ຄວາມຈໍາເປັນທີ່ເດັກນ້ອຍຕ້ອງ ອອກ ໂຮງຮຽນ
ການໄດ້ອອກ ໂຮງຮຽນ ກ່ອນ ຮຽນຈົບ ຂອງ ນັກຮຽນ ໃນເຂດ ຊົນນະບົດ ຢູ່ ສປປ ລາວ ຍັງສູງ ຢູ່ ໃນ ທຸກມື້ນີ້ ຍ້ອນ ຄວາມ ທຸກຍາກ ລໍາບາກ ຂອງ ຄອບຄົວ ແລະ ໂຮງຮຽນ ປະຈໍາ ໝູ່ບ້ານ ກໍບໍ່ມີ ທົ່ວເຖິງ ກັນ.
-
ສິດນີ
2014-10-23 -
-
-
Your browser doesn’t support HTML5 audio
ການໄດ້ອອກ ໂຮງຮຽນ ກ່ອນ ຮຽນຈົບ ຂອງ ນັກຮຽນ ໃນເຂດ ຊົນນະບົດ ຢູ່ ສປປ ລາວ ຍັງສູງ ຢູ່ ໃນ ທຸກມື້ນີ້ ຍ້ອນ ຄວາມ ທຸກຍາກ ລໍາບາກ ຂອງ ຄອບຄົວ ແລະ ໂຮງຮຽນ ປະຈໍາ ໝູ່ບ້ານ ກໍບໍ່ມີ ທົ່ວເຖິງ ກັນ.
ອີງຕາມ ສະຖີຕິ ສົກ ສຶກສາ ປີ 2012-13 ມີ ນັກຮຽນ ໃນເຂດ ຊົນນະບົດ ຈໍາເປັນ ຕ້ອງອອກ ໂຮງຮຽນ ກ່ອນ ຈົບຂັ້ນ ປະຖົມ ຢ່າງ ຫຼວງຫຼາຍ ໃນ ແຕ່ລະປີ ໂດຍສະເພາະ ເດັກນ້ອຍ ຊົນເຜົ່າ ຍ້ອນ ຄວາມ ລໍາບາກ ທຸກຍາກ ຂອງ ຄອບຄົວ ແລະ ບໍ່ມີ ໂຮງຮຽນ ໃກ້ກັບ ໝູ່ບ້ານ ຫຼາຍຄົນ ກໍຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ.
ຣັຖມົນຕຣີ ກະຊວງ ສຶກສາ ທິການ ສປປລາວ ກ່າວຕໍ່ ກອງປະຊຸມ ສະພາ ທີ່ ຜ່ານມາ ວ່າ ຈຳນວນ ນັກຮຽນ ຂັ້ນປະຖົມ ໃນທົ່ວ ປະເທດ ມີຜູ້ ສາມາດ ຮຽນຮອດ ຂັ້ນ ມັທຍົມໄດ້ ພຽງແຕ່ 30.5 ສ່ວນຮ້ອຍ ເທົ່ານັ້ນ ສ່ວນທີ່ເຫລືອ ແມ່ນອອກ ໂຮງຮຽນ ກ່ອນ ຮຽນຈົບ ຍ້ອນຕ້ອງຊ່ອຍ ພໍ່ແມ່ ເຮັດໄຮ່ ເຮັດນາ.
ທ່ານວ່າ ໃນ ຈຳນວນ ນັກຮຽນ ຂັ້ນ ປະຖົມ 100 ຄົນ ໃດ 30 ຄົນ ອອກໂຮງຮຽນ ກ່ອນຮອດ ຂັ້ນມັທຍົມ. ອິງຕາມ ການຄົ້ນຄວ້າ ອັດຕຣາ ການ ອອກໂຮງຮຽນ ກ່ອນ ອາຍຸ ການຮຽນ ເປັນຍ້ອນ ສາເຫດ ສະພາບຄວາມ ທຸກຈົນ ໃນລາວ ເດັກນ້ອຍ ນັກຮຽນ ຕ້ອງ ໄດ້ຊ່ອຍ ພໍ່ແມ່ ຫາຢູ່ ຫາກິນ ຫລື ຊອກວຽກເຮັດ ງານທຳ.
ທ່ານ ຍັງ ບອກອີກວ່າ ນັກຮຽນ ຫຼາຍຄົນ ທີ່ ອອກ ໂຮງຮຽນ ໄປດ້ວຍ ຄວາມຈຳເປັນ ທັ້ງໆທີ່ ຂະເຈົ້າ ຮຽນດີ ແລະ ເກັ່ງ ແຕ່ ບໍ່ສາມາດ ຮຽນຕໍ່ ໄປໄດ້ ບາງຄົນ ຜູ້ຊາຍ ກໍອອກໄປ ຫາວຽກເຮັດ ເພື່ອ ຫາລາຍໄດ້ ຊ່ອຍ ຄອບຄົວ ແລະ ຜູ້ຍິງ ກໍອອກໄປ ເບິ່ງນ້ອງ ໃຫ້ ພໍ່ແມ່ ໄປໄຮ່ ໄປນາ.
