ຄຸນນະພາບຂອງການສຶກສາ ໃນລາວ
ຄຸນນະພາບ ການສຶກສາ ໃນລາວ ຫລຸດລົງ ຢ່າງຕໍ່ເນື່ອງ ຍ້ອນຂາດ ຄຣູສອນ ແລະ ອຸປກອນ ການຮຽນ ການສອນ ຮ່ວມດ້ວຍ ຄວາມທຸກຍາກ ໃນລາວ ແລະ ການຂາດ ງົບປະມານ ຂອງຣັຖບານ.
-
ສິດນີ
2017-09-06 -
-
-
Your browser doesn’t support HTML5 audio
ໃນແຕ່ລະປີ ທາງການລາວ ໄດ້ທຸ້ມເທ ງົບປະມານ ໃສ່ການສຶກສາຢ່າງນ້ອຍ 4% ຂອງຈີດີປີ ແຕ່ຄຸນນະພາບ ການສຶກສາໃນລາວ ຍັງຫຼຸດ ລົງຢ່າງຕໍ່ເນື່ອງ ຍ້ອນວ່າ ຂາດຄຣູສອນ, ໂຮງຮຽນ ບໍ່ພຽງພໍ, ຂາດອຸປກອນ ການຮຽນ ແລະການສອນ ຄວາມທຸກຍາກໃນລາວ ຮ່ວມທັງ ການຂາດງົບປະມານ ຂອງຣັຖບານ,
ການຂາດຄຣູສອນເປັນບັນຫາຫລັກ, ກະຊວງສຶກສາ ໄດ້ພັທນານາຍຄຣູ ມາຕລອດ ແຕ່ບໍ່ຖືກບັນຈຸເຂົ້າເປັນ ຣັຖກອນ ຍ້ອນໂຄຕາ ມີໜ້ອຍ ແລະນາຍຄຣູ ອາສາຫລາຍຄົນ ກໍຍັງລໍຖ້າບັນຈຸເຂົ້າ ເປັນຣັຖກອນ ຢູ່ແລະຫລາຍຄົນ ກໍທົນບໍ່ໄຫວ ຈຶ່ງອອກຈາກການເປັນຄຣູອາສາ. ບັນຫາອື່ນໆນັ້ນ ກໍແມ່ນນາຍຄຣູ ໄດ້ຮັບເງິນເດືອນຊ້າ ເປັນເວລາ ສາມຫາຫົກ ເດືອນກໍມີ ເຮັດໃຫ້ນາຍຄຣູ ຫລາຍຄົນ ເຊົາເປັນຄຣູ.
ບັນຫາການຂາດແຄນນາຍຄຣູນັ້ນ ຕາມຄວາມເປັນຈິງແລ້ວ ມີນັກສຶກສາ ທີ່ຮຽນຈົບຄຣູ ຫລາຍຢູ່ໃນ ແຕ່ລະປີ ແຕ່ບໍ່ຖືກບັນຈຸ ເຂົ້າເປັນ ພະນັກງານຣັຖ ຍ້ອນຂາດງົບປະມານ ແລະ ນັກຮຽນຄຣູ ຫລາຍຄົນ ກໍບໍ່ຢາກໄປສອນ ໃນເຂດ ຊົນນະບົດ ຫ່າງໄກ ສອກຫລີກ.
ເງິນເດືອນຂອງນາຍຄຣູ ກໍຫນ້ອຍ ແລະບໍ່ກຸ້ມຢູ່ກຸ້ມກິນ ມີຖານະຕ່ຳກວ່າ ພະນັກງານຣັດ ຂແນງອື່ນໆໃນລາວ ເປັນຕົ້ນ ພະນັກງານ ພາສີອາກອນ ແລະໄຟຟ້າ ຫລື ນ້ຳປະປາ ເຮັດໃຫ້ນັກສຶກສາ ຫລາຍຄົນ ບໍ່ຢາກເປັນຄຣູ.
