດັບ 3 ຊຶ່ງ ມີນິຍາມວ່າ ຣັຖບານ ໄທ ບໍ່ໄດ້ ປະຕິບັດ ໃຫ້ໄດ້ ມາຕຖານ ຕໍ່າສຸດ ໃນການ ແກ້ໄຂ ບັນຫາ ການ ຄ້າມະນຸດ ໃນ ປະເທດ ຂອງຕົນ.

ຣາຍງານ ປະຈໍາປີ ຂອງ ສະຫະຣັຖ ອະເມຣິກາ ກ່ຽວກັບ ການ ຄ້າມະນຸດ ໃນ ທົ່ວໂລກ ຣະບຸວ່າ ປະເທດໄທ ອະນຸມັດ ໃຫ້ມີການ ຄ້າມະນຸດ ແຮງງານ ແບບ ຂ້າທາດ ແລະ ຣະເມີດ ສິດທິມະນຸດ. ພ້ອມນັ້ນ ຍັງ ຣະບຸວ່າ  ເປັນ ແຫລ່ງທີ່ມາ ເປັນຈຸດ ທີ່ໝາຍ ແລະ ເປັນ ທາງຜ່ານ ຂອງ ການຄ້າ ຜູ້ຊາຍ ແມ່ຍິງ ແລະ ເດັກນ້ອຍ ຊຶ່ງ ອາດມີການ ບັງຄັບໃຊ້ ແຮງງານ ໜັກ ແລະ ການຄ້າ ທາງເພດ. ບັນຫາ ທັງໝົດ ທີ່ ກ່າວ ມານີ້ ພົນເອກ ປຣະຢຸດ ວ່າ ອາດ ມີຜົນກະທົບ ຕໍ່ສິດທິ ການຄ້າ ການລົງທຶນ ຂອງ ປະເທດ, ຄະນະ ຮັກສາ ຄວາມສງົບ ແຫ່ງຊາຕ ຈຶ່ງມີຄວາມ ຈໍາເປັນ ໃນການ ກໍາຈັດ ກຸ່ມ ອິດທິພົນ ແລະ ຈັດຣະບຽບ ແຮງງານ ແລະ ຣະບົບ ເຮັດວຽກ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ໃຫ້ ໄວທີ່ສຸດ. ໃນ ລະຍະທີ 1 ນີ້ ທ່ານວ່າ:

ມີຄໍາແປວ່າ: ການຈັດ ແຮງງານ ໃນລະຍະ ທີນຶ່ງ ເປັນການ ຜ່ອນຜັນ ໃຫ້ແຮງງານ ທັງໃນ ແລະ ນອກຣະບົບ ໄດ້ເຮັດວຽກ ໄປເປັນການ ຊົ່ວຄາວ ກ່ອນ ເພື່ອປິດຊ່ອງ ວ່າງບໍ່ໃຫ້ ກຸ່ມ ອິດທິພົນ ແລະ ນາຍທຶນ ເອົາ ລັດ ເອົາປຽບ ຜູ້ໃຊ້ ແຮງງານ ເພາະ ຄະນະ ຮັກສາ ຄວາມສງົບ ແຫ່ງຊາຕ ຊາບດີວ່າ ແຮງງານ ເຫລົ່ານີ້ ມີ ຄວາມ ສໍາຄັນ ຕໍ່ ການຊຸກຍູ້ ໃຫ້ ເສຖກິດ ຂອງ ຊາຕກ້າວໄປ ແລະ ເຂົ້າໃຈຄວາມ ເດືອດຮ້ອນ ຂອງຜູ້
ປະກອບ ທຸຣະກິດ ຕ່າງໆ".

ສໍາລັບ ຣະຍະ ທີສອງ  ທີ່ີ ຄະນະ ກັມມະການ ກໍາລັງ ດໍາເນີນ ຢູ່ນີ້ ພົນເອກ ປຣະຢຸດ ກໍເວົ້າວ່າ:

ມີຄໍາແປວ່າ: ຈະມີການ ຈັດ ຣະບຽບ ຄວບຄຸມ ແຮງງານ ທັງຣະບົບ ໃຫ້ ຖືກຕ້ອງ  ນັບແຕ່ ແຮງງານ ປະເພດ ໄປເຊົ້າແລງ ກັບຕາມ ຊາຍແດນ ແຮງງານ ຕາມ ຣະດູການ ໃນພາກ ກະເສດ ເຊັ່ນ ຕັດອ້ອຍ ຂຸດມັນ ເກັບກ່ຽວ ປູກພືດ ຜົນທາງ ກະເສດ ແລະ ແຮງງານປະຈໍາປີ  ໃຫ້ມີການ ຂຶ້ນທະບຽນ ໝົດ ຈັດພື້ນທີ່ ແຮງງານ ເປັນເຂດໆ ແລະ ຈັດທີ່ພັກ ອາໄສ ຂອງ ຄົນງານ ໃຫ້ເປັນ ລະບຽບ  ມີການ ກໍາກັບ ດູແລ ເພື່ອບໍ່ໃຫ້ ມີການ ຣະເມີດ ສິດທິ ມະນຸດ ມີການ ຈັດຕັ້ງ ສູນພິສູດ ສັນຊາຕ ຮ່ວມກັບ ປະເທດ ເພື່ ອນບ້ານ ຈັດຕັ້ງສູນ ຮັບສົ່ງ ຄົນງານ ຖືກ ກົດໝາຍ ໃນການ ນໍາເຂົ້າ ແລະ ສົ່ງກັບ ປະເທດ  ກໍານົດ ຄ່າຈ້າງ ແຮງງານ ໃນ ສະຖານທີ່ ທໍາງານ ຕ່າງໆ ໃຫ້ ເໝາະສົມ ພ້ອມນັ້ນ ຍັງມີການ ປັບປຸງ ດ້ານ ກົດໝາຍ".

ເຫດການ ຄົນງານ ກໍາພູຊາ ພາກັນ ກັບຄືນ ປະເທດ ນັບເປັນ 2 ແສນ ກວ່າຄົນ ວ່າງ ປະມານ ອາທິດ ກ່ວາໆ ຜ່ານມານີ້ ປາກົດວ່າ ຄົນງານ ລາວ ທີ່ກັບຄືນ ປະເທດ ມີຫນ້ອຍ ຫລາຍ ຄ້າຍກັບວ່າ ບໍ່ມີຄວາມ ຫວັ່ນກົວ ໃດໆໝົດ ເຖິງແມ່ນວ່າ ຄົນງານລາວ ທີ່ ເຮັດວຽກ ແບບຜິດ ກົດໝາຍ ໃນ ປະເທດໄທ ມີ ຈໍານວນ ຫລາຍກໍດີ. ຄົນງານລາວ ໃນ ປະເທດໄທ ເລົ່າ ໃຫ້ຟັງວ່າ ສ່ວນຫລາຍ ແລ້ວ ຄົນງານ ລາວ ແລະ ວຽດນາມ ເຂົາເຈົ້າ ເຂົ້າ ປະເທດໄທ ແບບ ຖືກຕ້ອງ ຕາມ ກົດໝາຍ ແລະ ຫລາຍຄົນ ໃຊ້ ບໍຣິການ ການຕໍ່ ວີຊາ ໜັງສື ຜ່ານແດນ ຈາກການ ຈັດຕັ້ງ ນອກຣະບົບ. ລາວວ່າ ເມື່ອເວລາ ໜັງສື ວີຊາ ໃກ້ຈະໝົດ ກໍານົດ ແລ້ວ ລາວ ກໍ ໂທຣະສັບ ໄປຫາ ບໍຣິສັດ ລົດຕູ້ ໃຫ້ມາຮັບ ເອົາລາວ ໃນຕອນ ເຊົ້າໆ ເດີນທາງໄປ ຊາຍແດນ ປະເທດ ກໍາພູຊາ ເປັນ ຄະນະ ໃນນາມໄປ ທ່ອງທ່ຽວ. ເມື່ອໄປຮອດ ຊາຍແດນ ແລ້ວ ພະນັກງານ ບໍຣິສັດ ທີ່ໃຫ້ ບໍຣິການ ກໍຈັດການ ຕໍ່ ໜັງສືໃຫ້ ໂດຍຕົນເອງ ບໍ່ຕ້ອງ ຫຍຸ້ງຍາກ ຫຍັງໝົດ ແລ້ວຍັງ ກັບຄືນມາ ເຮັດການ ທັນເວລາ ໃນວັນດຽວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org