ມີຣາຍງານ ວ່າ ເດັກນ້ອຍ ທີ່ ອອກ ໂຮງຮຽນ ກ່ອນກຳນົດ ມີຫລາຍຄົນ ກໍໂຕນຫນີ ໄປຊອກ ວຽກເຮັດ ງານທຳ ທີ່ ປະເທດໄທ ແລະ ຫລາຍຄົນ ກໍຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ແລະ ຄ້າ ປະເວນີ ທີ່ ປະເທດໄທ ຍ້ອນການ ຕົວະຍົວະ ຂອງ ຫມູ່ເພື່ອນ ບ້ານ ດຽວກັນ ແລະ ຫລາຍຄົນ ກໍ ຫາຍສາບສູນ.
ເຈົ້າຫນ້າທີ່ ສຶກສາ ທິການ ທ່ານນີ້ ກ່າວ ຕໍ່ໄປວ່າ ຈຳນວນ ນັກຮຽນ ທີ່ ສາມາດ ຮຽນຕໍ່ ຂັ້ນ ມັທຍົມ ເພີ້ມຂື້ນ ຈາກ 25.2 ສ່ວນຮ້ອຍ ໃນ ສົກປີ 2010-11 ມາເປັນ 28.2 ສ່ວນຮ້ອຍ ໃນສົກ ປີ 2011-12 ແລ້ວມາ ເປັນ 30.5 ສ່ວນຮ້ອຍ ໃນສົກ ປີ 2012-13. ສ່ວນໃຫຍ່ ເປັນ ເດັກນ້ອຍ ໃນເຂດ ຕົວເມືອງ ສຳລັບ ເຂດ ຊົນນະບົດ ນັ້ນ ຈຳນວນ ໂຕເລກ ຍັງຕ່ຳ ຢູ່.
ທ່ານວ່າ ເຖິງແມ່ນ ຈະມີ ຈຳນວນ ນັກຮຽນ ປະຖົມ ເພີ້ມຂຶ້ນ ໃນທົ່ວ ປະເທດ 91 ສ່ວນຮ້ອຍ ຂອງ ຈຳນວນ ເດັກນ້ອຍ ອາຍຸ ການຮຽນ ແຕ່ ກໍມີພຽງ 36 ສ່ວນຮ້ອຍ ເທົ່ານັ້ນ ສາມາດ ຮຽນຕໍ່ ຂັ້ນມັທຍົມ ໄດ້ ສະແດງ ວ່າ ສ່ວນໃຫຍ່ ອອກ ໂຮງຮຽນ ກ່ອນກຳນົດ ການຮຽນ.
ໃນຈຳນວນ ນັກຮຽນ ຂັ້ນ ປະຖົມ ທັງຫມົດ ໃນ ທົ່ວປະເທດ ຜູ້ທີ່ ສາມາດ ຮຽນຮອດ ປໍ 3 ໄດ້ ມີປະມານ 79.2 ສ່ວນຮ້ອຍ ເມື່ອ ມາຮອດ ປໍ 5 ຫລຸດລົງ ເປັນ 68.4 ສ່ວນຮ້ອຍ ມາຮອດ ປີ ສຸດທ້າຍ ເຫລືອ ພຽງແຕ່ 44.7 ສ່ວນຮ້ອຍ.
ເຈົ້າຫນ້າທີ່ ຣະດັບສູງ ກະຊວງ ສຶກສາ ທິການ ທ່ານນີ້ ກ່າວ ເພີ້ມອີກວ່າ ທາງ ກະຊວງ ມີ ແຜນການ ຍົກຣະດັບ ການເຂົ້າ ໂຮງຮຽນ ຂັ້ນປະຖົມ ໃຫ້ໄດ້ 91 ສ່ວນຮ້ອຍ ໃນ ແຕ່ລະ ສົກ ປີ ການສຶກສາ ແລະ ຈະໃຫ້ ໄດ້ 98 ສ່ວນຮ້ອຍ ໃນປີ 2015.