ການຂາດນາຍຄຣູ ເຮັດໃຫ້ຄຸນນະພາບ ການສຶກສາ ໃນລາວຕ່ຳ. ດັ່ງຕົວຢ່າງ ທີ່ ແຂວງຫົວພັນ ຈຳນວນຄຣູ ໃນເຂດຊົນນະບົດ ຍັງບໍ່ພຽງພໍ ກັບຈຳນວນ ນັກຮຽນ ຊຶ່ງໂຮງຮຽນ ບາງແຫ່ງ ມີຄຣູພຽງແຕ່ 2,3 ຄົນ ເທົ່ານັ້ນ ແລະ ບາງແຫ່ງ ກໍມີຄຣູພຽງແຕ່ ຄົນດຽວ. ຄຣູເຫລົ່ານີ້ ຕ້ອງຮັບຜິດຊອບ ສອນນັກຮຽນ ແຕ່ຊັ້ນ ປໍ-1 ຫາ ປໍ-5 ຊຶ່ງຄຣູຕ້ອງໄດ້ສອນ ຄວບຫ້ອງ. ດັ່ງເຈົ້າໜ້າທີ່ ຜແນກສຶກສາແລະກິລາ ແຂວງຫົວພັນ ໄດ້ກ່າວວ່າ:
"ອັນຕົວນີ້ ວ່າເລື້ອງຄູ ຖືວ່າ ບໍ່ພຽງພໍເນາະ ຄູເນາະ ສ່ວນຫລາຍ ຢູ່ເຂດນອກນັ້ນ ມັນຈະເປັນຄູຫັ້ນ ຄູນັ້ນຈະເປັນ ສອນຄວບນະ ຄວບຫ້ອງເນາະ ຄວບສອງສາມອັນ ຢູ່ໃນເຂດນອກ ກໍຈະສອງສາມຄົນ ສູງສຸດເນາະ ບາງບ່ອນນີ້ ກໍຈະນຶ່ງຄົນ ເນາະ".
ທີ່ເມືອງຍອດອູ ແຂວງຜົ້ງສາລີ ເຈົ້າຫນ້າທີ່ ທ່ານນຶ່ງເວົ້າວ່າ ໃນປັດຈຸບັນ ຄຣູ 50 ປາຍຄົນ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ຍັງບໍ່ໄດ້ບັນຈຸ ເຂົ້າເປັນຣັຖກອນ, ພວກເຂົາເຈົ້າສອນ ໂດຍບໍ່ມີ ເງິນເດືອນ ມາຫລາຍປີແລ້ວ ຍ້ອນວ່າ ໂຄຕ້າ ເສັງເຂົ້າ ເປັນຄຣູ ໃນແຕ່ລະປີ ບໍ່ຫລາຍ ຂນະທີ່ຄຣູ ຈົບໃໝ່ ພັດເພີ່ມຂຶ້ນທຸກປີ.
"ຍັງມີຄຣູທີ່ວ່າ ຍັງບໍ່ໄດ້ຣັຖກອນນະ ຍັງບໍ່ທັນໄດ້ມີ ເງິນເດືອນ ກໍມີຈໍານວນ 50 ຄົນນະ ທີ່ວ່າໄດ້ໄປສອນ ແຕ່ບໍ່ທັນໄດ້ມີ ເງິນເດືອນກິນ ສ່ວນຫລາຍມັນ ເຂດຊົນເຜົ່າ ບໍ່ໄດ້ໝົດ ແຫລະ ເຂດອັນທີ່ ເມື່ອກີ້ເວົ້າໄປນີ້ ມາລີເທົາ ຜາແດງ ຕາລີຊູ ແລ້ວກໍນາຫລວງ 50 ກວ່າຄົນນະ ຍັງມີບັນຫາ ເຂດນີ້ນີ້ມັນເປັນ ແບບນີ້ນະ".
