ລົມເຣື້ອງຂ່າວ 04-12-2014

ບຸນປີ ໃໝ່ ແລະ ອຸບັດຕິເຫດ ໃນປີ 2012 ມີຜູ້ ເສັຍ ຊີວິດ 23 ຄົນ ແລະ ປີ 2013 ກໍ 23 ຄົນ ເຊັ່ນກັນ ແລະ ແຖມດ້ວຍ ປະເດັນ ຣັຖບານ ລາວ ຍັງ ສືບຕໍ່ ຢືມເງິນ ມາສ້າງ ທາງ ຣົດໄຟ.

ການຫລິ້ນບຸນ ປີໃໝ່ລາວ ໃນປີ 2014 RFA

 

ການຫລິ້ນ ບຸນປີ ໃໝ່ ຍັງມີ ການເກີດ ອຸບັດຕິເຫດ ຫລາຍ ໃນປີ 2012 ມີຜູ້ ເສັຍ ຊີວິດ 23 ຄົນ ແລະ ໃນປີ 2013 ກໍມີ ຜູ້ເສັຍ ຊີວິດ 23 ເຊັ່ນກັນ ແລະ ມີ ອຸບັດຕິເຫດ ເກີດຂຶ້ນ ໃກ້ຄຽງກັນ 180 ຄັ້ງ ສາເຫດ ຫລັກ ຂອງ ອຸບັດຕິເຫດ ແມ່ນ ຜູ້ຂັບຂີ່ ດື່ມ ຂອງ ມຶນເມົາ ແລ້ວ ຂັບຣົດ ຊຶ່ງເປັນ ສາເຫດ ມາຈາກ ການທີ່ ທາງການ ລາວ ບໍ່ມີ ກົດໝາຍ ຄວບຄຸມ ການ ໂຄສະນາ ເຄື່ອງດື່ມ ທີ່ ມຶນເມົາ.

ແລະ ແຖມດ້ວຍ ປະເດັນ ທີ່ ຣັຖບານ ລາວ ຍັງ ສືບຕໍ່ ຢືມເງິນ ຈາກຈີນ ມາສ້າງ ທາງຣົດໄຟ ຄວາມໄວ ສູງ ມູນຄ່າ ປະມານ 7 ຕື້ ໂດລາ ສະຫະຣັຖ ຊຶ່ງ ຈະເຮັດໃຫ້ ປະເທດ ລາວ ມີໜີ້ສິນ ຫລາຍ ທີ່ສຸດ ເປັນ ອັນດັບ 4 ຂອງໂລກ ຮອງຈາກ ປະເທດ ຍີ່ປຸ່ນ, ປະເທດ ຊີມບອມເວ ແລະ ປະເທດ ກຣິກ. ໃນ ຂະນະ ທີ່ ປະຊາຊົນ ລາວ ຍັງ ຕ້ອງການ ຖນົນ ທີ່ໄດ້ ມາຕຖານ ໃນ ທົ່ວ ປະເທດ ແລະ ເດັກນ້ອຍ ລາວ ອາຍຸ ຕ່ຳກວ່າ 5 ປີ ຍັງຂາດ ສານ ອາຫານ ຢູ່ໃນ ທົ່ວ ປະເທດ ເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org