ນອກຈາກ ນັ້ນ ຍັງ ມີແຜນການ ຍົກຣະດັບ ຈຳນວນ ນັກຮຽນ ຂັ້ນມັທຍົມ ຕົ້ນ ໃຫ້ໄດ້ 62 ສ່ວນຮ້ອຍ ໃນ ປີນີ້ ແລະ ຂັ້ນມັທຍົມ ປາຍ ໃຫ້ໄດ້ຢ່າງ ຫນ້ອຍ 36 ສ່ວນຮ້ອຍ ໃນປີ 2015. ທາງ ກະຊວງ ມີແຜນການ ທີ່ ຈະໃຫ້ ນັກຮຽນ ຂັ້ນມັທຍົມ ຈົບ ການຮຽນ ໃຫ້ໄດ້ 98 ສ່ວນຮ້ອຍ ໃນປີ 2015 ເພີ້ມຈາກ 44.7 ສ່ວນຮ້ອຍ ໃນ ປັດຈຸບັນ. ແຕ່ກໍຂຶ້ື້ນ ກັບ ແຜນການ ພັທນາ ເສຖກິດ ແລະ ສັງຄົມ ຂອງ ຣັຖບານ ໂດຍສະເພາະ ໃນເຂດ ຊົນນະບົດ ເພາະ ເປັນເຂດ ທີ່ ນັກຮຽນ ອອກ ໂຮງຮຽນ ກ່ອນກຳນົດ ການຮຽນ ຫລາຍ ທີ່ສຸດ ໃນ ສປປລາວ.
ເຈົ້າໜ້າທີ່ ຜແນກ ສຶກສາ ທິການ ທີ່ ແຂວງ ສວັນນະເຂດ ເປີດເຜີຍ ໃນ ອາທິດ ນີ້ວ່າ ອັດຕຣາ ການເຂົ້າຮຽນ ໜັງສື ແລະ ຄຸນນະພາບ ການສຶກສາ ໃນເຂດ ຫ່າງໄກ ຂອງ ແຂວງ ສວັນນະເຂດ ໂດຍສະເພາະ ເຂດ ທີ່ ມີຊົນເຜົ່າ ຢູ່ຫຼາຍ ນັ້ນ ຍັງຕໍ່າຫລາຍ ຍ້ອນວ່າ ເດັກນ້ອຍ ຊົນເຜົ່າ ບໍ່ມັກ ເຂົ້າ ໂຮງຮຽນ ດັ່ງທ່ານ ກ່າວວ່າ:
"ບັນຫາ ວຽກ ສຶກສາ ສໍາລັບ ຊົນເຜົ່າ ຖືວ່າມັນ ກໍມີບັນຫາ ອັນນຶ່ງ ແມ່ນ ເດັກຍິງ ຫັ້ນ ເຂົາບໍ່ມັກ ເຂົ້າໂຮງຮຽນ ບັດນີ້ ຜູ້ຊາຍ ຄືກັນນໍ ຜູ້ຊາຍ ກໍສ່ວນ ຫລາຍ ກໍເຂົ້າໄປ ເປັນ ນັກຮຽນ ປ 1 ນີ້ ຫລາຍນໍ 20–30 ບາດ ຮອດ ປ 2 ປ 3 ນີ້ ມັນເຫັ່ຍໄປ ເສັຍໄປ ຄຣູສອນ ທີ່ຄິດໄລ່ ຕາມ ອັນນັ້ນ ມັນແທ້ ກໍບອກຍາກ".
ທ່ານວ່າ ໃນປີ ຜ່ານມາ ແຂວງ ສວັນນະເຂດ ມີນັກຮຽນ ເຖິງ 12 ສ່ວນຮ້ອຍ ປະຖິ້ມ ການຮຽນ ກາງປີ ແລະ ມີໂຮງຮຽນ ປະຖົມ ເຖິງ 30 ສ່ວນຮ້ອຍ ທີ່ ມີອັດຕຣາ ການ ເຂົ້າຮຽນ ຮອດ ປ 5 ພຽງ 60 ສ່ວນຮ້ອຍ ເທົ່ານັ້ນ.
ເມືອງພີນ, ເຊໂປນ, ນອງ, ພະລານໄຊ ແລະ ເມືອງ ວິລະບູລີ ເປັນ ເມືອງ ທີ່ ມີຊົນເຜົ່າ ຢູ່ ຫລາຍ ຊຶ່ງ ໂດຍທົ່ວໄປ ມີຄວາມເຊື່ອ ໃນ ການໃຫ້ລູກ ຫລານ ແຕ່ງງານ ຕັ້ງແຕ່ ຍັງນ້ອຍ ອັນເປັນ ປັດຈັຍນຶ່ງ ທີ່ ເຮັດໃຫ້ ອັດຕຣາ ການເຂົ້າຮຽນ ຊັ້ນ ປະຖົມ ປາຍ ແລະ ມັທຍົມຕົ້ນ ມີໜ້ອຍ ຊຶ່ງ ຫລາຍ ພາກສ່ວນ ກໍ ພຍາຍາມ ຊ່ອຍກັນ ແກ້ໄຂ.