ໃນລະຍະຜ່ານມາ ຄຣູເຫລົ່ານີ້ ຈຶ່ງຈໍາເປັນຕ້ອງ ອາສັຍເງິນ ບໍຣິຈາກ ຂອງຊາວບ້ານ ຈາກຄອບຄົວ ນັກຮຽນ ທີ່ຕົນໄປສອນ. ປັດຈຸບັນ ຄຣູໃນຫລາຍແຂວງ ຢູ່ລາວ ຍັງປະສົບ ບັນຫາ ແບບດຽວກັນນີ້ຢູ່ ທັງໆທີ່ຣັຖ ມີນະໂຍບາຍ ໃຫ້ເພີ່ມ ຈໍານວນຄຣູ ທົ່ວປະເທດ ແຕ່ໃນສະພາບຕົວຈິງນັ້ນ ຖືກບັນຈຸຫນ້ອຍ.
ເຈົ້າຫນ້າທີ່ແຂວງຜົ້ງສາລີ ອີກທ່ານນຶ່ງເວົ້າວ່າ ທີ່ເມືອງໃຫມ່ ແຂວງຜົ້ງສາລີ ຍັງມີນາຍຄຣູ ປະມານ 80 ຄົນ ຍັງບໍ່ໄດ້ເປັນ ຣັຖກອນ ເທື່ອ ເນື່ອງຈາກໂຄຕາ ການເສັງ ເຂົ້າເປັນຣັຖກອນ ນັ້ນມີຫນ້ອຍ ບໍ່ສາມາດຮອງຮັບ ຈຳນວນຄຣູ ທີ່ຈົບໃຫມ່ໄດ້ຫມົດ ທຸກຄົນ ໃນແຕ່ລະປີ.
ທ່ານວ່າ ທີ່ເມືອງໃຫມ່ ມີຄຣູທັງຫມົດ 300 ປາຍຄົນ ຍັງບໍ່ທັນໄດ້ ບັນຈຸເຂົ້າເປັນ ຣັຖກອນ ນັ້ນມີຢູ່ ປະມານ 100 ປາຍຄົນ ໃນຈຳນວນ ດັ່ງກ່າວ ເປັນນາຍຄຣູ ທີ່ໄດ້ສອນ ມາແລ້ວປະມານ 3 ປີ 80 ຄົນ ແລະອີກ 40 ຄົນ ແມ່ນຄຣູຈົບໃຫມ່ ທີ່ຍັງສອນ ບໍ່ຮອດສາມປີ, ດັ່ງນັ້ນ ຈື່ງບໍ່ມີສີດເສັງ ເປັນຣັຖກອນໄດ້ ຕາມດຳຣັດ ຂອງທາງການ.
ນະໂຍບາຍເພີ້ມຈຳນວນຄຣູ ໃນທົ່ວປະເທດ ຂອງຣັຖບານ ຈະສາມາດແກ້ໄຂບັນຫາ ການຂາດແຄນ ຄຣູໄດ້ ໃນຫລາຍແຂວງ ຫາກແຕ່ວ່າ ເມື່ອຈຳນວນ ນາຍຄຣູ ຫລາຍຂຶ້ນ ຣັຖບານບໍ່ສາມາດ ຊ່ອຍເຫຼືອຊີວິດ ການເປັນຢູ່ຂອງຂະເຈົ້າໄດ້ ເຮັດໃຫ້ນາຍ ຄຣູຫຼາຍຄົນ ອອກຈາກ ການເປັນຄຣູ.
ຄຣູອາສາ ຢູ່ແຂວງພາກເໜືອ ແລະພາກໃຕ້ຂອງລາວ ໄດ້ປະສົບກັບ ຊາຕາກັມ ທີ່ຍາກລໍາບາກ. ບາງຄົນສອນ ມາຮອດ 5 ປີແລ້ວ ກໍຍັງບໍ່ຖຶກ ບັນຈຸເປັນຣັຖກອນ ຍ້ອນໂຄຕ້າ ຈາກຣັຖ ມີໜ້ອຍ ຂນະທີ່ຄຣູຈົບໃໝ່ ເພີ່ມຂຶ້ນທຸກປີ ເຮັດໃຫ້ ຄຣູເຫລົ່ານັ້ນ ຕ້ອງສອນແບບ ບໍ່ມີເງິນເດືອນກິນ ຕໍ່ໄປເລື້ອຍໆ ບາງຄົນກໍເຊົາສອນ.
