12 ຕຸລາ ວັນເອກຣາດຂອງລາວ

ຊາວລາວ ເວົ້າວ່າ ວັນທີ 12 ຕຸລາ ເປັນວັນ ເອກຣາດ ຂອງ ຊາດລາວ, ທີ່ ມີຄວາມໝາຍ ທີ່ສຸດ ຊຶ່ງ ແຕກຕ່າງ ໄປຈາກ ວັນສ້າງ ຕັ້ງ ສປປລາວ ທີ 2 ທັນວາ ທີ່ ເປັນວັນ ຫາຍະນະ ຂອງ ລາວ ທັງ ປະເທດ.

ທ່ານ ສົມຈິດ ສຸວັນນະຄີລີ ທີ່ ຣັຖ ເທັກຊັສ ສະຫະຣັຖ ອະເມຣິກາ RFA

ວັນທີ 12 ຕຸ¬ລາ 1945 ເປັນວັນ ປະກາດ ເອກຣາດ ຂອງ ປະເທສ ລາວ ທີ່ ຊາວລາວ ຢູ່ຣັຖ ເທັກຊັສ ສະຫະຣັຖ ອະເມຣິກາ ເວົ້າວ່າ, ເປັນວັນ ເອກຣາດ ຂອງ ລາວ ທັງ ປະເທດ, ເປັນວັນ ທີ່ ມີຄວາມໝາຍ ສຳຄັນ ທີ່ສຸດ. ຊຶ່ງ ແຕກຕ່າງ ໄປຈາກ ວັນ ສ້າງຕັ້ງ ສປປ ລາວ ທີ 2 ທັນວາ ທີ່ ເປັນວັນ ຫາຍະນະ ຂອງ ປະຊາຊົນ ລາວ.

ປະຊາຊົນ ລາວ ທັງ ປະເທດ ເສັຽສຣະ ຕໍ່ສູ້ ຢ່າງ ອົງອາດ ກ້າຫານ ພາຍໃຕ້ ການນຳພາ ຂອງ ເຈົ້າ ມະຫາອຸປຣາດ ເພັດຊະຣາດ ກ່ອນຈະໄດ້ ມາ ຊຶ່ງ ວັນທີ 12 ຕຸລາ ທີ່ ສຳຄັນຍິ່ງ ນັ້ນ.
ເຈົ້າ ມະຫາອຸປຣາດ ເພັດຊະຣາດ ໄດ້ ອອກ ຖແລງການ ໃນວັນທີ 1 ກັນຍາ ປະກາດ ອຳນາດ ອະທິປະຕັຍ ແລະ ຜືນແຜ່ນດິນ ອັນ ຄົບຖ້ວນ ຂອງ ປະເທສ ລາວ ຈາກ ພວກລ້າ ເມືອງຂຶ້ນ ຝຣັ່ງ ທີ່ ໄດ້ຄອບຄອງ ລາວ ມາ ຕັ້ງແຕ່ ປີ 1893. ໃນ ຖແລງການ ເວົ້າວ່າ ທຸກ ສັນຍາ ແລະ ຂໍ້ຜູກພັນ ທາງ ການເມືອງ ຣະຫວ່າງ ຝຣັ່ງເສສ ແລະ ລາວ ນັ້ນ, ໝົດ ຄຸນຄ່າ ແລະ ເປັນໂມຄະ ທັງໝົດ; ບໍ່ໃຫ້ ຝຣັ່ງເສສ ຫຍຸ້ງກ່ຽວ ແລະ ແຊກແຊງ ເຂົ້າ ກິຈການ ພາຍໃນ ຂອງ ລາວ ແລະ ເພື່ອ ເຕົ້າໂຮມ ປະເທສ ເປັນ ເອກພາບ.

ແຕ່ ເຈົ້າ ມະຫາຊີວິດ ຫຼວງພຣະບາງ ສີສະຫວ່າງວົງ ບໍ່ເຫັນພ້ອມ ກັບ ຖແລງການ ນັ້ນ, ຍັງ ຕ້ອງການ ຢູ່ພາຍໃຕ້ ການຄອບຄອງ ຂອງພວກ ລ່າເມືອງ ນັ້ນ ຕໍ່ໄປ. ໃນ ສມັຍ ຝຣັ່ງເສສ ປົກຄອງ ປະເທສ ລາວ ໄດ້ ຖືກແບ່ງ ອອກ ເປັນ 2 ເຂດ ຄື ເຂດເໜືອ ແລະ ເຂດໄຕ້. ເຂດເໜືອ ແມ່ນ ຫຼວງພຣະບາງ ເປັນ ເມືອງເອກ ແລະ ເຂດໃຕ້ແມ່ນ ນະຄອນຫຼວງ ວຽງຈັນ. ແຕ່ ການປົກຄອງ ຂຶ້ນຢູ່ ກັບ ຣາຊອານາຈັກ ຫຼວງພຣະບາງ ໂດຍ ມີເຈົ້າ ມະຫາອຸປຣາດ ເພັດຊະຣາດ ເປັນ ນາຍົກ ຣັຖມົນຕຣີ ຂອງ ຣັຖບາລ ຫຼວງພຣະບາງ. ກ່ຽວກັບ ວັນ ເອກຣາດ ຂອງລາວ ຄົບຮອບ 70 ໃນປີ 2015 ນີ້ ທ່ານ ສົມຈິດ ສຸວັນນະຄີລີ ທີ່ ຣັຖ ເທັກຊັສ ສະຫະຣັຖ ອະເມຣິກາ ກ່າວວ່າ: ເຊີນ ທ່ານ ຮັບຟັງ ຕໍ່ໄປໄດ້...

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org