ຂນະທີ່ ຍັງບໍ່ມີ ງົບປະມານ ພຽງພໍ ແລະ ຂາດແຄນ ຄຣູ ຢູ່ນີ້ ເຈົ້າໜ້າທີ່ ທ່ານ ດຽວກັນ ນີ້ ເວົ້າວ່າ ເປັນ ບັນຫາ ສໍາຄັນ ໂດຍສະເພາະ ເມືອງ ຫ່າງໄກ ໃນ ການຈັດ ຊື້ ອຸປກອນ ການຮຽນ ການສອນ, ໂຮງຮຽນ ຫຼາຍ ຫລັງ ເປ່ເພ, ສ່ວນຫລາຍ ຄຣູ ໄດ້ສອນ ຫລາຍຫ້ອງ ສອນ ເກີນ ເວລາ ປົກກະຕິ ແລະ ບໍ່ໄດ້ຮັບ ເງີນເດືອນ ຫຼາຍເດືອນ ຊຶ່ງ ເປັນບັນຫາ ທີ່ ຍັງບໍ່ ສາມາດ ແກ້ໄຂ ໄດ້.
ນັກ ວິຊາການ ເວົ້າວ່າ ສະພາບການ ດັ່ງກ່າວ ນີ້ ເປັນຍ້ອນ ຄວາມ ບົກຜ່ອງ ຂອງ ຣັຖບານ ລາວ ໃນແຜນການ ຍົກຣະດັບ ຊັພຍາກອນ ມະນຸດ ໃນລາວ ໃຫ້ໄດ້ ໃນປີ 2020 ຂອງ ແຜນການ ລົບລ້າງ ຄວາມ ທຸກຍາກ ໃນລາວ. ການຂາດ ຊັພຍາກອນ ມະນຸດ ເປັນ ອຸປສັກ ຕໍ່ການ ພັທນາ ປະເທດຊາດ ໃນ ອະນາຄົດ. ດັ່ງທ່ານ ກ່າວວ່າ: -ສຽງ--
ທ່ານວ່າ ຣັຖບານ ລາວ ຄວນສົ່ງເສີມ ໂຄງການ ອາຫານ ກາງເວັນ ໃຫ້ເດັກນ້ອຍ ນັກຮຽນ ໃນເຂດ ທີີ່ ທຸກຍາກ ໃຫ້ຫລາຍຂື້ນ ເພື່ອບໍ່ໃຫ້ ຂະເຈົ້າ ອອກໂຮງຮຽນ ກ່ອນກຳນົດ ການຮຽນ. ສົ່ງເສີມ ເສຖກິດ ທ້ອງຖິ່ນ ເພື່ອໃຫ້ ພໍ່ແມ່ ນັກຮຽນ ມີລາຍໄດ້ ແລະ ສາມາດ ສົ່ງລູກ ໄປ ໂຮງຮຽນໄດ້.
ໃນ ປັດຈຸບັນ ຣະດັບ ການສຶກສາ ໃນລາວ ຍັງຕ່ຳຢູ່. ບັນຫາ ຊັພຍາກອນ ມະນຸດ ເປັນ ບັນຫາ ທີ່ສຳຄັນ ໃນ ການພັທນາ ປະເທດຊາດ ແຕ່ຖ້າມີ ເດັກນ້ອຍ ນັກຮຽນ ອອກ ໂຮງຮຽນ ກ່ອນກຳນົດ ການຮຽນ ຫລາຍ ເກີນໄປ ແບບ ທຸກມື້ນີ້ ການພັທນາ ຊັພຍາກອນ ມະນຸດ ໃນລາວ ກໍ ຈະບໍ່ໄປ ຮອດໃສ. ສປປລາວ ຍັງ ຈະປະເຊີນ ກັບ ບັນຫາການ ຂາດແຄນ ຊັພຍາກອນ ມະນຸດ ຢູ່ຕຣອດ.
ຣັຖບານ ລາວ ຄວນໃຫ້ ຄວາມສຳຄັນ ຕໍ່ການ ສຶກສາ ໃຫ້ ເປັນ ວຽກງານ ບຸຣິມະສິດ ໃນ ການພັທນາ ຖ້າຢາກໃຫ້ ສປປລາວ ມີຄວາມ ກ້າວຫນ້າ ເຫມືອນ ດັ່ງ ປະເທດ ອື່ນໆ ໃນ ໂລກ ທີ່ຖື ການສຶກສາ ເປັນ ສີ່ງ ສຳຄັນ ແລະ ຈຳເປັນ.
ສບາຍດີ.