ທີ່ແຂວງ ສະຫວັນນະເຂດ ເຈົ້າຫນ້າທີ່ ແຂວງສວັນນະເຂດ ເວົ້າວ່າ ທົ່ວແຂວງ ມີຄຣູອາສາສມັກ 200 ປາຍຄົນ ຂະນະທີ່ ແຂວງຄໍາມ່ວນ ເຈົ້າໜ້າທີ່ແຂວງ ຍັງບໍ່ຮູ້ ຈໍານວນຄັກແນ່ ແຕ່ຄາດວ່າຈະ ບໍ່ຕ່າງຈາກແຂວງ ສະຫວັນນະເຂດ ແຂວງກໍບໍ່ມີ ງົບປະມານ ເພີ່ມໂຄຕ້າຮັບ ຂະເຈົ້າ:
ບັນຫາທີ່ຫນັກໃຈ ອີກອັນນື່ງກໍແມ່ນວ່າ ຄຣູໄດ້ຮັບເງີyນເດືອນຊ້າ ເປັນເວລາ 2-3 ເດືອນ ຫລືດົນກ່າວນັ້ນ ຈຶ່ງໄດ້ເທື່ອນຶ່ງ ຍົກຕົວຢ່າງ ເງິນເດືອນສຳລັບ 3 ເດືອນ ທ້າຍປີກາຍ ກໍຈະໄດ້ຮັບ ໃນຕົ້ນເດືອນມົກຣາ ຂອງປີຕໍ່ມາ.
ການໄດ້ເງິນເດືອນຊ້າ 2-3 ເຮັດໃຫ້ ນາຍຄຣູ ຫລາຍຄົນ ຮວມທັງຜູ້ ທີ່ໄປຮຽນຕໍ່ຄຣູຊັ້ນສູງ ເມື່ອຮຽນຈົບມາແລ້ວ ອອກໄປເຮັດການ ຢູ່ຂແນງອື່ນ ທີ່ໄດ້ເງິນງ່າຍແດ່ ມີເວລາຫວ່າງ ເປັນຂອງຕົນເອງ ບໍ່ຕ້ອງໄດ້ຢູ່ເດິກ ແຕ່ງບົດສອນ ໄວ້ສໍາລັບ ມື້ຕໍ່ໄປມີ ໂອກາດ ໄປຮ່ວມງານບຸນ ກິນລ້ຽງກິນແກ່ວ ກິນດອງ ກໍ ຈະບໍ່ມີອັນ ເປັນຫ່ວງ:
ທົ່ວປະເທດບໍ່ວ່າ ແຂວງພາກໃຕ້ເງິນເດືອນຄຣູ ກໍໄດ້ຊ້າ ຄືກັນກັບ ຢູ່ແຂວງພາກເໜືອ ຊຶ່ງເປັນບັນຫາ ທີ່ແຕະຕ້ອງ ເຖິງກໍາລັງໃຈ ຂອງຄຣູອາຈານ ເຮັດໃຫ້ການເຮັດວຽກ ສິດສອນ ບໍ່ເຕັມເມັດ ເຕັມໜ່ວຍ. ຄຣູອາຈານ ສ່ວນຫລາຍ ແມ່ນອາສັຍ ເງິນເດືອນ ເພື່ອຢັ່ງຊີບ ເປັນສິ່ງສໍາຄັນ. ບັນຫາການໄດ້ຮັບເງິນເດືອນຊ້າ ກໍເຮັດໃຫ້ຂາດແຄນຄຣູ ຫລາຍຂຶ້ນ ຍ້ອນຫລາຍຄົນ ເຊົາເປັນຄຣູ. ການຂາດນາຍຄຣູ ເຮັດໃຫ້ ຄຸນນະພາບ ການສຶກສາຕ່ຳ.
ນອກຈາກນັ້ນ ກໍແມ່ນການຂາດໂຮງຮຽນແລະຫ້ອງຮຽນ. ໃນຫລາຍບ້ານໃນລາວ ຍັງບໍ່ໂຮງຮຽນ ສຳລັບເດັກນ້ອຍ ຖ້າມີບາງແຫ່ງ ກໍມີສະພາບເປ່ເພ ແລະ ມຸງດ້ວຍຫຍ້າ ນັກຮຽນຫລາຍ ຫ້ອງຮຽນລວມກັນ. ສ້າງຄວາມລຳບາກ ໃນການຮຽນ ການສອນ ຍ້ອນອາການ ແອອັດ, ນີ້ກໍເປັນບັນຫານຶ່ງ ໃນການເຮັດໃຫ້ ຄຸນນະພາບ ຂອງການສຶກສາ ໃນລາວຕ່ຳ.
ຊາວບ້ານໃນເຂດຫ່າງໄກສອກຫລີກ ທີ່ເມືອງອາດສະພອນ ແຂວງສວັນນະເຂດ ທ່ານນຶ່ງ ເວົ້າວ່າ ໃນປັດຈຸບັນ ຫລາຍບ້ານ ຊາວບ້ານ ຍັງໄດ້ ຣະດົມທຶນກັນ ມາສ້າງໂຮງຮຽນ ເອົາເອງ ຊຶ່ງທາງການ ກໍມີແຕ່ລົງມາ ຊີ້ນຳຊື່ໆ ແຕ່ບໍ່ໄດ້ເອົາ ງົບປະມານ ມາໃຫ້,
"ແຖວຊົນນະບົດ ກໍຍັງມີຫລາຍຢູ່ ໂຮງຮຽນ ທີ່ແບບບໍ່ຄັກບໍ່ແນ່ ແຕ່ວ່າມັນກໍ່ສ້າງບໍ່ໄດ້ ສ່ວນຫລາຍ ເຂົາກໍເວລາ ສ້າງໂຮງຮຽນ ກັບພວກຂັ້ນ ເທິງ ເພີ່ນບໍ່ແມ່ນມາ ສ້າງດອກ ຊາວບ້ານນັ້ນແຫຼະ ເກັບເງິນເກັບຫຍັງ ແລ້ວກໍພາກັນ ໄປເລື່ອຍໄມ້ ເລື່ອຍຫຍັງ ໄປເຮັດເອງ ບໍ່ມີດອກ ງົບປະມານ ຈາກແຂວງ ຈາກຫຍັງ ມາເຮັດໂຮງຮຽນ ໃຫ້ຊາວບ້ານນີ້ ບໍ່ມີດອກ ມີແຕ່ທຶນ ຊາວບ້ານ ຊາວບ້ານນີ້ແຫລະ".
ບັນຫາທີສາມແມ່ນການຂາດອຸປກອນ ການຮຽນການສອນ ຫລືຕຳຣາການຮຽນ ນາຍຄຣູ ຈະໃຊ້ແຕ່ປື້ມ ຫົວເກົ່າ ບໍ່ມີການພັທນາ ແລະຄົ້ນຄວ້າ ຄວາມຮູ້ໃຫມ່ ໃຫ້ທັນກັບ ການປ່ຽນແປງ ຂອງໂລກ ໃນປັດຈຸບັນ ດັ່ງຕົວຢ່າງ ໂຮງຮຽນປະຖົມ ຈຳນວນ 60 ແຫ່ງ ທີ່ເມືອງປາກແບງ ແຂວງອຸດົມໄຊ ຍັງຂາດປື້ມຮຽນ ແລະ ອຸປກອນການສອນ ການກິລາ ຫລາຍຢູ່ ໃນທຸກມື້ນີ້ ຊຶ່ງ ໃນລະຍະ ທີ່ຜ່ານມາ ທາງການແຂວງ ໄດ້ລົງໄປແຈກຢາຍ ແຕ່ກໍບໍ່ພຽງພໍ ຍ້ອນງົບປະມານ ມີນ້ອຍ ໂດຍສະເພາະ ໂຮງຮຽນ ຢູ່ໃນເຂດຫ່າງໄກ ສອກຫລີກ. ແຮ່ງຂາດເຂີນຫລາຍ ຍ້ອນຖນົນຫົນທາງ ບໍ່ດີ ໃນການໄປມາຫາສູ່ ແລະ ເຈົ້າຫນ້າທີຣັດ ກໍບໍ່ສາມາດ ເຂົ້າເຖີິງໄດ້ ໃນບາງເຂດ. ຫລາຍແຂວງ ກໍເປັນແບບດຽວກັນ.
ນອກຈາກປື້ມຮຽນ ປື້ມສອນແລ້ວ ໂຮງຮຽນຊັ້ນມັທຍົມໃນລາວ ຫລາຍແຫ່ງ ຍັງຂຂາດອຸປກອນ ການສອນ ແລະ ການທົດລອງ ດ້ານ ວິທຍາສາດ ນຳອີກ, ເຮັດໃຫ້ ນັກຮຽນ ບໍ່ໄດ້ຝຶກ ພາກປະຕິບັດ ຕົວຈິງ ໃນການຮຽນ ການສອນ ແລະ ເຮັດໃຫ້ ຄຸນນະພາບ ທາງດ້ານວິທຍາສາດ ພາກປະຕິບັດຕ່ຳ.
ເດັກນ້ອຍ ນັກຮຽນ ມັທຍົມຕົ້ນໃນຫລາຍເຂດ ພາດໂອກາດ ໃນການທົດລອງ ໂດຍໃຊ້ ຫ້ອງແຫຼັບ ຫຼືໃຊ້ ອຸປກອນ ໃນການທົດລອງ ທາງ ວິທຍາສາດ. ແລະເຈົ້າໜ້າທີ່ ຜແນກສຶກສາແລະກິລາ ທ່ານນືຶ່ງເວົ້າວ່າ ໂຮງຮຽນ ປະຖົມ ແລະມັທຍົມ ຫລາຍແຫ່ງໃນລາວ ບໍ່ມີເຄື່ອງມື ທົດລອງທາງ ວິທຍາສາດ, ຍ້ອນຂາດ ງົບປະມານ
ນອກຈາກນັ້ນກໍແມ່ນ ສະພາບຄວາມທຸກຍາກ ໃນຄອບຄົວ ທີ່ເຮັດໃຫ້ເດັກນ້ອຍລາວ ຫລາຍຄົນ ບໍ່ສາມາດ ໄປເຂົ້າໂຮງຮຽນໄດ້ ແລະຫລາຍຄົນ ເມື່ອເຂົ້າແລ້ວ ກໍໄດ້ອອກ ໂຮງຮຽນກ່ອນ ເກນອາຍຸການຮຽນ ຍ້ອນໄປຊ່ອຍ ພໍ່ແມ່ຫາເງິນ ມາລ້ຽງຄອບຄົວ.
ອັດຕຣາການອອກຈາກໂຮງຮຽນກ່ອນ ເກນອາຍຸການຮຽນໃນລາວສູງ ໃນປັດຈຸບັນນີ້ ອິງຕາມສຖິຕິ ຈາກກະຊວງສຶກສາທິການ ໃນປີ 2012 ໃນຈຳນວນນັກຮຽນ ຂັ້ນປະຖົມ ໃນທົ່ວປະເທດ ມີຜູ້ສາມາດ ຮຽນຮອດຂັ້ນມັທຍົມ ໄດ້ພຽງແຕ່ 30.5% ເທົ່ານັ້ນ, ໃນຈຳນວນນັກຮຽນ ຂັ້ນປະຖົມ 100 ຄົນໃດ 30 ຄົນ ຈະອອກຈາກໂຮງຮຽນ ກ່ອນກຳນົດ ການຮຽນ. ໃນຂນະທີ່ນັກຮຽນ ຂັ້ນປະຖົມ ເພີ້ມຂຶ້ນ ໃນທົ່ວປະເທດ ປະມານ 91% ໃນທຸກມື້ນີ້ ແຕ່ມີພຽງແຕ່ 36% ເທົ່ານັ້ນ ສາມາດຮຽນຕໍ່ ຂັ້ນມັທຍົມ ສ່ວນໃຫຍ່ແມ່ນອອກໂຮງຮຽນ ກ່ອນອາຍຸເກນ ການຮຽນ ແລະ ໃນຈຳນວນນັກຮຽນ ຂັ້ນປະຖົມ ສາມາດຮຽນຮອດ ຊັ້ນ ປ-3 ໄດ້ 79.2% ເມື່ອມາຮອດ ປ-5 ຫລຸດລົງເຫລືອ ພຽງແຕ່ 68.4% ມາຮອດປີ ສຸດທ້າຍ ຍັງເຫລືອແຕ່ 44.7% ສະແດງວ່າ ມີການອອກໂຮງຮຽນ ກ່ອນອາຍຸ ເກນການຮຽນ ຫລາຍໃນລາວ ຍ້ອນຄວາມທຸກຍາກ ໃນຄອບຄົວ.
ເຖິງແມ່ນວ່າ ທາງການ ສປປລາວ ຈະໃຫ້ຮຽນ ໂດຍ ບໍ່ໄດ້ເສັຽຄ່າ ແຕ່ ຄ່າໃຊ້ຈ່າຍ ຕ່າງໆເຊັ່ນ ບູຣະນະ ໂຕະ,ຕັ່ງ ຂອງໂຮງຮຽນ, ຄ່າອຸປກອນ ການຮຽນ, ຄ່າເຄື່ອງນຸ່ງ ຊຶ່ງຕົກຢູ່ປະມານ 1 ແສນກີບ ຕໍ່ປີ ບາງຄອບຄົວ ກໍບໍ່ມີເງິນພໍ ທີ່ຈະຈ່າຍ ຄ່າຕ່າງໆ ສຳລັບການຮຽນ ໃຫ້ລູກຂອງຕົນໄດ້.
ບັນຫາສຸດທ້າຍ ກໍແມ່ນການຂາດງົບປະມານ ຂອງຣັຖບານ.ທີ່ຜ່ານມາທາງການລາວ ໄດ້ຣະດົມທຶນ ເຂົ້າໃນ ການສຶກສາ ປະມານ 4% ຂອງ GDP ແຕ່ວ່າງ ສອງ-ສາມປີ ຫລັງໆມານີ້ ຍ້ອນຂາດ ງົບະປມານ ຈື່ງບໍ່ສາມາດ ໃຊ້ຈ່າຍໃນ ງົບປະມານ ດັ່ງກ່າວໄດ້ ຈື່ງເຮັດໃຫ້ ມາຕຖານ ແລະຄຸນນະພາບ ການສຶກສາ ໃນລາວຕ່ຳລົງ.
ບັນຫາດັ່ງກ່າວທັງຫມົດ ທີ່ກ່າວມາຂ້າງເທີງນີ້ ເປັນສາເຫດເຮັດໃຫ້ຄຸນນະພາບການ ສຶກສາ ໃນລາວຕ່ຳລົງ ໃນທຸກມື້ນີ້. ການສຶກສາແມ່ນການພັທນາ ຊັພຍາກອນມະນຸດ ຖ້າການສຶກສາ ຂາດຄຸນນະພາບ ແລ້ວ ຊັພຍາກອນມະນຸດ ໃນລາວ ກໍຂາດ ຄຸນນະພາບ ເຫມືອນກັນ ດັ່ງນັ້ນ ການພັທນາປະເທດຊາດ ກໍຈະລ້າຫລັງ ໄປຕລອດ.